ທາງລັດຖະບານຂອງບັງກລາເເດັສ ແລະມຽນມາ ເພື່ອກະກຽມ
ວິທີການຮັບມືກັບໄພພິບັດຂອງພວກເຂົາເຈົ້າ ກ່ອນການມາ
ເຖິງຂອງລົມພາຍຸໄຊໂຄລນ Mahasen.
ອົງການສະຫະປະຊາຊາດ ກ່າວໃນແລງວັນອັງຄານວານນີ້ວ່າ
ຄາດວ່າ ພາຍຸໄຊໂຄລນ Mahasen ຈະພັດຂຶ້ນຝັ່ງໃນແລງວັນ
ສຸກທີ່ຈະມາເຖິງນີ້ ຢູ່ທາງທິດເໜືອຂອງເມືອງ Chittagong
ຂອງບັງກລາເເດັສ ໃກ້ໆກັບຊາຍແດນມຽນມາ.
ອົງການນາໆຊາດດັ່ງກ່າວເວົ້າວ່າ ມີການຢ້ານກົວກັນວ່າ
ພາຍຸ Mahasen ຈະກະທົບຕໍ່ຜູ້ຄົນຫຼາຍລ້ານຄົນ ໃນພາກ
ຕາເວັນອອກສຽງເໜືອຂອງອິນເດຍ ໃນບັງກລາເເດັສ ແລະ
ລັດຣາຄາຍຂອງມຽນມາ ບ່ອນທີ່ມີພວກອົບພະຍົບພາຍໃນ
ປະເທດຈໍານວນຫຼາຍໝື່ນຄົນອາໄສຢູ່ສູນພັກເຊົາຊົ່ວຄາວນັ້ນ.
ລັດຖະບານມຽນມາກ່າວວ່າ ເປັນທີ່ຢ້ານກັນວ່າ 58 ຄົນ ຈາກ
ສູນພັກເຊົາຊົ່ວຄາວໃນລັດຣາຄາຍ ທີ່ພະຍາຍາມຈະຍົກຍ້າຍ
ໄປສູ່ພື້ນທີ່ທີ່ສູງກ່ວາ ກ່ອນລົມພາຍຸຈະໄປເຖິງນັ້ນໄດ້ເສຍຊີວິດ
ຫລັງຈາກເຮືອຂອງເຂົາເຈົ້າຫລົ້ມ ໃນວັນຈັນຜ່ານມາ.
ທ່ານນາງ Valerie Amos ຫົວໜ້າອົງການຊ່ວຍເຫລືອດ້ານມະນຸດສະທໍາຂອງສະຫະ
ປະຊາຊາດ ກ່າວວ່າ ທ່ານນາງມີຄວາມເສົ້າສະລົດໃຈຫລາຍທີ່ສຸດນໍາການຈົມນໍ້າຕາຍ
ຂອງພວກຄົນເຫລົ່ານັ້ນ. ທ່ານນາງ Amos ຍັງໄດ້ກ່າວອີກວ່າ ມັນຈໍາເປັນຢ່າງທີ່ສຸດທີ່
ລັດຖະບານມຽນມາ ຈະຕ້ອງເຮັດໃຫ້ແນ່ໃຈວ່າ ປະຊາຊົນມຽນມາ ສາມາດໄປຮອດໄປ
ເຖິງສະຖານທີ່ປອດໄພ ກ່ອນທີ່ລົມພາຍຸ Mahasen ຈະມາຮອດ.