ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັງກລາແດັສ ເລີ້ມມ້ຽນມັດ ຫຼັງຈາກ ພາຍຸ Mahasen ​ຖະຫຼົ່ມ (ສະໄລດ໌/ວີດີໂອ)


ຊາວບັງກລາແດັສ ຢູ່ສູນຫຼົບໄພແຫ່ງນຶ່ງ ກ່ອນລົມພາຍຸໄຊໂຄລນ Mahasen ພັດເຂົ້າຖະຫຼົ່ມ ເມືອງທ່າ Chittagong (16 ພຶດສະພາ 2013)
ຊາວບັງກລາແດັສ ຢູ່ສູນຫຼົບໄພແຫ່ງນຶ່ງ ກ່ອນລົມພາຍຸໄຊໂຄລນ Mahasen ພັດເຂົ້າຖະຫຼົ່ມ ເມືອງທ່າ Chittagong (16 ພຶດສະພາ 2013)
ບັງ​ກາ​ລາ​ແດັສ ​ໄດ້​ເລີ້ມ​ມ້ຽນ​ມັດ ​ໃນ​ວັນສຸກ​ມື້​ນີ້​ ຫລັງ​ຈາກລົມ
ພາຍຸ​ໄຊ​ໂຄລນ Mahasen ພັດ​ເຂົ້າຖະຫຼົ່ມ​.

ພາ​ຍຸ Mahasen ​ໄດ້​ຜ່ອນ​ຄວາ​ມແຮງ​ລົງ​ ມາ​ເປັນພາຍຸເຂດ​
ຮ້ອນໃນ​ຂະນະ​ທີ່​ລົມພາຍຸ​ດັ່ງກ່າວ​ ພັດ​ມຸ່ງ​ໜ້າ​ໄປ​ທາງ​ທິດຕາ
​ເວັນ​ອອກ ​ສຽງ​ເໜືອ​ຂອງອິນ​ເດຍ.

​ໃນ​ວັນ​ພະຫັດ​ ​ພາຍຸ​ໄຊໂຄລນ Mahasen ​ໄດ້ພັດ​ເຂົ້າຖະຫຼົ່ມບັງ​ກລາ​ແດັສ ຊຶ່ງ ບັງຄັບ​ໃຫ້​ມີ​ການ​ຍົກຍ້າຍ​ປະຊາຊົນ​ນຶ່ງ​ລ້ານ​ຄົນ​ແລະ​ເຮັດ​ໃຫ້​ມີ​ບາດ​ເຈັບ​ລົ້ມຕາຍ ຫຼາຍສິບ​ຄົນ ກ່ອນ​ຈະ​ອ່ອນ​ກຳລັງລົງ​ເປັນ​ພາຍຸ​ເຂດ​ຮ້ອນ.



​ເຈົ້າໜ້າ​ທີ່​ເວົ້າວ່າ ລົມພາຍຸ​ໄຊ​ໂຄນ​ Mahasen ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າ​ງ ໜ້ອຍ 14 ຄົນ ​ໃນບັງ​ກາ​ລາ​ແດັສ ຫລັງ​ຈາກ​ໄດ້​ພັດ​ເຂົ້າ​ຖະຫຼົ່ມ ເມືອງທ່າ Chittagong ​ແລະ​ເຂດ Cox’s Bazar.

ລົມພາຍຸຫົວນີ້ ​ໄດ້​ສ້າງ​ຄວາມເສຍ​ຫາຍ​ເລັກ​ນ້ອຍ ​ຢູ່ທີ່ມຽນມາ ຊຶ່ງ​ເປັນ​ເພື່ອນ ບ້ານ. ​
ແຕ່ອົງການ​ຂ່າວ​ຝຣັ່ງລາຍງານ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ພົບ​ເຫັນ​ 22 ​ສົບ ຂອງ​ຊາວມຸມ​ລິ​ມ Rohingya ຈາກ​ມຽນມາ ທີ່​ໄດ້​ຫາຍ​ສາບ​ສູນ​ໄປ ນັບ​ຕັ້ງ​ແຕ່​ເຮືອ​ຂອງ​ເຂົາ​ເຈົ້າ​ຫລົ້ມໃນ
ວັນ​ຈັນ​ຜ່ານ​ມາ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ພາກັນ​ຫລົບໜີ ກ່ອນ​ລົມພາຍຸ​ໄຊ​ໂຄລນຈະ​ໄປ
ເຖິງ.

Cyclone
please wait
Embed

No media source currently available

0:00 0:00:47 0:00


​ເຈົ້າ​ໜ້າ​ທີ່​ຕໍາຫລວດຄົນ​ນຶ່ງບອກອົງການ ຂ່າວ APF ວ່າ​ບັນດາ​ຊາກ​ສົບ​ເຫລົ່າ​ນີ້ ​ໄດ້​ຖືກ​ພົບ​ເຫັນ​ຢູ່​ຫາດຊາຍໃກ້​ກັບຊາຍ​ແດນ​ຂອງ​ມຽນມາ.
XS
SM
MD
LG