ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

18 ຄົນ ເສຍຊີວິດ ຍ້ອນຄວາມຮຸນແຮງ ໃນວັນເລືອກຕັ້ງ ທີ່ ບັງກລາແດັສ (ສະ​ໄລ​ດ໌)


ຕຳຫຼວດບັງກລາແດັສ ຍາມຢູ່ໜ້າບ້ານພັກຂອງອະດີດ
ນາຍົກລັດຖະມົນຕີ ແລະຫົວໜ້າພັກຝ່າຍຄ້ານ Khaleda
Zia ໃນກຸງ Dhaka,
ວັນທີ 6 ມັງກອນ 2014.
ຕຳຫຼວດບັງກລາແດັສ ຍາມຢູ່ໜ້າບ້ານພັກຂອງອະດີດ ນາຍົກລັດຖະມົນຕີ ແລະຫົວໜ້າພັກຝ່າຍຄ້ານ Khaleda Zia ໃນກຸງ Dhaka, ວັນທີ 6 ມັງກອນ 2014.
ຜົນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ​ໃນ​ວັນ​ຈັນມື້​ນີ້ ຂອງ​ການ​ເລືອກ​ຕັ້ງ​
ສະພາ​ໃນ ບັງ​ກລາ​ແດັສ ສະ​ແດງ​ໃຫ້​ເຫັນ​ວ່າ ​ພັກສັນນິບາດ
Awami ຊຶ່ງ​ເປັນ​ພັກລັດຖະ ບານ​ປົກຄອງ​ປະ​ເທດ​ໃນ​ເວລາ​ນີ້
​ໄດ້ໄຊຊະນະ​ການ​ເລືອກ​ຕັ້ງ ​ເຖິງ​ແມ່ນ​ວ່າ ຜົນ​ເລືອກ​ຕັ້ງ​ຈະບໍ່
​ເຄີຍ​ມີ​ຄວາມ​ສົງ​ໄສກໍ​ຕາມ ​ເພາະວ່າ ໄດ້​ຖືກຂັດຂວາງ​ໂດຍ​
ພັກ​ຝ່າຍ​ຄ້ານ​ທີ່​ສໍາຄັນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວວ່າ ບັນດາ​ຜູ້​ມາປ່ອນ​ບັດມີ​ຈໍານວນ​ຕໍ່າ
ໃນ​ວັນ​ອາທິດ ​ແລະ​ການ​ລົງ​ຄະ​ແນນ​ສຽງ​ໄດ້​ຖືກ​ໂຈະ​ໄວ້ກວ່າ
150 ໜ່ວຍ​ປ່ອນ​ບັດ ​ເນື່ອງ​ຈາກຖືກ​ໂຈມ​ຕີ​ຈາກ​ພວກ​ນັກ
​ເຄື່ອນ​ໄຫວ.

ພວກ​ປະ​ທ້ວງ​ຝ່າຍ​ຄ້ານ ​ໄດ້​ຈູດ​ໜ່ວຍ​ປ່ອນ​ບັດ​ຕ່າງໆ ​ແລະ​ທໍາລາຍ​ບັດ​ລົງ​ຄະ​ແນນສຽງ ໃນ​ຂະນະ​ທີ່ເກີດຄວາມ​ຮຸນແຮງຢູ່ທົ່ວ​ປະ​ເທດ ​ເຮັດ​ໃຫ້ 18 ຄົນ​ເສຍ​ຊີວິດ.

ທະຫານ​ຫລາຍສິບ​ພັນ​ຄົນ ​ໄດ້​ຖືກ​ສົ່ງໄປປະ​ຈໍາ​ການຢູ່ ທົ່ວ​ປະ​ເທດ​ເພື່ອ​ຮັກສາ​ການ​ເລືອກ​ຕັ້ງ ​ແຕ່​ວ່າການໄປມີໜ້າຂອງ​ເຂົາ​ເຈົ້າ ສ່ວນ​ໃຫຍ່​ໄດ້​ຫລົ້ມ​ແຫລວ​ໃນ​ການລະງັບ​ຄວາມ​ຮຸນ​ແຮງ​ໃນວັນ​ອາທິດວານ​ນີ້.

ຝ່າຍ​ຄ້ານ ພັກ​ຊາດ​ນິຍົມ ບັງ​ກລາ​ແດັສ ​ໄດ້​ຮຽກຮ້ອງ​ໃຫ້ຜູ້​ລົງ​ຄະ​ແນນ​ສຽງ​ພາກັນ​ບໍ່ໄປ​ບ່ອນ​ບັດອັນ​ທີ່​ເຂົາ​ຮ້ອງ​ວ່າການ​ເລືອກ​ຕັ້ງ “​ຈອມ​ປອມ.” ຊຶ່ງ​ການ​ເຄຶ່ອນ​ໄຫວນີ້​ພາ​ໃຫ້ຜູ້​ສະມັກຝ່າຍ​ພັກ Awami ​ໄດ້​ຮັບ​ໄຊຊະນະໂດຍ​ທີ່ບໍ່​ມີ​ຄູ່​ແຂ່ງຈາກປະຊາຊົນ​ຈຳນວນຫລາຍກວ່າ​ເຄິ່ງນຶ່ງຂອງປະ​ເທດ.

XS
SM
MD
LG