ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຶ່ງ ເສຍຊີວິດ ແລະ ຫຼາຍຄົນ ບາດເຈັບ ໃນການໂຈມຕີ ຢູ່ ບັງກລາແດັສ


ພວກບາດເຈັບ ຍ້ອນເຫດລະເບີດ ຫ້ອມລ້ອມໄປດ້ວຍພີ່ນ້ອງ ທີ່ໂຮງໝໍ ຢູ່ນະຄອນຫຼວງດາກາ. (24 ຕຸລາ 2015)
ພວກບາດເຈັບ ຍ້ອນເຫດລະເບີດ ຫ້ອມລ້ອມໄປດ້ວຍພີ່ນ້ອງ ທີ່ໂຮງໝໍ ຢູ່ນະຄອນຫຼວງດາກາ. (24 ຕຸລາ 2015)

ກຸ່ມລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບ ໃນການວາງ
ລະເບີດໂຈມຕີຢູ່ບັງກລາແດັສທີ່ເຮັດໃຫ້ມີຜູ້ເສຍຊີວິດນຶ່ງຄົນ ແລະບາດເຈັບຫລາຍເຖິງນຶ່ງຮ້ອຍຄົນໃນພິທີແຫ່ຂອງຊາວຊີ
ໄອທ໌ທີ່ນະຄອນຫຼວງດາກາ.

ກຸ່ມສັງເກດການ SITE ກ່າວໃນວັນເສົາມື້ີ້ນີ້ວ່າ ພວກລັດອິສ
ລາມ ໄດ້ອອກຖະແຫຼງການສະບັບນຶ່ງ ເວົ້າວ່າ ທະຫານຂອງ
ກຸ່ມດັ່ງກ່າວ ເປັນຜູ້ບີບຄະນວນລະເບີດ ໃຫ້ແຕກຂຶ້ນ ໃນລະ
ຫວ່າງຂອງອັນທີ່ຖະແຫຼງການເວົ້າວ່າເປັນ “ພິທີບູຊາພະເຈົ້າ
ຫຼາຍອົງ.”

ການໂຈມຕີມີຂຶ້ນ ໃນວັນເສົາມື້ນີ້ ຂະນະທີ່ຝຸງຊົນໄປເຕົ້າໂຮມກັນ ຢູ່ວັດໃຫຍ່ ຂອງຊາວຊີ
ໄອທ໌ ໃນນະຄອນຫຼວງດາກາ ເພື່ອສະຫລອງບຸນ Ashura ຊຶ່ງເປັນພິທີລະນຶກເຖິງ ການ
ເສຍຊີວິດຂອງ Imam Hussein ຫຼານຊາຍຂອງພະສາສະດາມູຮຳມັດ.

ພວກໂຈມຕີໄດ້ແກວ່ງລະເບີດຫຼາຍລູກເຂົ້າໄປໃສ່ຝຸງຊົນຫຼາຍພັນຄົນ ທີ່ໄປເຕົ້າໂຮມກັນ ຢູ່ວັດໃຫຍ່ Huseni Dalan ໃນເຂດເມືອງເກົ່າ ຂອງ ນະຄອນດາກາ. ລະເບີດ 3 ລູກໄດ້ ແຕກຂຶ້ນເຮັດໃຫ້ໄວລຸ້ນຄົນນຶ່ງເສຍຊີວິດແລະພວກໄປສູດມົນອີກຈຳນວນນຶ່ງໄດ້ຮັບບາດ ເຈັບ.

ຕຳຫຼວດໄດ້ຈັບຜູ້ຕ້ອງສົງໄສຢ່າງໜ້ອຍ 2 ຄົນ ແລະຄົ້ນພົບລະເບີດ 2 ລູກທີ່ເຊື່ອວ່າເປັນ ລະເບີດທີ່ໄດ້ແກວ່ງເຂົ້າໃສ່ຝຸງຊົນ ແຕ່ບໍ່ໄດ້ແຕກ.

ຊາວຊີໄອທ໌ມຸສລິມແມ່ນເປັນຊົນກຸ່ມນ້ອຍ ຢູ່ໃນບັງກລາແດັສທີ່ປະຊາຊົນສ່ວນໃຫຍ່ນັບຖື ສາສະໜາອິສລາມ ນິກາຍຊຸນນີ່ ແຕ່ວ່າການໂຈມຕີ ແມ່ນບໍ່ຄ່ອຍເກີດຂຶ້ນ.

ແຕ່ແນວໃດກໍຕາມ ຢູ່ທີ່ປາກິສຖານຊຶ່ງເປັນເພື່ອນບ້ານກໍມີການໂຈມຕີດ້ວຍລະເບີດ 2 ຄັ້ງ ພາຍໃນໄລຍະ 2 ມື້ ຕໍ່ຊາວຊີໄອທ໌ທີ່ພາກັນສະຫລອງບຸນ Ashura. ມີຢ່າງໜ້ອຍ 20 ຄົນ ເສຍຊີວິດໃນການໂຈມຕີສະຫຼະຊີບຕໍ່ຂະບວນແຫ່ ທີ່ເມືອງ Jabobabad ໃນວັນສຸກວານ
ນີ້.

Bangladesh Balsts
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG