ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັງກລາແດສກ່າວຫາ ຊາວໂຣຮິງຢາ ວ່າໂຈມຕີ ຊາວພຸດ (ສະໄລດ໌)


ວັດຂອງຊາວພຸດ ຫລາຍກວ່າ 10 ແຫ່ງໄດ້ຖືກເຜົາ ໂດຍພວກປະທ້ວງຊາວໂຣຮິງຢາ ທີ່ບັງກລາແດສ.
ວັດຂອງຊາວພຸດ ຫລາຍກວ່າ 10 ແຫ່ງໄດ້ຖືກເຜົາ ໂດຍພວກປະທ້ວງຊາວໂຣຮິງຢາ ທີ່ບັງກລາແດສ.
ລັດຖະບານບັງ​ກລາ​ແດັ​ສ ​ກ່າວ​ຫາພວກມຸສລິ​ມໂຣຮິງ​ຢາ ຈາກ​
ມຽນມາ ວ່າ ​ພົວພັນ​ກັບຄື້ນ​ຟອງ​ການ​ໂຈມ​ຕີຕໍ່ວັດ​ຂອງ​ຊາວ​ພຸດ
​ໃນພາກ​ຕາ​ເວັນອອກ​ສຽງ​ໃຕ້​ຂອງ ບັງ​ກລາ​ແດັສ ​ໃນ​ວັນ​ເສົາ ​
ແລະ​ວັນ​ອາທິດຜ່ານ​ມານີ້.

ລັດຖະມົນຕີ​ກະຊວງພາຍ​ໃນ​ບັງ​ກລາ​ແດັສ ທ່ານ Mohiuddun Khan Alamgir ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຊາວ​ໂຣຮິງຢາ​ແມ່ນ​ຮວມຢູ່​ໃນ​ຈຳນວນ​ພວກ​ກໍ່​ຈະ ລາ​ຈົນ​ຕໍ່ຕ້ານ​ຊາວ​ພຸດ​ຫລາຍ​ພັນ​ຄົນ ທີ່​ພາກັນ​ທຳລາຍ​ຊັບ​ສິນ​ແລະ​ປຸ້ນ​ສະດົມ​ຕໍ່ ວັດ​ຢ່າງ​ໜ້ອຍ 10 ​ແຫ່ງ ​ແລະເຮືອນ​ຊານຂອງ​ຊາວ​ພຸດອີກຫຼາຍສິບຫລັງ ​ໃນ​ເຂດ​ເມືອງ Cox’s Bazaar ທີ່ຕິດ​ກັບ​ຊາຍ​ແດນຂອງມຽນມາ. ນອກ​ນັ້ນທ່ານ ຍັງກ່າວ​ຫາພວກມຸສລິ​ມ​ຫົວ​ຮຸນ​ແຮງ ​ແລະພັກ​ເຄື່ອນ​ໄຫວຝ່າຍ​ຄ້ານ ກໍ່​ການຈະ ຈາ​ຈົນ​ຂຶ້ນ ຊຶ່ງ​ເປັນຄວາມ​ພະຍາຍາມທີ່​ “ມີ​ການ​ວາງ​ແຜນ​ລ່ວງ​ໜ້າ ​ແລະ​ໄຕ່ ຕອງ​ຢ່າງຮອບ​ຄອບ” ​ເພື່ອ​ລົບ​ກວນ​ຄວາມ​ສາມັກຄີ​ຂອງ​ຊຸມ​ຊົນ.

ການ​ໂຈມ​ຕີເລີ້​ມຂື້ນ​ໃນ​ຕອນ​ແລງ​ຂອງ​ວັນ​ເສົາຜ່ານ​ມາ ຫລັງ​ຈາກ​ຊາວ​ມຸສລິ​ມ ​ໄດ້​ພົບ​ເຫັນ​ຮູບ​ພາບ​ຂອງ​ການ​ຈູດ​ຄໍາ​ພີ​ໂຄ​ຣານ ​ຢູ່ໃນ Facebook​. ພວກ​ກໍ່​ການ​ຈາລະ​ຈົນທີ່ເຫັນ​ວ່າ ຮູບພາບເຫຼົ່ານີ້​ໜິ່ນ​ປະໝາດ​ຕໍ່ສາສະໜາອິສລາມ ທີ່​ມີ​ການ ຖິ້ມ​ໂທດ​ໃສ່​ວ່າ ຜູ້​ຊາຍຊາວ​ພຸດ​ຄົນ​ນຶ່ງ​ເປັນ​ຜູ້​ກະທຳ ​ແລະ​ໄດ້​ພາອອກ​ໄປ​ອາ​ລະ​ວາດ ຢູ່​ໃນ​ເຂດທີ່ຊາວ​ພຸດ ຊຶ່ງ​ເປັນ​ຊົນ​ກຸ່ມ​ນ້ອຍ​ອາ​ໄສ​ຢູ່ ​ໂດຍ​ພາກັນ​ປຸ້ນ​ເອົາ​ຊັບ ສິນ​ຕ່າງໆ ຮວມ​ທັງພະພຸດທະ​ຮູບ​ນຳ​ດ້ວຍ.
​ບັນດາເຈົ້າ​ໜ້າ​ທີ່ບັງ​ກລາ​ແດັສ ​ໄດ້​ສົ່ງ​ກໍາລັງ​ຮັກສາ​ຄວາ​ປອດ​ໄພ​ເພີ້​ມ​ເຕີມ ​ໄປ​ຍັງ​ເມືອງ Cox’s Bazaar ​ໃນ​ວັນ​ຈັນ​ວານ​ນີ້ ເພື່ອ​ປົກ​ປ້ອງຊາວ​ພຸດທີ່ປະກອບ ​ເປັນ​ໜ້ອຍ​ກ່ວາ 1 ​ເປີ​ເຊັນຂອງ​ປະຊາກອນບັງ​ກລາ​ແດັສ ​ແລະ​ພາກັນ​ອາ​ໄສ​ຢູ່ໃກ້ໆ​ກັບ​ຊາຍ​ແດນຂອງ
ມຽນມາທີ່​ປະຊາຊົນ​ສ່ວ​ນ​ໃຫຍ່​ນັບຖື​ສາສະໜາ​ພຸດ​ນັ້ນ. ​ລັດຖະມົນ​ຕີກະຊວງ​ພາຍ​ໃນ ທ່ານ Alamgri ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ໄດ້ຈັບ 166 ຄົນ​ທີ່​ພົວພັນ​ກັບ​ການ​ກໍ່​ຈາລະ​ຈົນຄັ້ງນີ້.

ເບິ່ງສະໄລດ໌

XS
SM
MD
LG