ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເກືອບ 100 ຄົນ ເສຍຊີວິດ ໃນເຫດຕຶກ​ການ​ຄ້າ​ 8 ຊັ້ນ ພັງລົງ ​ ຢູ່ Bangladesh ​ (ສະໄລດ໌/ວີດີໂອ)


ຜູ້ຄົນແລະພວກກູ້ໄພ ພາກັນໄປຫຸ້ມຢູ່ ບ່ອນຕຶກການຄ້າ
ສູງ 8 ຊັ້ນ ພັງລົງ ໃນ Dhaka, Bangladesh, ວັນທີ 24 ເມສາ 2013.
ຜູ້ຄົນແລະພວກກູ້ໄພ ພາກັນໄປຫຸ້ມຢູ່ ບ່ອນຕຶກການຄ້າ ສູງ 8 ຊັ້ນ ພັງລົງ ໃນ Dhaka, Bangladesh, ວັນທີ 24 ເມສາ 2013.
ເຈົ້າ​ໜ້າ​ທີ່ Bangladesh ກ່າວ​ວ່າ ຕຶກ​ການ​ຄ້າ​ສູງ 8 ຊັ້ນ
ຫລັງ​ນຶ່ງ ​ໄດ້​ພັງລົງຢູ່​ໃນເຂດ​ຊານ​ເມືອງຫລວງ Dhaka ​
ເຮັດ​ໃຫ້​ຢ່າງ​ນ້ອຍ 96 ຄົນ​ເສຍ​ຊີວິດ ​ແລະປະມານ 1 ພັນ​
ຄົນ ໄດ້​ຮັບ​ບາດ​ເຈັບ​.

​ເຈົ້າ​ໜ້າ​ທີ່ກ່າວ​ອີກ​ວ່າ ບັນດາ​ພະງາ​ນສຸກ​ເສີນ​ຍັງ​ສືບ​ຕໍ່​ຂຸດ​
ຄົ້ນຕາມ​ຊາກ​ຫັກ​ພັງ​ ຢູ່​ສູນການ​ຄ້າ Rana ​ໃນ​ເມືອງ Savar
​ເພື່ອຊອກ​ຫາພວກ ທີ່​ອາດ​ຍັງຕິດ​ຄ້າງ​ຢູ່​ໃນນັ້ນ.

ຕຶກດັ່ງກ່າວ​ນັ້ນ​ ແມ່ນ​ມີ​ທັງ​ທະນາຄານ ຫ້າງ​ຮ້ານ​ຕ່າງໆ ​ແລະ
​ມີ​ໂຮງງານຕັດຫຍິບ​ເສື້ອ​ຜ້າ ຢ່າງ​ນ້ອຍ ນຶ່ງ​ໂຮງງານ.

ຕຶກຫຼາຍໆ​ຫຼັງ​ຢູ່ໃນ​ແລະ​ອ້ອມ​ແອ້ມເມືອງຫລວງ Dhaka ນັ້ນ​ ສ່ວນ​ໃຫຍ່ແມ່ນປຸກ​ສ້າງ​ຂຶ້ນ
ແບບບໍ່​ຖືກຕ້ອງ​ຕາມ​ກົດ​ລະບຽບ​ຂອງ​ການກໍ່ສ້າງ​. ມີ​ຫຼາຍ​ສິບ​ຄົນ​ເສຍ​ຊີວິດ ຕອນທີ່ໂຮງ
ງານຕັດຫຍິບ​ແຫ່ງ​ນຶ່ງ​ພັງ​ລົງ ໃນ​ເຂດ​ດຽວ​ກັນ​ນີ້ ເມື່ອ​ປະມານ 8 ປີ​ກ່ອນ​.


ໃນ​ເດືອນ​ພະ​ຈິກປີ​ຜ່ານ​ມາ​ນີ້ ກໍ​ໄດ້​ເກີດ​ໄຟ​ໄໝ້ໂຮງງານຕັດຫຍິບແຫ່ງ​ນຶ່ງ ທີ່​ໄດ້​ເອົາ​ຊີວິດ
ຄົນງານ ​ຫຼາຍ​ກວ່າ100 ຄົນ ​ກະ​ຕຸ້ນໃຫ້ການ​ຮ້ອງ​ໂຮ​ປະ​ທ້ວງ​ກ່ຽວ​ກັບຄວາມ​ປອດ​ໄພຢູ່ ​
ໃນ​ວົງ​ການອຸດສາຫະກໍາ​ເສື້ອ​ຜ້າຂອງ​ປະ​ເທດ.

Bangladesh ​ມີອຸດສາຫະກໍາ​ຕັດຫຍິບເສື້ອ​ຜ້າທີ່​ໃຫຍ່ອັນ​ດັບ 2 ຂອງ​ໂລກ, ທີ່​ສະໜອງ ​
ເສື້ອ​ຜ້າລາຄາ​ຖືກ ໃຫ້​ພວກ​ຜະລິດ​ເສື້ອ​ຜ້າຍີ່​ຫໍ້ແພງໆ​ຂອງ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​
ແລະພວກ​ຕະຫຼາດ​ປີກ​ຍ່ອຍ​ ຊຶ່ງ​ໄດ້​ຮັບ​ຜົນ​ປະໂຫຍ​ດຈາກຄ່າ​ແຮງ​ງານ​ຖືກໆຂອງ​ປະ​ເທດ
ໃນເອ​ເຊຍ​ໃຕ້​ ແຫ່ງ​ນີ້.

Bangladesh Collapse
please wait
Embed

No media source currently available

0:00 0:00:57 0:00
XS
SM
MD
LG