ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັງກລາແດັສ ປະຕິເສດ ການກ່າວອ້າງ ຂອງ ມຽນມາ ທີ່ວ່າ ສົ່ງ ຄອບຄົວຊາວໂຣຮິງຢາ ກັບຄືນປະເທດ


ເດັກຊາຍ ອົບພະຍົບຊາວໂຣຮິງຢາ ຫາບນ້ຳ ຢູ່ໃນສູນອົບພະຍົບ ກູຕຸປາລອງ ໃນເມືອງ ຄອກສ໌ ບາຊາຣ ຂອງບັງກລາແດັສ, ວັນທີ 22 ເມສາ 2018.
ເດັກຊາຍ ອົບພະຍົບຊາວໂຣຮິງຢາ ຫາບນ້ຳ ຢູ່ໃນສູນອົບພະຍົບ ກູຕຸປາລອງ ໃນເມືອງ ຄອກສ໌ ບາຊາຣ ຂອງບັງກລາແດັສ, ວັນທີ 22 ເມສາ 2018.

ລັດຖະບານ ບັງກລາແດັສ ໄດ້ປະຕິເສດ ການກ່າວອ້າງຂອງມຽນມາ ທີ່ວ່າ ຕົນໄດ້ສົ່ງ
ຄອບຄົວນຶ່ງ ຂອງຊາວອົບພະຍົບໂຣຮິງຢາ ກັບຄືນປະເທດ.

ທ່ານອັບດູລ ຄາລາມ ຫົວໜ້າຄະນະກຳມະການຮັບຜິດຊອບ ການບັນເທົາທຸກ ແລະ
ການສົ່ງກັບຄືນປະເທດ ຂອງບັງກລາແດັສ ໄດ້ກ່າວວ່າ ຄອບຄົວດັ່ງກ່າວ ແມ່ນບໍ່ໄດ້ຂ້າມ
ຊາຍແດນເຂົ້າໄປ ໃນບັງກລາແດັສເລີຍ.

ທ່ານຄາລາມ ໄດ້ບອກອົງການຂ່າວຣອຍເຕີ ໃນວັນອາທິດວານນີ້ ວ່າ “ອັນນີ້ ບໍ່ມີທາງ
ເລີຍວ່າ ເປັນການສົ່ງກັບຄືນປະເທດ ແຕ່ຫາກວ່າ ມັນແມ່ນການໂຄສະນາຊວນເຊື່ອ.”

ສ່ວນທ່ານ ອາຊາດູດຊາມານ ຄານ ລັດຖະມົນຕີກະຊວງພາຍໃນຂອງບັງກລາແດັສ
ໄດ້ກ່າວວ່າ ການປະກາດຂອງມຽນມາ ນັ້ນ ແມ່ນ “ບໍ່ມີຫຍັງເລີຍ ມີແຕ່ເລື່ອງຕາລົກ.”

ພວກກຸ່ມປົກປ້ອງສິດທິ ໄດ້ກ່າວວ່າ ການເຄື່ອນໄຫວນິີ້ ຊ່ຳກັບວ່າ ເປັນການສ້າງຄວາມ
ສົນໃຈ ກໍຍ້ອນຄວາມເປັນຫ່ວງໃນຄວາມປອດໄພ ສຳລັບການກັບຄືນປະເທດຂອງ
ພວກຊາວໂຣຮິງຢາ ນັ້ນ ແມ່ນຍັງບໍ່ທັນໄດ້ຖືກແກ້ໄຂເທື່ອ.

ກຸ່ມຮັບຜິດຊອບດ້ານອົບພະຍົບຂອງອົງການສະຫະປະຊາຊາດ ໄດ້ກ່າວໃນວັນສຸກ
ຜ່ານມານີ້ ວ່າ ສະພາບການໃນມຽນມາ “ແມ່ນຍັງບໍ່ທັນສະດວກ ແລະເປັນທີ່ປອດໄພ
ສຳລັບການກັບຄືນປະເທດ ຢ່າງມີກຽດສັກສີ ແລະ ຍືນຍົງ. ຄວາມຮັບຜິດຊອບ ສຳລັບ
ການສ້າງສະພາບການເຊັ່ນນັ້ນ ຍັງຄົງຂຶ້ນຢູ່ກັບທາງການຂອງມຽນມາ ແລະ ສະພາບ
ການເຫຼົ່ານີ້ ຕ້ອງເກີນກວ່າການກະກຽມ ທາງດ້ານພື້ນຖານໂຄງລ່າງຕົວຈິງ ເພື່ອທີ່ຈະ
ອຳນວຍຄວາມສະດວກໃນດ້ານການປະສານງານເພື່ອການຈັດແຈງຕ່າງໆເປັນຕົ້ນ.”

ມຽນມາ ໄດ້ກ່າວໃນຖະແຫລງການເມື່ອວັນເສົາແລ້ວນີ້ ວ່າ 5 ຄອບຄົວ ໄດ້ຜ່ານຂະບວນ
ການສົ່ງກັບຄືນປະເທດ ເປັນທີ່ສຳເລັດແລ້ວ ແລະກຳລັງພັກພາອາໄສ ຢູ່ກັບພີ່ນ້ອງ ເປັນ
ການຊົ່ວຄາວ ໃນເມືອງ ເມືອງດໍ ຕັ້ງຢູ່ໃກ້ກັບຊາຍແດນ ລະຫວ່າງ ມຽນມາ ກັບ
ບັງກລາແດັສ.

ຖະແຫລງການນັ້ນ ໄດ້ກ່າວວ່າ ຄອບຄົວດັ່ງກ່າວ ໄດ້ຮັບໃບຢັ້ງຢືນແຫ່ງຊາດ. ເຖິງຢ່າງ
ໃດກໍຕາມ ບັດທີ່ວ່ານັ້ນ ບໍ່ໄດ້ລະບຸພວກເຂົາເຈົ້າວ່າ ເປັນພົນລະເມືອງຂອງມຽນມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG