ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັງກລາແດັສ ຕັ້ງ​ຂໍ້ກ່າວຫາ​ຕໍ່ການນໍາພັກຝ່າຍຄ້ານ ໃນຂໍ້ຫາຄາດຕະກໍາ

ບັນດານັກເຄື່ອນໄຫວຂອງພັກຊາດນິຍົມບັງກລາແດັສ ຖືກໂຈມຕີໂດຍເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງ ໃນລະຫວ່າງການປະທ້ວງ ໃນນະຄອນຫຼວງດາກາ, ບັງກລາແດັສ, ວັນທີ 28 ຕຸລາ 2023. ຕໍາຫຼວດໃນນະຄອນຫຼວງຂອງບັງກລາແດັສ ຍິງແກັສນໍ້າຕາສະຫຼາຍຜູ້ສະໜັບສະໜູນພັກຝ່າຍຄ້ານທີ່ສໍາຄັນ ທີ່ໄດ້ດຶກກ້ອນຫິນໃສ່ເຈົ້າໜ້າທີ່ຕໍາຫຼວດ.

ຜູ້ນຳຝ່າຍຄ້ານຄົນສຳຄັນຂອງບັງກລາແດັສ ແລະສະມາຊິກພັກຂັ້ນສູງຄົນອື່ນໆ ອີກຫຼາຍກວ່າ 100 ຄົນ ໄດ້ຖືກຕັ້ງ​ຂໍ້​ຫາໃນວັນອາທິດວານນີ້ ດ້ວຍການຄາດຕະກຳຕຳຫຼວດຄົນນຶ່ງທີ່ຖືກຂ້າຕາຍໃນການເດີນຂະບວນປະທ້ວງ ທີ່ໄດ້ເກີດຂຶ້ນ ກ່ອນການເລືອກຕັ້ງທີ່ຈະມາເຖິງນີ້, ອີງຕາມລາຍງານຂອງອົງການຂ່າວ AFP.

ເຈົ້າ​ໜ້າ​ທີ່​ຕຳຫຼວດ ທ່ານຊາລາຮູດດີນ ເມຍ (Salahuddin Mia) ກ່າວ​ວ່າ ມີສະ​ມາ​ຊິກ “ພັກ​ຊາດ​ນິຍົມ​ບັງ​ກລາ​ແດັສ (BNP) ຢ່າງ​ໜ້ອຍ 164 ຄົນ ລວມທັງ ທ່ານເມຍຊາ ແຟກຣູລ ອິສລາມ ອາລາມເກຍ (Mirza Fakhrul Islam Alamgir) ຖືກ​ກ່າວ​ຫາ​ວ່າ​ທໍາການ​ສັງຫານ​ເຈົ້າ​ໜ້າ​ທີ່​ຕຳຫຼວດ,” ​ເຊິ່ງ ທ່ານ ເມຍ ໄດ້ກ່າວເພີ້ມຕື່ມວ່າ ຂໍ້ກ່າວຫາດັ່ງກ່າວໄດ້ຖືກຟ້ອງຕໍ່ພວກເຂົາ ເຈົ້າແລ້ວ.

ຜູ້​ທີ່​ຖືກ​ກ່າວ​ຫາ ​ແມ່ນການນໍາ​ສ່ວນ​ໃຫຍ່​ຂອງພັກ BNP, ແລະ​ອາດ​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ລົງ​ໂທດ​ປະ​ຫານ​ຊີ​ວິດ ຖ້າ​ພວກເຂົາເຈົ້າຫາກ​ຖືກ​ພົບ​ວ່າ​ມີ​ຄວາມ​ຜິດ.

ທ່ານ ອາລາມເກຍ ອາຍຸ 75 ປີ, ເຊິ່ງເປັນເລຂາທິການໃຫຍ່ຂອງພັກ BNP, ໄດ້​ເປັນຜູ້ນໍາພາພັກດັ່ງກ່າວ, ນັບຕັ້ງແຕ່ປະທານຍິງຂອງ​ພັກ BNP ແລະ ເປັນອະດີດນາຍົກລັດຖະມົນຕີສອງສະໄໝ ທ່ານນາງຄາເລດາ ເຊຍ (Khaleda Zia) ຖືກຈັບ ແລະ ຖືກຂັງຄຸກ, ເຊິ່ງລູກຊາຍຂອງທ່ານນາງໄດ້ຖືກ ເນລະເທດໄປອາໄສຢູ່ໃນປະເທດອັງກິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG