ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ບັງກລາແດັສ ໄດ້ຈັບກຸມ ອາຈານ ທ່ານໜຶ່ງ ຖານເຊົ່າທີ່ພັກ ໃຫ້ພວກຄົນຮ້າຍ


ປະຊາຊົນບັງກລາແດັສ ວາງດອກໄມ້ໄວ້ ຢູ່ສະຖານອະນຸສອນ
ຊົ່ວຄ່າວ ໃກ້ໆກັບຈຸດເກີດເຫດ ເພື່ອສະແດງຄວາມເຄົາລົບ ຕໍ່ຜູ້ເຄາະຮ້າຍ ຈາກການໂຈມຕີ ຢູ່ທີ່ຮ້ານ Holey Artisan Bakery ແລະ ຮ້ານອາຫານ O'Kitchen, ໃນນະຄອນຫລວງ Dhaka ຂອງບັງກລາແດັສ, ວັນທີ 5 ກໍລະກົດ 2016. REUTERS/Adnan Abidi
ປະຊາຊົນບັງກລາແດັສ ວາງດອກໄມ້ໄວ້ ຢູ່ສະຖານອະນຸສອນ ຊົ່ວຄ່າວ ໃກ້ໆກັບຈຸດເກີດເຫດ ເພື່ອສະແດງຄວາມເຄົາລົບ ຕໍ່ຜູ້ເຄາະຮ້າຍ ຈາກການໂຈມຕີ ຢູ່ທີ່ຮ້ານ Holey Artisan Bakery ແລະ ຮ້ານອາຫານ O'Kitchen, ໃນນະຄອນຫລວງ Dhaka ຂອງບັງກລາແດັສ, ວັນທີ 5 ກໍລະກົດ 2016. REUTERS/Adnan Abidi

ຕຳຫຼວດຂອງບັງກລາແດັສ ໄດ້ຈັບກຸມ ສາດສະດາຈານ ທ່ານໜຶ່ງ ຜູ້ທີ່ຖືກກ່າວຫາວ່າ ໄດ້ເຊົ່າຫ້ອງພັກ ຫ້ອງໜຶ່ງ ຂອງຫ້ອງແຖວ ໃຫ້ພວກຄົນຮ້າຍ ທີ່ໂຈມຕີຮ້ານກາເຟ ຢູ່ໃນ ນະຄອນຫຼວງ ຂອງປະເທດ ທີ່ໄດ້ເຮັດໃຫ້ ຫຼາຍກວ່າ 20 ຄົນເສຍຊີວິດ ເມື່ອຕົ້ນເດືອນນີ້.

ທ່ານ Gias Uddin Ahsan ທີ່ເປັນອາຈານສອນ ຢູ່ທີ່ ມະຫາວິທະຍາໄລ Nourth South ໃນນະຄອນຫຼວງ Dhaka ໄດ້ຖືກຄວບຄຸມຕົວ ພ້ອມກັນກັບ ຫລານຊາຍຂອງທ່ານ ແລະ ຜູ້ຈັດການຫ້ອງແຖວດັ່ງກ່າວ ຖານບໍ່ໄດ້ລົງທະບຽນ ຂໍ້ມູນຂອງພວກທີ່ພັກພາອາໄສ ຕາມ ທີ່ກົດໝາຍໄດ້ບົ່ງໄວ້ ໃນເວລາພວກເຂົາເຈົ້າຍ້າຍເຂົ້າມາຢູ່ ໃນເດືອນມິຖຸນາ.

ທ່ານ Ahsan ໄດ້ຖືກຈັບກຸມ ເມື່ອຕອນແລງວັນເສົາວານນີ້ ໃນຖານ “ເຊົ່າເຮືອນໃຫ້ ພວກໂຈມຕີ ຮ້ານກາເຟ ແລະ ຊຸກເຊື່ອງຂໍ້ມູນ” ອີງຕາມຖະແຫລງການສະບັບໜຶ່ງ ຂອງ ຕຳຫຼວດ ທີ່ກ່າວຕື່ມວ່າ ພວກຜູ້ຊາຍດັ່ງກ່າວ ໄດ້ “ເຕົ້າໂຮມກັນຢູ່ທີ່ຫ້ອງພັກ” ກ່ອນໜ້າ ການໂຈມຕີ.

ຕຳຫຼວດ ເກັບກຳມາໄດ້ຖົງຂີ້ຊາຍຈຳນວນໜຶ່ງ ຢູ່ທີ່ຫ້ອງພັກ ຊຶ່ງພວກຜູ້ຕ້ອງສົງໄສ ໄດ້ນຳ ໃຊ້ເພື່ອຊຸກເຊື່ອງລະເບີດຫຼາຍລູກ ແລະ ສານລະເບີດຈຳນວນໜຶ່ງໄວ້ ອີງຕາມຖະແຫລງ ການນີ້.

ພວກຜູ້ຊາຍ 3 ຄົນ ເປັນຜູ້ຕ້ອງສົງໄສ ທີ່ຈະໄປປາກົດຕົວຢູ່ສານ ໃນວັນອາທິດມື້ນີ້.

ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີຮ້ານກາເຟ ບ່ອນທີ່ ພວກມືປືນ ໄດ້ບຸກເຂົ້າໄປຮ້ານ Holey Artisan Bakery ຢູ່ໃນນະຄອນຫຼວງ Dhaka ແລະ ໄດ້ສັງຫານ ໂຕປະກັນ20 ຄົນ ພ້ອມກັນກັບ ເຈົ້າໜ້າທີ່ຕຳຫຼວດ ສອງຄົນ ເມື່ອວັນທີ 2 ກໍລະກົດຜ່ານມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG