ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ ບັງ​ກລາ​ແດັສ ​ຕັດສິນໂທດ​ ປະຫານ​ຊີວິດ 152 ຄົນ​ (ສະ​ໄລ​ດ໌)


ຕຳຫຼວດຊາຍແດນ ຖືກໃສ່ກັບມື ມາຂື້ນສານ ທີ່ນະຄອນດັກກາ ປະເທດບັງກລາແດັສ
ຕຳຫຼວດຊາຍແດນ ຖືກໃສ່ກັບມື ມາຂື້ນສານ ທີ່ນະຄອນດັກກາ ປະເທດບັງກລາແດັສ
ສານ​ແຫ່ງ​ນຶ່ງ​ ໃນບັງ​ກລາ​ແດັສ ​ໄດ້​ຕັດສິນໂທດ​ປະຫານ​ຊີວິດ
152 ຄົນ​ ໃນ​ຖານ​ເຂົ້າ​ຮ່ວມ ການ​ກໍ່​ກະບົດ​ຂອງ​ຕຳຫຼວດຊາຍ​
ແດນ ທີ່ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດ 74 ຄົນ ຮວ​ມທັງ​ບັນດາຜູ້​ບັນ
ຊາການ​ທະຫານ ຫຼາຍກວ່າ 50 ຄົນ.

ສານໃນ​ເຂດ​ນະຄອນຫຼວງ Dhaka ​ໄດ້​ຕັດ​ສິນ​ລົງ​ໂທດດັ່ງ
ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ ພ້ອມ​ກັບຕັດສິນ​ລົງໂທດ​ໃຫ້ຜູ້​ເຂົ້າ
ຮ່ວມອື່ນໆ​ອີກ 157 ຄົນ​ຕິດ​ຄຸກ​ຕະຫລອດ ​ຊີວິດ​. ສຳລັບ
271 ຄົນຖືກ​ຕັດສິນ​ພົ້ນ​ໂທດ.|

ຄະດີ​ກ່ຽວ​ກັບ​ການ​ກໍ່​ກະບົດ​ເປັນ​ເວລາ​ສອງ​ມື້ ​ໃນວັນ​ທີ 25 ຫາ 26 ​ເດືອນກຸມ ພາປີ 2009 ​ແມ່ນພົວພັນ​ກັບຈຳ​ເລີຍ 846 ຄົນ ທີ່​ຖືກກ່າວ​ຫາ​ວ່າ ມີ​ຄວາມ​ຜິດໃນ​ຖານຄາດ​ຕະກໍາ ​ແລະ​ວາງ​ເພີງ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະ​ນຸດ Human Right Watch ທີ່​ມີ​ຫ້ອງການ​ຢູ່ນະຄອນ​ນິວ ຢອກ ​ໄດ້​ຕິຕຽນບັງ​ກລາ​ແດັສ ທີ່​ໄດ້ດໍາ​ເນີນ​ຄະດີ ​ເທື່ອ​ດຽວ​ພ້ອມ​ກັນຫລາຍ​ຄົນ ເກີນ​ໄປ ​ໂດ​ຍກ່າວ​ວ່າ ການ​ດໍາ​ເນີນ​ຄະດີຫລາຍໆ​ຄົນ​ພ້ອມ​ກັນນີ້​ຈະ​ບໍ່​ຄໍ້າ​ປະກັນ​ຄວາມ​ຍຸຕິ​ທຳ.

ພວກຕຳຫຼວດ​ຊາຍແດນ ພາກັນ​ກໍ່​ກະບົດ​ຂຶ້ນ ຫລັງ​ຈາກ​ໄດ້​ຮຽກຮ້ອງ​ຂໍຂຶ້ນ​ເງິນ ​ເດືອນ ​ແລະ​ການ​ປ່ຽນ​ແປງ​ອື່ນໆ ​ບໍ່​ເປັນ​ຜົນ​ສໍາ​ເລັດ.

ການ​ຕັດສິນ​ໄດ້​ມີ​ຂື້ນ​ໃນ​ຂະນະ​ທີ່ບັງ​ກລາ​ແດັສ ພາກັນ​ນັດ​ຢຸດ​ງານເປັນ​ເວລາ​ສາມ​ມື້ ​ໂດຍ​ພັກ​ຝ່າຍຄ້ານ ທີ່​ແນ​ໃສ່​ເພື່ອບັງຄັບ​ໃຫ້ນາຍົກລັດຖະມົນ​ຕີ Sheikh Hasina ລາອອກ​ຈາກ​ຕໍາ​ແໜ່ງ.

XS
SM
MD
LG