ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບັງກລາແດັສ ຈັບຜູ້ຕ້ອງສົງໄສ ວ່າສັງຫານ blogger ອາເມຣິກັນ ເຊື້ອສາຍບັງກລາແດັສ


ທ່ານ Ajay Roy (ຂວາ) ພໍ່ຂອງມື້ລາງທ່ານ Avijit Roy ຢືນຢູ່ທາງຂ້າງຫີບສົບ ຂອງລູກຊາຍ ທີ່ນະຄອນດາກາ, ວັນທີ 1 ມີນາ 2015
ທ່ານ Ajay Roy (ຂວາ) ພໍ່ຂອງມື້ລາງທ່ານ Avijit Roy ຢືນຢູ່ທາງຂ້າງຫີບສົບ ຂອງລູກຊາຍ ທີ່ນະຄອນດາກາ, ວັນທີ 1 ມີນາ 2015

ໜ່ວຍ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ບັງ​ກລາ​ແດັ​ສ ​ໄດ້​ຈັບ​ກຸມ​ ຜູ້​
ຕ້ອງ​ສົງ​ໄສ​ທີ່ສຳຄັນ​ທີ່​ສຸດ ​ໃນ​ການ​ສັງຫານ​ທ່ານ Avijit Roy
ນັກ​ຂຽນ​ຂ່າວ ລົງ​ໃນ internet ຊາວອາ​ເມຣິກັນ​ເຊື້ອສາຍ​ບັງ​
ກລາ​ແດັສ ທີ່​ມີຊື່​ສຽງ ທີ່​ໄດ້​ຂຽນ​ເລື້ອງ​ຕໍ່ຕ້ານ​ລັດທິນັບຖື​ຫລັກ
ການ​ພື້ນຖານ​ຂອງ​ສາສະໜາຢ່າງ​ເຄັ່ງ​ຄັດ​ຮຸນ​ແຮງນັ້ນ. ທ່ານ​
ໄດ້​ຖືກຄົນ​ຮ້າຍ​ເອົາ​ພ້າ​ຟັນ​ ຈົນຕາຍ​ໃນ​ນະຄອນຫຼວງ Dhaka
​ໃນ​ສັບປະດາ​ແລ້ວ​ນີ້.

ໜ່ວຍ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ​ໄດ້​ຈັບ​ກຸມ​ນາຍ Farabi Shafiur
Rahman ​ໃນ​ນະຄອນຫຼວງດາ​ກາ ​ໃນ​ເຊົ້າ​ວັນ​ຈັນ​ມື້​ນີ້.

​ໂຄສົກ​ຂອງ​ໜ່ວຍ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ກ່າວ​ຕໍ່​ອົງການ​ຂ່າວ​ຝຣັ່ງ AFP ວ່າ ​ນາຍ Farabi
ເປັນ​ “ນັກ​ຂຽນຂ່າວ​ກ່ຽວ​ກັບລັດທິຮຸນ​ແຮງ ທາງສາສະໜາ” ທີ່​ໄດ້​ຂົ່ມຂູ່ຈະ​ເອົາ​ຊີວິດທ່ານ
Roy ຢູ່​ໃນຄຳ​ເຫັນ​ຕ່າງໆ​ທີ່​ຜູ້ກ່ຽວ​ຂຽນລົງ ໃນ Facebook ແລະTwitter.

ໜັງສືພິມ The Daily Star ຂອງ​ບັງ​ກລາ​ແດັສ ລາຍ​ງານ​ວ່າ ນາຍ Farabi ກ່າວ​ຢູ່​ໃນ Facebook ​ໃນ​ປີ​ແລ້ວ​ນີ້​ວ່າ “ມັນ​ເປັນ​ພາລະກິດ​ທາງ​ສາສະໜາ​ຂອງຊາວ​ມຸສລິ​ມ​
ບັງ
ກລາ​ແດັສ” ​ທີ່​ຈະ​ຕ້ອງ​ສັງຫານ​ທ່ານ Roy ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ່ານ Roy ພົນລະ​ເມືອງ​ສະຫະລັດ ​ເຊື້ອ​ສາຍ​ບັງ​ກລາ​ແດັສ ​ແລະ
ພັນ​ລະ​ຍາ ​ນາງ Rafida Ahmeh ​ໄດ້​ຖືກ​ໂຈມ​ຕີ​ໃນ​ແລງ​ວັນ​ພະຫັດ​ອາທິດ​ແລ້ວ​ນີ້ ຫຼັງ​ຈາກ
​ອອກ​ຈາກ​ງານ​ສະ​ແດງປຶ້ມ ທີ່​ມະຫາວິທະຍາ​ໄລ Dhaka. ນາງ Ahmed ຊຶ່ງກໍ​ເປັນ​ນັກຂຽນ​ຂ່າວ​ລົງ​ internet ​ເຊັ່ນ​ກັນ​ນັ້ນ ​ໄດ້​ຮັບ​ບາດ​ເຈັບ​ສາຫັດ ​ແລະ​ຍັງ​ນອນ​ໂຮງໝໍ​ຢູ່​ໃນ​ເວລານີ້.

​ເຫດການ​ດັ່ງກ່າວ​ໄດ້​ເປັນ​ຄັ້ງ​ຫຼ້າ​ສຸດ​ຂອງ​ການ​ໂຈມ​ຕີ​ຕິດຕໍ່​ກັນ​ມາ ຕໍ່​ພວກ​ນັກ​ຂຽນ​ທາງໂລກ
ທີ່​ໄດ້​ສະໜັບສະໜຸນ​ຄ່າ​ນິຍົມ​ໃນ​ການ​ນຶກ​ຄິດ​ທີ່​ເສລີ ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ຢູ່ໃນ
ບັງ​ກລາ​ແດັສ ທີ່​ພົນລະ​ເມືອງ​ສ່ວນ​ໃຫຍ່​ເປັນ​ຊາວ​ມຸສລິ​ມ​.

ນາຍ Farabi ເຄີຍໄດ້​ຖືກ​ຈັບ​ກຸມ​ ໃນ​ປີ 2013 ຫຼັງ​ຈາກໄດ້​ສັງຫານ​ ​ນັກ​ຂຽນ​ຂ່າວ​ລົງ​ໃນ internet ອີກ​ຄົນ​ນຶ່ງ ​ແຕ່​ຜູ້ກ່ຽວ​ໄດ້​ຖືກ​ປະກັນ​ໂຕອອກ​ມາ.

Bangladesh blogger
please wait
Embed

No media source currently available

0:00 0:01:05 0:00

XS
SM
MD
LG