ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຕຳຫຼວດໄທ ເຜີຍແຜ່ຮູບແຕ້ມ ຜູ້ຕ້ອງສົງໄສ ວາງລະເບີດ


ເຈົ້າໜ້າຕຳຫລວດໄທ ເຜີຍແຜ່ຮູບແຕ້ມ ຜູ້ຕ້ອງສົງໄສ ໃນການວາງລະເບີດ ເມື່ອວັນທີ 19 ສິງຫາ ທີ່ຜ່ານມາ.
ເຈົ້າໜ້າຕຳຫລວດໄທ ເຜີຍແຜ່ຮູບແຕ້ມ ຜູ້ຕ້ອງສົງໄສ ໃນການວາງລະເບີດ ເມື່ອວັນທີ 19 ສິງຫາ ທີ່ຜ່ານມາ.

ບັນດາ​ເຈົ້າ​ໜ້າ​ທີ່​ໄທ ​ໄດ້​ນຳອອກເຜີຍ​ແຜ່​ຮູບແຕ້ມຜູ້​ຊາຍ​ຄົນ​ນຶ່ງ
ທີ່​ເຂົາ​ເຈົ້າ​ເຊື່ອ​ວ່າ ອາດ​ຮັບຜິດຊອບ​ຕໍ່​ການວາງ​ລ​ະ​ເບີດ ທີ່​ເຮັດ
​ໃຫ້ຢ່າງ​ໝ້ອຍ 22 ຄົນ ​ເສ​ຍຊີ ວິດ ຢູ່​ທີ່​ສານບູຊາແຫ່ງນຶ່ງ ຊຶ່ງ
ເປັນບ່ອນທີ່ໄດ້ຮັບຄວາມນິຍົມສູງ ​ໃນບາງກອກ.

ຜູ້ບັນຊາການ​ຕຳຫລວດ ທ່ານ Somyot Poompanmoung
ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ຜູ້​ວາງ​ລະ​ເບີດແມ່ນມີທ່າທາງວ່າ ອາດ
​ຈະ​ປະ​ຕິ​ບັດ​ງານ ເປັນສ່ວນນຶ່ງ ຂອງຕາໜ່າງ ​ແຕ່​ຍັງ​ບໍ່​ທັນມີ
ການແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ​ແລະ​ສັນຊາດຂອງຜູ້ກ່ຽວ.

ຜູ້ຊາຍຄົນນຶ່ງ ນຸ່ງເສື້ອຍືດສີເຫລືອງ ພາຍຖົງ ທີ່ເຫັນຢ່າງຢູ່ ສານເອຣະວັນ
ຜູ້ຊາຍຄົນນຶ່ງ ນຸ່ງເສື້ອຍືດສີເຫລືອງ ພາຍຖົງ ທີ່ເຫັນຢ່າງຢູ່ ສານເອຣະວັນ

ທ່ານ Somyot ​ໄດ້​ກ່າວ​ໃນ​ວັນ​ພຸດ​ມື້​ນີ້ ສອງ​ມື້​ຫລັງ​ຈາກ​ລະ​ເບີດ​ໄດ້​ແຕກ​ຂຶ້ນຢູ່ ສານເອຣາວັນ ທີ່​ໄດ້​ສັ່ນ​ສະ​ເທືອນນະຄອນຫລວງຂອງໄທວ່າ “ລາວ​ບໍ່​ໄດ້​ປະຕິບັດ​ຜູ້​ດຽວ ແນ່ນອນ ​ມັນ​ເປັນ​ຕາໜ່າງ”.

ຮູບ​ ແຕ້ມທີ່ນຳອອກ​ເຜີຍ​ແຜ່​ໂດຍ​ເຈົ້າ​ໜ້າ​ທີ່​ຕຳຫລວດ ​ແມ່ນຊາຍ​ໜຸ່ມ​ທີ່ມີ​ຜົ​ມດຳ​ກູດບໍ່ເປັນ
ລະບຽບ ບາງ​ ​ແລະໃສ່​ແວນ​ຕາ​ມົນ ຂອບເປັນປລາ​ສຕິກ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລາວ​
ອາດ​ເປັນ​ຄົນ​ໄທ ​ຫລື​ຕ່າງ​ດ້າວກໍໄດ້. ພວກ​ເຈົ້າ​ໜ້າ​ທີ່ ສະ​ເໜີ​ໃຫ້​ເງິນລາງວັນ 28,000 ​ໂດ​ລາ ແກ່ຜູ້ໃດກໍຕາມທີ່ລາຍ​ລະອຽດ ​ນຳ​ໄປ​ສູ່​ການ​ຈັບ​ກຸມ​ຜູ້​ຕ້ອງ​ສົງ​ໄສຄົນນີ້.

Second, Smaller Blast in Bangkok
please wait

No media source currently available

0:00 0:01:59 0:00

ຮູບ​ພາບ​ທີ່​ເຫັນ​ ບໍ່​ແຈ້ງ​ຈາກ​ກ້ອງວົງຈອນປິດ ປາກົດວ່າໄດ້​ສະ​ແດງໃຫ້​ເຫັນ ຜູ້​ຊາຍ​ຮູບ​ຮ່າງບອບ​ບາງ ​ມີ​ຜົມ​ຍາວ​ດຳທີ່​ບໍ່​ຫວີ ​ແລະ​ນຸ່ງ​ເສື້ອ​ສີ​ເຫລືອງ ປະ​ຖົງ ພາຍ​ໄວ້​ກ້ອງ​ແປ້ນ​ມ້າ​ນັ່ງ ​ແລະ​ຍ່າງ​ໜີ​ຢ່າງງຽບໆ​ຈາກ​ສະຖານ​ທີ່ ກ່ອນ​ເກີດ​ລະ​ເບີດ.

ບັນດາ​ຄູບາ​ ໄດ້​ນຳພາ​ການ​ສູດ​ມົນ ​ແລະ​ພວກ​ຊາວບ້ານ​ພາກັນ​ວາງ​ດອກ​ໄມ້ ​ແລະເຄື່ອງ​ຂອງ​ຕ່າງໆ​ໄວ້ ຢູ່ທີ່​ສານ​ບູຊາຂອງສາສະໜາຮິນ​ດູ ທີ່ຕັ້ງຢູ່ເດີ່ນ ຊຶ່ງ​ເຈົ້າ​ໜ້າ​ທີ່​ໄດ້​ເປີດຄືນ ໃຫ້​ແກ່​ສາທາລະນະ​ຊົນ ໃນ​ວັນ​ພຸດ​ມື້​ນີ້.

ຄູບາກຳລັງມາເຖິງ ສານເອຣາວານ ທີ ຣາດຊະປຣະສົງ ນະຄອນຫລວງບາງກອກ
ຄູບາກຳລັງມາເຖິງ ສານເອຣາວານ ທີ ຣາດຊະປຣະສົງ ນະຄອນຫລວງບາງກອກ

ປະຊາຊົນໃນເຂດ​ທ້ອງ​ຖີ່​ນ ນາງ Kawait Nunthakunatip ຜູ້​ທີ່​ໄດ້​ຜ່ານ​ໄປ​ໃນ​ວັນ​ຈັນພຽງ​ແຕ່ 20 ນາ​ທີ​ເທົ່າ​ນັ້ນກ່ອນ​ເກີດ​ລະ​ເບີດຮ້າຍ​ແຮງ​ກ່າວ​ວ່າ ນາງມີ​ຄວາມ​ດີ​ໃຈທີ່​ເຫັນ​ສະຖານ
ທີ່ດັ່ງກ່າວ ເປີດ​ຄືນຢ່າງ​ວ່ອງ​ໄວ.

ນາງກ່າວ ​ວ່າ “ຂ້າ​ພ​ະ​ເຈົ້າ​ຄິດ​ວ່າ ​ເປັນແນວ​ຄິດ​ທີ່​ດີເພາະ​ວ່າ​ຄົນ​ຕ້ອງການ​ມາ​ນົບ​ ໄຫວ້​ຢູ່​ສານດັ່ງກ່າວ​.” ນີ້​ເປັນສານ​ທີ່​ປະຊາຊົນນິຍົມ​ຊົມ​ຊອບ​ຢູ່່ໃນປະ​ເທດ​ໄທ ​ໃນບາງກອກ. ພວກ​ນັກ​ທ່ອງ​ທ່ຽວ​ພາກັນ​ມາ​ທີ່​ນີ້ເປັນຈຳນວນຫຼວງ​ຫລາຍ.”

ສານເອຣາວານ ກຳລັງເປີດຄືນໃໝ່ ຫລັງຈາກການວາງລະເບີດ ໃນວັນທີ່ 19 ສິງຫາ
ສານເອຣາວານ ກຳລັງເປີດຄືນໃໝ່ ຫລັງຈາກການວາງລະເບີດ ໃນວັນທີ່ 19 ສິງຫາ

ພວກ​ທີ່​ໄດ້ ​ເສຍ​ຊີວິດ​ຈາກ​ລະ​ເບີດ​ແຕກ ແມ່ນຮວມທັງ​ຄົນ​ໄທຢ່າງນ້ຍ​ຫົກ​ຄົນ ມາ​ເຊຍ​ສີ່​ຄົນ ຈີນ​ສາມ​ຄົນ ສິງກະ​ໂປ​ໜຶ່ງ​ຄົນ ​ຟິລິບ​ປີນ​ໜຶ່ງ​ຄົນ ​ແລະ​ຊາວ​ຮົງກົງ​ສອງ​ຄົນ ສານ​ບູຊາ​ນີ້ ເປັນ​ບ່ອນ​ນິຍົມສຳຫລັບພວກ​ນັກ​ທ່ອງ​ທ່ຽ​ວຊາ​ວ​ເອ​ເຊຍ.

XS
SM
MD
LG