ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານ ທະນາຄານ​ກາງ ບັງ​ກລາ​ແດັສ ລາອອກ ຍ້ອນມີຄົນລັກເງິນ 81 ລ້ານ ຈາກທະນາຄານ


ປະທານ ທະນາຄານ​ກາງບັງ​ກລາ​ແດັສ ທ່ານ Atiur Rahman ຍິ້ມໃນການໃຫ້ສຳພາດທີ່ນະຄອນ Dhaka, 2 ຕຸລາ, 2013.
ປະທານ ທະນາຄານ​ກາງບັງ​ກລາ​ແດັສ ທ່ານ Atiur Rahman ຍິ້ມໃນການໃຫ້ສຳພາດທີ່ນະຄອນ Dhaka, 2 ຕຸລາ, 2013.

ປະທານທະນາຄານ​ກາງຂອງບັງ​ກລາ​ແດັສ ທ່ານ Atiur
Rahman
ໃດ້ລາອອກ ໃນວັນອັງຄານມື້ນີ້ ຫຼັງຈາກທີ່ພວກ
Hackers ຫຼືພວກເຈາະຂໍ້ມູນ ໄດ້ເຂົ້າໄປລັກຂະໂມຍເງິນ
ຈຳນວນ 81 ລ້ານໂດລ່າ ຈາກບັນຊີ​ເງິນຕາຕ່າງປະເທດ
ສຳຮອງບັງ​ກລາ​ແດັສທີ່ທະນາຄານກາງໃນນິວຢ໊ອກ ນັ້ນ.

ວັນທີ 5 ກຸມພາ ຜ່ານມານີ້ ພວກເຈາະຂໍ້ມູນທາງອິນເຕິແນ໊ຕ
ແມ່ນອາດ​ໄດ້ກະທຳການຮ້າຍແຮງກວ່ານີ້ ໂດຍທີ່ພວກ
Hackers ພະຍາຍາມລັກລອບເອົາເງິນຈຳນວນ 1 ພັນລ້ານ
ໂດລ່າ ແຕ່ວ່າພວກເຂົາເຈົ້າ ຖືກຈັດແບ່ງເປັນຊັດສ່ວນ ຍ້ອນພິມຊື່ຂອງຜູ້ທີ່ຈະຮັບຜິດ ໃນຂັ້ນຕອນການໂອນເງິນນັ້ນ.

ລັດຖະມົນຕີການເງິນຂອງບັງ​ກລາ​ແດັສ ທ່ານ Abul Mall Abdul Muhith ໄດ້ບອກກັບ
ພວກນັກຂ່າວໃນວັນອາທິດຜ່ານມານີ້ວ່າ ທະນາຄານກາງ “ໄດ້ມີຄວາມກ້າ” ທີ່ບໍ່ໄດ້ບອກ
ໃຫ້ທ່ານ ໄດ້ຮັບຊາບກ່ຽວ​ກັບ​ການ​ລັກຂະ​ໂມ​ຍດັ່ງກ່າວ ຈົນກວ່າວ່າ​ເຫດການ​ໄດ້ເກີດຂຶ້ນນຶ່ງ
ເດືອນຜ່ານມາແລ້ວນັ້ນ.​

ເງິນທີ່ຖືກໂອນໄປຍັງບັນຊີໃນຟິລິບປີນ ແຕ່ວ່າຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ແມ່ນຜູ້ໃດແທ້
ເປັນຜູ້ຢູ່ເບື້ອງຫຼັງການ​ໂຈມ​ຕີ. ບັງ​ກລາ​ແດັສ ກ່າວວ່າ ຕົນໄດ້ຮັບເງິນບາງສ່ວນຄືນມາແດ່
ແລ້ວ.

ລັດຖະບານກາງ​ສະຫະລັດ ໄດ້ກ່າວວ່າ ບໍ່ມີຮ່ອງຮອຍໃດໆທີ່ສະແດງໃຫ້ເຫັນວ່າ ລະບົບ ຂອງ​ທະນາຄານ​ໄດ້​ຖືກ​ເຈາະ​ເຂົ້າ​ໄປ.

XS
SM
MD
LG