ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັງ​ກ​ລາ​ແດ​ັ​ສ ປະ​ກາດ​​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ຊຶ່ງ​ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ ໃຫ້​ແກ່​ພັກ​ຝ່າຍ​ຄ້ານ


ແຟ້ມ - ພວກ​ນັກ​ເຄື່ອນ​ໄຫວ​ຈາກ​ຊາດ​ພັກ​ນິ​ຍົມ​ບັງ​ກ​ລາ​ແດັ​ສ ພາ​ກັນ​ຮ້ອງ​ຄຳ​ຂວັນ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ທີ່​ນະ​ຄອນ​ຫຼວງ​ດາ​ກາ ເມື່ອ​ວັນ​ທີ 28 ຕຸ​ລາ 2023.
ແຟ້ມ - ພວກ​ນັກ​ເຄື່ອນ​ໄຫວ​ຈາກ​ຊາດ​ພັກ​ນິ​ຍົມ​ບັງ​ກ​ລາ​ແດັ​ສ ພາ​ກັນ​ຮ້ອງ​ຄຳ​ຂວັນ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ທີ່​ນະ​ຄອນ​ຫຼວງ​ດາ​ກາ ເມື່ອ​ວັນ​ທີ 28 ຕຸ​ລາ 2023.

ອົງ​ການ​ຄຸ້ມ​ຄອງ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ຂອງ​ບັງ​ກ​ລາ​ແດັ​ສ​ ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ການ​ເລືອກ​ຕັ້ງ​ສະ​ພາ​ ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 7 ມັງ​ກອນປີ 2024 ຊຶ່ງ​ການ​ປະ​ກາດ​ດັ່ງ​ກ່າວໄດ້​ກໍ່​ໃຫ້​ເກີດ​ມີ​ການ​ຂົ່ມ​ຂູ່ທີ່​ຈະ​ບອຍ​ຄອດ​ຫຼື​ບໍ່​ເຂົ້າ​ຮ່ວມ​ໃນ​ທັນ​ທີ​ຈາກ​ພັກ​ຝ່າຍ​ຄ້ານ ​ທີ່​ຢ້ານ​ວ່າ​ການ​ເລືອກ​ຕັ້ງ​ດັ່ງ​ກ່າວ​ຈະ​ມີ​ການ​ສໍ້​ໂກງ​ຄະ​ແນນ​ສຽງ.

ການ​ປະ​ກາດ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ບັງ​ກ​ລາ​ແດັ​ສ​ພວມ​ປະ​ສົບ​ກັບ​ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ ໂດຍ​ຮຽກ​ຮ້ອງ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຊິກ ຮາ​ຊິ​ນາ (Sheikh Hasina) ລາ​ອອກ.

ມີ​ຢ່າງ​ໜ້ອຍ 4 ຄົນ ຮວມ​ທັງ​ຕຳ​ຫຼວດ​ຄົນ​ນຶ່ງ ໄດ້​ເສຍ​ຊີ​ວິດ ແລະ​ອີກ​ຫຼາຍ​ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ ໃນ​ການ​ປະ​ທ້ວງ​ຢູ່​ໃນ​ທົ່ວ​ບັງ​ກ​ລາ​ແດັ​ສ ເມື່ອ​ໄວໆ​ມານີ້.

ພັກ​ຊາດ​ນິ​ຍົມ​ບັງ​ກ​ລາ​ແດັ​ສຫຼື BNP ອັນ​ເປັນ​ພັກ​ຝ່າຍ​ຄ້ານ​ທີ່​ໃຫຍ່​ທີ່​ສຸດ ​ຊຶ່ງ​ບັນ​ດາ​ຜູ້​ນຳ​ໄດ້​ຖືກ​ຈັບ​ຫຼື​ຖືກ​ຫ້າມ​ໂດຍ​ທາງ​ການໄດ້​ຮຽກ​ຮ້ອງ​ໃຫ້​ພວກ​ສະ​ໜັບ​ສະ​ໜຸນ​ປະ​ຕິ​ເສດ​ບໍ່​ຮັບ​ຮູ້​ຜົນ​ການ​ເລືອກ​ຕັ້ງ​ໃນ​ຄັ້ງ​ຕໍ່​ໄປ ຖ້າ​ທ່ານ​ນາງ​ຮາ​ຊິ​ນາ ​ບໍ່​ຍອມ​ລົງ​ຈາກ​ຕຳ​ແໜ່ງ ເພື່ອມອບ​ອຳ​ນາດ​ໃຫ້​ແກ່​ລັດ​ຖະ​ບານ​ຊົ່ວ​ຄາວ.

ພັກ BNP ກ່ອນ​ໜ້ານີ້ ກໍ​ເຄີຍ​ໄດ້​ບອຍ​ຄອດ​ ການ​ເລືອກ​ຕັ້ງ ​ໃນ​ປີ 2014 ມາ​ແລ້ວ.

​ຂໍ້​ມູນ​ບາງ​ສ່ວນ​ແມ່ນ​ມາ​ຈາກ​ລາຍ​ງານ​ທີ່​ສະ​ນອງ​ໂດຍ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG