ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ ເລືອກ​ຕັ້ງ ​ບັງ​ກລາ​ແດັ​ສ ​ປະ​ຕິ​ເສດ ຕໍ່​ການອ້າງ ຂອງ​ຝ່າຍ​ຄ້ານ ທີ່​ວ່າ ​ມີ​ການ​ສໍ້​ໂກງຄະ​ແນນ


ພວກ​ແມ່​ຍິງ​ພາ​ກັນ​ລຽນ​ແຖວ ລໍ​ຖ້າລົງ​ຄະ​ແນນ​ສຽງ​ປ່ອນ​ບັດ ​ລະຫວ່າງ ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ທີ​ນະ​ຄອນ​ດັກ​ກາ ບັງ​ກ​ລາ​ແດັ​ສ ວັນ​ທີ 30 ທັນ​ວາ 2018.
ພວກ​ແມ່​ຍິງ​ພາ​ກັນ​ລຽນ​ແຖວ ລໍ​ຖ້າລົງ​ຄະ​ແນນ​ສຽງ​ປ່ອນ​ບັດ ​ລະຫວ່າງ ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ທີ​ນະ​ຄອນ​ດັກ​ກາ ບັງ​ກ​ລາ​ແດັ​ສ ວັນ​ທີ 30 ທັນ​ວາ 2018.

ໃນ​ຂະ​ນະ​ທີ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ບັງ​ກ​ລາ​ແດັ​ສ ຊິກ ຮາ​ຊີ​ນາ ພວມ​ກະ​ກຽມ​ທີ່​ຈະສ້າງ​ຕັ້ງ​
ລັດ​ຖະ​ບານເປັນ​ປະ​ຫວັດ​ການ ຄື​ສະ​ໄໝ​ທີສາມ​ລຽນ​ຕິດ​ ຫລັງ​ຈາກ​ພັກຂອງ​ທ່ານ​ນາງ
ໄດ້​ຮັບ​ໄຊ​ຊະ​ນະ​ດ້ວຍ​ຄະ​ແນນ​ສຽງ​ຖ້ວມ​ລົ້ນ ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ​ເມື່ອ​ວັນ​ອາ​ທິດ
​ທີ່​ຜ່ານ​ມາ ແມ່ນ​ໄດ້​ມີ​ຮອຍ​ດ່າງ​ພ້ອຍ​ຍ້ອນ​ຄວາມ​ຮຸນ​ແຮງແລະ​ການ​ກ່າວ​ຫາ​ກ່ຽວກັບ
​ການ​ສໍ້​ໂກງ​ຄະ​ແນນ​ສຽງ.

ສະ​ມາ​ຊິກ​ພັກ​ຝ່າຍ​ຄ້ານ​ເຄື່ອນ​ໄຫວ BNP ຄົນ​ນຶ່ງ ກຳ​ລັງ​ຖືກຕຳ​ຫຼວດ​ຈັບ ໃນ​ບັ​ງກ​ລາ​ແດັ​ສ ໃນ​ຂໍ້​ຫາ​ກໍ່​ກວນ.
ສະ​ມາ​ຊິກ​ພັກ​ຝ່າຍ​ຄ້ານ​ເຄື່ອນ​ໄຫວ BNP ຄົນ​ນຶ່ງ ກຳ​ລັງ​ຖືກຕຳ​ຫຼວດ​ຈັບ ໃນ​ບັ​ງກ​ລາ​ແດັ​ສ ໃນ​ຂໍ້​ຫາ​ກໍ່​ກວນ.

ຫລັງ​ຈາກ​ໄດ້​ມີ​ລາຍ​ງານ​ກ່ຽວ​ກັບ​ການ​ສໍ້​ໂກງ​ຄະ​ແນນສຽງຢ່າງ​ຫຼວງ​ຫຼາຍ ແລະຜູ້​ມີ​ສິດ
​ປ່ອນ​ບັດ ຕ​ະ​ຫຼອດ​ທັງ​ມີ​ລາຍ​ງານ​ວ່າ ເຈົ້າ​ໜ້າ​ທີ່​ປ່ອນ​ບັດ​ຂອງ​ພັກ​ຝ່າຍຄ້ານ​ບໍ່​ໄດ້​ຮັບ
​ອະ​ນຸ​ຍາດ​ໃຫ້​ເຂົ້າ​ໄປ​ໃນສູນ​ກາງ​ນັບ​ບັດ​ຄະ​ແນນ​ສຽງ ໂດຍ​ພວກສະ​ໜັບ​ສະ​ໜຸນ​ພັກ
​ລັດ​ຖະ​ບານນັ້ນພັກ​ຈາ​ຕີ​ຢາ ອອຍ​ກີ​ຢາ ທີ່​ເອີ້ນ​ຫຍໍ້​ວ່າ JOK ຊຶ່ງ​ເປັນ​ກຸ່ມ​ພັນ​ທະມິດ
​ພັກ​ຝ່າຍ​ຄ້ານ​ທີ່​ໃຫຍ່​ທີ່​ສຸດ ກໍ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ກາດ​ວ່າ ການ​ເລືອກ​ຕັ້ງ​ໃນວັນ​ອາ​
ທິດ​ແລ້ວ ເປັນ​ໂມ​ຄະ ແລະ​ໃຊ້​ການ​ບໍ່​ໄດ້.

ປະ​ທານ​ກຸ່ມພັນ​ທະ​ມິດ JOK ທ່ານ​ຄາ​ມາ​ລ ຮັອ​ສ​ເຊນ ກ່າວ​ວ່າ "ການ​ລັກ​ຄະແນນ​
ສຽງ" ມີ​ຂຶ້ນ​ໃນ​ທົ່ວ​ປະ​ເທດ.

່​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ BNP ຄົນ​ນຶ່ງ ກຳ​ລັງ​ຖືກ​ຕຳ​ຫຼວດ​ຈັບ ໃນ​ເມ​ືອງ​ດັກ​ກາ.
່​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ BNP ຄົນ​ນຶ່ງ ກຳ​ລັງ​ຖືກ​ຕຳ​ຫຼວດ​ຈັບ ໃນ​ເມ​ືອງ​ດັກ​ກາ.

ທ່ານ ຮັອ​ສ​ເຊນ ກ່າວ​ວ່າ "ພວກ​ເຮົາ​ຂໍ​ປະ​ຕິ​ເສດ ຕໍ່​ຜົນ​ການ​ນັບ​ບັດ​ຄະ​ແນນ​ທີ່​ໄດ້
​ມີ​ລາຍ​ງານ​ ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ທີ່​ໄຮ້​ສາ​ລະ ແລະ​ຮຽກ​ຮ້ອງ​ໃຫ້​ມີ​ການ​ເລືອກ​ຕັ້ງ
​ໃໝ່ ພາຍ​ໃຕ້​ລັດ​ຖະ​ບານ​ທີ່​ບໍ່​ຂັ້ນ​ກັບ​ພັກ​ໃດ.”

ແຕ່​ແນວ​ໃດ​ກໍ​ຕາມ ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ ໄດ້​ປະ​ຕິ​ເສດ​ຕໍ່​ການ​ກ່າວ​ ກ່ຽວ​ກັບ​ການ​ສໍ້​
ໂກງ​ຄະ​ແນນ​ແລະ​ເວົ້າ​ວ່າ ການ​ເລືອກ​ຕັ້ງ​ໃນ​ວັນ​ອາ​ທິດ ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ
​ປ​ະ​ຕິ​ບັດ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG