ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ເສຍຊີວິດ ຍ້ອນຕຶກພັງ ຢູ່ບັງກລາແດັສ ເພີ້ມຂຶ້ນເປັນ 500 ກວ່າຄົນ (ສະໄລດ໌)


ຊາກຫັກພັງ ຂອງຕຶກໂຮງງານ Rana Plaza ໃນລະຫວ່າງ ການປະຕິບັດງານກູ້ໄພ ຂອງພວກທະຫານ ທີ່ເມືອງ Savar (2 ພຶດສະພາ 2013)
ຊາກຫັກພັງ ຂອງຕຶກໂຮງງານ Rana Plaza ໃນລະຫວ່າງ ການປະຕິບັດງານກູ້ໄພ ຂອງພວກທະຫານ ທີ່ເມືອງ Savar (2 ພຶດສະພາ 2013)
ຕຳຫຼວດບັງກລາແດັສໄດ້ຈັບວິສະວະກອນທີ່ໄດ້ເຕືອນກ່ຽວກັບ
ຮອຍ ແຕກຢູ່ຕຶກໂຮງງານ 8 ຊັ້ນ ຊຶ່ງໄດ້ພັງລົງເມື່ອອາທິດແລ້ວ ທີ່ເຮັດໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 500 ຄົນນັ້ນ.

ໃນອາທິດແລ້ວນີ້ທ່ານ Abdur Razzak Khan ໄດ້ເຕືອນກ່ຽວ ກັບຮອຍແຕກຢູ່ໃນຕຶກອາຄານ ນຶ່ງມື້ກ່ອນທີ່ຕຶກດັ່ງກ່າວພັງລົງ.
ຕຳຫຼວດເວົ້າວ່າ ເຂົາເຈົ້າຈັບວິສະວະກອນຄົນນີ້ ຍ້ອນບົດບາດ
ຂອງຜູ້ກ່ຽວ ທີ່ເປັນຜູ້ໃຫ້ການອະນຸມັດຕົ້ນຕໍ ໃນການກໍ່ສ້າງຕຶກ. ການເຄື່ອນໄຫວທີ່ວ່ານີ້ ເຮັດໃຫ້ຈຳນວນ ພວກທີ່ຖືກຈັບທັງໝົດ
ເພີ້ມຂຶ້ນເປັນ 9 ຄົນ ນັບຕັ້ງແຕ່ຕຶກອາຄານໄດ້ພັງລົງເມື່ອວັນທີ
24 ເມສາຜ່ານ ມາ.

ຮວມຢູ່ໃນບັນດາພວກທີ່ຖືກຈັບກໍມີເຈົ້າຂອງຕຶກອາຄານ ພວກເຈົ້າຂອງໂຮງງານຕັດຫຍິບ
ຫຼາຍໆບໍລິສັດທີ່ຕັ້ງຢູ່ໃນຕຶກດັ່ງກ່າວແລະພວກວິສາວະກອນທີ່ຮັບຜິດຊອບໃນການກໍ່ສ້າງ.

ຕຳຫຼວດກ່າວໃນວັນສຸກມື້ນີ້ວ່າ ໂຕເລກຜູ້ເສຍຊີວິດແມ່ນເພີ້ມຂຶ້ນເປັນ 501 ຄົນ ໃນຂະນະ ທີ່ມີການຄົ້ນພົບຊາກສົບຜູ້ເສຍຊີວິດຕື່ມອີກ ຢູ່ໃນຕຶກອາຄານ ເມື່ອຄືນແລ້ວ.

ໃນວັນພະຫັດວານນີ້ອຸດສາຫະກຳແຜ່ນແພຂອງບັງກລາແດັສໄດ້ໄຂກິດຈະການຄືນໃໝ່ ນຶ່ງອາທິດຫຼັງຈາກໄດ້ອັດລົງ ລຸນຫຼັງທີ່ຕຶກອາຄານໃກ້ໆນະຄອນຫຼວງດາກາໄດ້ພັງລົງມາ.

ເຈົ້າຄອງກຳແພງເມືອງ Savar ບ່ອນທີ່ຕຶກອາຄານພັງລົງນັ້ນ ໄດ້ຖືກສັ່ງໃຫ້ພັກການ ໃນ ວັນພະຫັດວານນີ້ ໃນຂະນະທີ່ພວກຄົນງານຕັດຫຍິບກັບຄືນໄປເຮັດວຽກເຮັດການ. ເຈົ້າ ໜ້າທີ່ທ້ອງຖິ່ນກ່າວວ່າ ຈະມີການຕັ້ງຂໍ້ຫາ ຕໍ່ທ່ານ Mohammad Refat Ullah ຖານພົວ ພັນກັບໄພພິບັດທາງດ້ານອຸດສາຫະກຳທີ່ໃຫຍ່ທີ່ສຸດຂອງປະເທດ.

XS
SM
MD
LG