ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ບັນ​ດາ​ນັກ​ເຄື່ອນ​ໄຫວ​ອອກ​ມາ​ເຕືອນ ກ່ຽວ​ກັບວັດ​ທະ​ນະ​ທຳ​ການ​ຍົກ​ເວັ້ນ​ໂທດ ​ສຳ​ລັບ​ຜູ້​ລະ​ເມີດ​ສິດ​ທິ​ມະ​ນຸດ


ນັກ​ເຄື່ອນ​ໄຫວ​ຈາກ​ກຸ່ມ ໂອ​ດີ​ກາ ປະ​ທ້ວງ​ຕໍ່​ຕ້ານ​ການ​ບັງ​ຄັບ​ຫາຍ​ສາບ​ສູນ​ໃນ​ເມືອງ ຄຸ​ລ​ນາ, ບັງ​ກ​ລາ​ແດັ​ສ, 10 ທັນ​ວາ 2021. (Mohammad Nuruzzaman/VOA)
ນັກ​ເຄື່ອນ​ໄຫວ​ຈາກ​ກຸ່ມ ໂອ​ດີ​ກາ ປະ​ທ້ວງ​ຕໍ່​ຕ້ານ​ການ​ບັງ​ຄັບ​ຫາຍ​ສາບ​ສູນ​ໃນ​ເມືອງ ຄຸ​ລ​ນາ, ບັງ​ກ​ລາ​ແດັ​ສ, 10 ທັນ​ວາ 2021. (Mohammad Nuruzzaman/VOA)

ບັນ​ດາ​ນັກ​ເຄື່ອນ​ໄຫວ ແລະ ກຸ່ມ​ສິດ​ທິ​ມະ​ນຸດ​ທັງຫຼາຍ​ໃນ​ປະ​ເທດ ບັງ​ກ​ລາ​ແດັ​ສ ແມ່ນ​ກຳ​ລັງ​ເຕືອນ ກ່ຽວ​ກັບ ວັດ​ທະ​ນະ​ທຳ​ການ​ຍົກ​ເວັ້ນ​ໂທດ​ໃຫ້​ພວກ​ລະ​ເມີດ​ສິດ​ທິ​ມະ​ນຸດ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່, ດັ່ງ​ທີ່​ໄດ້​ອະ​ທິ​ບາຍ​ຢູ່​ໃນ​ລາຍ​ງານ​ສິດ​ທິ​ມະ​ນຸດ​ປະ​ຈຳ​ປີ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທີ່​ຖືກ​ເປີດ​ເຜີຍ​ເມື່​ອບໍ່​ດົນ​ມານີ້.

ບັງ​ກ​ລາ​ແດັ​ສ ບໍ່​ໄດ້​ທຳ​ຄວາມ​ກ້າວ​ໜ້າຫຼາຍ​ໃນ​ການ​ປັບ​ປຸງ​ສະ​ຖາ​ນະ​ການ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ​ເຂົາ​ເຈົ້າ, ກະ​ຊວງ​ໄດ້​ກ່າວ​ໃນ​ລາຍ​ງານ​ລະ​ດັບ​ປະ​ເທດ ກ່ຽວ​ກັບການ​ປະ​ຕິ​ບັດ​ສິດ​ທິ​ມະ​ນຸດ​ປີ 2023 ຂອ​ງ​ເຂົາ​ເຈົ້າ.

ລາຍ​ງານ​ນັ້ນ​ໄດ້​ກ່າວ​ວ່າ​ ການ​ສັງ​ຫານ​ຄົນ​ຕາ​ມ​ອຳ​ເພີ​ໃຈ, ການ​ບັງ​ຄັບ​ໃຫ້ຫາຍ​ສາບ​ສູນ ແລະ ການ​ທໍ​ລະ​ມານ​ໂດຍ​ລັດ​ຖະ​ບານ ​ຍັງ​ຄົງ​ມີ​ຢູ່​ຕະຫຼອດ​ປີ. ເຂົາ​ເຈົ້າ​ຍັງ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ເປັນ​ຫ່ວງ​ເພີ້ມ​ເຕີມ ​ລວມ​ມີ​ສະ​ພາບ​ທີ່​ໂຫດ​ຮ້າຍ​ຢູ່​ໃນ​ຄຸກ, ການ​ຈັບ​ກຸມ​ຕາມ​ອຳ​ເພີ​ໃຈ ແລະ ຂາດ​ການ​ພິ​ຈາ​ລະ​ນາ​ຄະ​ດີ​ຢ່າງ​ເປັນ​ອິດ​ສະຫຼະ.

ໃນ​ການ​ກ່າວ​ຕອບ​ຕໍ່​ລາຍ​ງານ​ນັ້ນ, ທ່ານ ນາ​ສິ​ຣຸດ​ດິນ ອີ​ລານ, ຜູ້​ອຳ​ນວຍ​ການ​ຂອງ​ອົງ​ການ ໂອ​ດີ​ກາ, ເຊິ່ງ​ແມ່ນ​ອົງ​ການ​ສິດ​ທິ​ມະ​ນຸດ​ ​ທີ່ເປັນ​ທີ່​ຮູ້​ຈັກ​ສຳ​ລັບ​ການ​ບັນ​ທຶກ​ການ​ກ່າວ​ຫາ​ວິ​ສາ​ມັນ​ຄາດ​ຕະ​ກຳ ແລະ ບັງ​ຄັບ​ການ​ຫາຍ​ສາບ​ສູນ​ໃນບັງ​ກ​ລາ​ແດັ​ສ ໄດ້​ກ່າວ​ວ່າ “ລາຍ​ງານ​ທີ່​ວ່ານີ້​ ໄດ້ປູກ​ຈິດສຳ​ນຶກ​ຕໍ່​ສາ​ທາ​ລະ​ນະ, ເຮັດ​ໃຫ້​ປະ​ຊາ​ຊົນ​ຮູ້ຫຼາຍ​ຂຶ້ນ ແລະ ຮູ້ກ່ຽວ​ກັບບັນ​ຫາ​ຕ່າງໆ, ເຊິ່ງ​ແມ່ນ​ຂາດບໍ່​ໄດ້​.”

ໃນ​ປີ 2022, ລັດ​ຖະ​ບານ ບັງ​ກ​ລາ​ແດັ​ສ ໄດ້​ກ່າວ​ຫາ​ອົງ​ການ ໂອ​ດີ​ກາ ກ່ຽວ​ກັບການ​ເຜີຍ​ແຜ່ “ໂຄ​ສະ​ນາ​ຊວນ​ເຊື່ອ​ຕໍ່​ຕ້ານ​ລັດ ດ້ວຍ​ການ​ເຜີຍ​ແຜ່​ຂໍ້​ມູ​ນ​ທີ່​ເຮັດ​ໃຫ້​ຄົນ​ອື່​ນ​ເຂົ້າ​ໃຈ​ຜິດ,” ​ຈົນ​ນຳ​ໄປ​ສູ່​ການ​ຖອນ​ໃບ​ອ​ະ​ນຸ​ຍາດ​ການ​ປະ​ຕິ​ບັດ​ງານ​ຂອງ​ເຂົາ​ເຈົ້າ ແລະ ຕັ້ງ​ຂໍ້​ກ່າວ​ຫາ​ທາງ​ອາ​ຍາ​ຕໍ່​ທ່ານ ອີ​ລານ ແລະ ທ່ານ ອາ​ດີ​ລົວ ຣາ​ມານ ຄານ, ຜູ້​ກໍ່​ຕັ້ງ ແລະ ເລ​ຂາ​ທິ​ການ​ຂອງ​ອົງ​ການ​ດັ່ງ​ກ່າວ.

ທ່ານ ອີ​ລານ ແລະ ທ່ານ ຄານ ຖືກ​ຕັດ​ສິນ​ຂັງ​ຄຸກ​ສອງ​ປີ​ໃນ​ເດືອນ​ກັນ​ຍາ 2023 ລຸນຫຼັງ​ການ​ດຳ​ເນີນ​ຄະ​ດີ​ທີ່​ຖືກວິ​ພາກວິ​ຈານ​ດັ່ງ​ກັບ “ຖືກກະ​ຕຸ້ນ​ທາງ​ການ​ເມືອງ” ໂດຍ​ຜູ້​ໂຄ​ສະ​ນາ​ຫາ​ສຽງ. ໃນ​ປັດ​ຈຸ​ບັນ​ນີ້​ທັງ​ສອງ​ທ່ານ​ໄດ້​ອອກ​ຈາກ​ຄຸກ​ດ້ວຍ​ການ​ປະ​ກັນ​ຕົວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG