ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຂຽນ​ຂ່າວ ລົງອິນເຕີແນັດ ສຫລ ຄົນ​ນຶ່ງ ​ຖືກ​ຟັນຕາຍ ​ຢູ່​ ບັງ​ກລາ​ແດັສ.


ນາງ Rofida Ahmed ພັນລະຍາ ທ້າວ Avijit Roy ​ກຳລັງ ຖືນນຳສົ່ງໂຮງໝໍ.
ນາງ Rofida Ahmed ພັນລະຍາ ທ້າວ Avijit Roy ​ກຳລັງ ຖືນນຳສົ່ງໂຮງໝໍ.

ນັກ​ຂຽນ​ຂ່າວລົງອິນເຕີແນັດ ສະຫະລັດ ຄົນ​ນຶ່ງ ຜູ້​ທີ່​ຂຽນ​ຕໍ່ຕ້ານ
ພວກຫົວ​ຮຸນ​ແຮງ​ທາງ​ສາສະໜາ ​ໄດ້​ຖືກ​ຟັນຕາຍ​ຢູ່​ໃນ ນະຄອນ
ຫລວງ ບັງ​ກລາ​ແດັສ.

ຕຳຫລວດກ່າວ​ວ່າ ທ້າວ Avijit Roy ​ແລະ​ພັນ​ລະ​ຍາ​ຂອງ​ລາວ
ນາງ Rofida Ahmed ​ໄດ້​ຖືກ​ໂຈມ​ຕີ​ໃນ​ຕອນ​ແລງ​ຂອງ​ວັນ​ພະ
ຫັດ​ວານ​ນີ້ ຫລັງ​ຈາກ​ໄດ້​ອອກ​ຈາກ​ບ່ອນວາງສະ​ແດງປື້​ມອ່ານ
ທີ່​ມະຫາວິທະຍາ​ໄລ Dhaka. ນາງ Ahmed ​ໄດ້​ຮັບ​ບາດ​ເຈັບ​
ຢ່າ​ງສາຫັດ​ຈາກ​ການ​ໂຈມ​ຕີ.

ໜັງສື​ພິມ The Bangladesh Daily Star ລາຍ​ງານ​ວ່າ ​ໄດ້​ມີ​
ບັນດາ​ຜູ້​ເຫັນ​ເຫ​ດການ​ກ່ຽວກັບການໂຈມຕີດັ່ງກ່າວແຕ່ບໍ່​ມີໃຜ​ກ້າວ​ອອກ​ມາເພື່ອ​ໃຫ້ການ ​ຊ່ວຍ​ເຫລືອ​ ແກ່​ຄູ​່ຜົວ​ເມຍ ຫລື​ຈັບ​ພວກ​ຜູ້​ຮ້າຍ.

ຍັງ​ບໍ່​ທັນ​ມີ​ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ກ່ຽວກັບການ​ໂຈມ​ຕີ​ໃນ​ທັນໃດເທື່ອ.

ນ້ອງ​ຂອງທ້າວ Roy ກ່າວ​ວ່າ ອ້າຍ​ຂອງ​ລາວ ຜູ້​ທີ່​ເກີດໃນ ບັງ​ກລາ​ແດັສ ​ໄດ້​ກັບຄືນ​ມາ​
ຍັງປະ​ເທດ​ໃນ​ຕົ້ນ​ເດືອນ​ນີ້ ​ແລະ​ມີ​ກຳນົດ​ທີ່​ຈະ​ກັບ​ຄືນ​ມາ ສະຫະລັດ ​ໃນ​ເດືອນ​ໜ້າ​ນີ້.

​ໄດ້​ມີ​ການ​ໂຈມ​ຕີ​ທີ່​ຄ້າຍຄື​ກັນ​ຕໍ່ບັນດາ​ນັກ​ຂຽນ ຢູ່​ໃນບັງ​ກລາ​ແດັສ ປະ​ເທດ​ທີ່​ສ່ວນ​ໃຫຍ່
​ນັບຖື​ສາສະໜາ​ອິສລາ​ມ.

ບັນດາ​ນັກ​ສືບສວນ​ກ່າວ​ວ່າ ພວກ​ບ້າສາສະໜາ ແມ່ນເຊື່ອ​ວ່າເປັນຜູ້ຮັບຜິດຊອບ​ຕໍ່​ການ
​ໂຈມ​ຕີຄັ້ງ​ນີ້.

XS
SM
MD
LG