ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ຕຳຫຼວດ ບັງກລາແດັສ ສັງຫານ ຜູ້ຕ້ອງສົງໄສ ຢູ່ເບື້ອງຫຼັງ ການໂຈມຕີຮ້ານກາເຟ ທີ່ Dhaka


ຕຳຫຼວດບັງກລາແດັສ ກວດເບິ່ງເຮືອນສອງຊັ້ນ ຫຼັງຈາກ ໄດ້ບຸກເຂົ້າໄປ ທີ່ຄຸ້ມ Narayanganj ໃນເຂດຊານເມືອງ ນະຄອນຫຼວງ Dhaka. (27 ສິງຫາ 2016)

ຕຳຫຼວດບັງ​ກລາ​ແດັສ ກ່າວ​ວ່າ ຕົນໄດ້​ສັງຫານ​ພວກ​ອິສລາມ​ຫົວ​ຮຸນ​ແຮງ​ຈັດ​ຢ່າງ​ໜ້ອຍ 3 ຄົນ​ໃນ​ວັນ​ເສົາ​ມື້ນີ້ ຫລັງ​ຈາກ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ບ່ອນ​ຫຼົບ​ລີ້​ແຫ່ງນຶ່ງ​ ຂອງ​ພວກ​ຫົວ​ຮຸນ​ແຮງ ຢູ່​ນອກ​ນະຄອນຫຼວງ Dhaka. ຜູ້ທີ່​ສົງ​ໄສ​ ​ເປັນ​ຜູ້​ບົງ​ການ​ຢູ່​ເບື້ອງຫຼັງ​ໃນການ​ໂຈມ​ຕີ ​ຮ້ານ ກາ​ເຟ​ໃນ​ເດືອນ​ແລ້ວ ທີ່​ເຕັມ​ໄປ​ດ້ວຍພວກຊາວ​ຕ່າງປະ​ເທດ ຊຶ່ງ​ມີ​ລາຍ​ງານ​ວ່າ​ຮວມຢູ່​ໃນ ຈຳນວນພວກ​ທີ່​ເສຍ​ຊີວິດ.

ນາຍ​ຕຳຫຼວດອະ​ວຸ​ໂສ Sanwar Hossain ​ໃຫ້ການ​ຢືນຢັນ​ກ່ຽວ​ກັບ​ການ​ເສຍຊີວິດ​ຂອງ​ ພວກ​ຫົວ​ຮຸນ​ແຮງ​ດັ່ງກ່າວ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ຕຳຫຼວດ​ໄດ້​ຍິງ​ຕໍ່ສູ້​ກັນ​ກັບ​ພວກ​ຫົວ​ຮຸນ​ແຮງ​ເປັນ​ເວລາ​ນຶ່ງ​ຊົ່ວໂມງ​ທີ່​ຄຸ້ມ Narayanganj ຕັ້ງຫ່າງ​ຈາກ​ນະຄອນຫຼວງ​ Dhaka ​ໄປ​ທາງທິດໃຕ້ປະມານ 25 ຫຼັກກິ​ໂລ​ແມັດ.

ຜູ້​ບັນຊາ​ການ​ຕຳຫຼວດ ທ່ານ A.K.M Shahidul Hoque ກ່າວ​ຕໍ່​ອົງການ​ຂ່າວ AFP ວ່າ “ພວກ​ເຂົາ​ບໍ່​ໄດ້​ຍອມ​ຈຳນົນ. ພວກ​ເຂົາໄດ້​ແກວ່ງ​ລະ​ເບີດ​ມື ​ສີ່​ຫາ ​ຫ້າ​ລູກ ​ແລະ​ ກໍ​ຍິງ​ປືນ AK 22 ມາ​ໃສ່​ຕຳຫຼວດ.”

ທ້າວ Tamim Ahmed Chowdhury ຄົນ​ຄາ​ນາ​ດາ ​ເຊື້ອສາຍ​ບັງ​ກລາ​ແດັສ​ແມ່ນ​ຮວມ ຢູ່ໃນ​ຈຳນວນ​ພວກ​ທີ່​ເສຍ​ຊີວິດ ອີງ​ຕາມ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່. ​ເປັນທີ່​ເຊື່ອ​ກັນ​ວ່າ ລາວ​ເປັນ​ຜູ້​ບົງ​ການ​ຢູ່​ເບື້ອງຫຼັງ​ ໃນ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ ທີ່​ຮ້າຍແຮງ​ສຸດ​ຂອງ​ປະ​ເທດທີ່​ນຳ​ໄປ​ສູ່​ການ​ສັງຫານ​ໂຕ​ປະກັນ 20 ຄົນ ຮວມທັງ​ຊາວຕ່າງປະ​ເທດ 18 ຄົນ​ແລະ​ຕຳຫຼວດ 2 ຄົນ.

ອີງ​ຕາມ​ລາຍ​ງານ​ຂ່າວ​ແລ້ວ ຕຳຫຼວດ​ ແລະ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ໄດ້​ທຳ​ການ​ກວດຄົ້ນສະຖານ​ທີ່​ສົງ​ໄສ​ວ່າ ​ເປັນ​ບ່ອນ​ຫລົບ​ລີ້ຂອງ​ພວກ​ຫົວ​ຮຸນ​ແຮງ​ຈຳນວນ​ນຶ່ງ. ເມື່ອ​ວັນ​ທີ 2 ສິງຫາ​ຜ່ານ​ມາ​ເຈົ້າໜ້າ​ທີ່​ໄດ້​ສະ​ເໜີ​ໃຫ້​ລາງວັນ 25 ພັນໂດ​ລາ​ແກ່​ຜູ້​ໃດ​ກໍ​ຕາມ​ທີ່ ​ມີຂ່າວ​ຄາວ​ທີ່​ຈະ​ນຳ​ໄປ​ສູ່​ການ​ຈັບ​ກຸມ​ທ້າວ Chowdhury

ກຸ່ມ​ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ​ຮ້ານ​ກາ​ເຟ ໃນ​ວັນ​ທີ​ 2 ກໍລະກົດ ​ເວລາ​ພວກ​ມື​ປືນ ໄດ້​ບຸກ​ເຂົ້າ​ໄປ​ໃນຮ້ານ Holey Artisan Bakery ​ແລະ​ໄດ້​ສັງຫານ​ໂຕ​ປະກັນ​ພ້ອມ​ດ້ວຍ​ຕຳຫຼວດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG