ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຕ້ອງຍຸດຕິ ການລ່ວງລະເມີດ ກົດໝາຍສາກົນ ຢູ່ໃນ ຊີເຣຍ (ສະ​ໄລ​ດ໌)


ເລຂາທິການໃຫຍ່ ສປຊ ທ່ານພັນ ກີມູນ
ເລຂາທິການໃຫຍ່ ສປຊ ທ່ານພັນ ກີມູນ
ທ່ານ​ພັນ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ກ່າວ​ວ່າ
ສະພາຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ຈະ​ຕ້ອງ​ໄດ້​ທຳ​ການ
​ເຄື່ອນ​ໄຫວ​ເພື່ອ​ແກ້ໄຂ​ ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ການລະ​ເມີດ
​ຢ່າງ​ຈະ​ແຈ້ງ” ຕໍ່ກົດໝາຍສາກົນ ​ໃນ​ຊີ​ເຣຍ ບ່ອນ​ທີ່​ປະຊາຊົນ
​ຈຳນວນ​ຫຼາຍ​ລ້ານ​ຄົນ​ ບໍ່​ສາມາດ​ໄດ້ຮັບການ​ຊ່ອຍ​ເຫຼືອ​ດ້ານ
​ມະນຸດສະທຳ​ທີ່​ຕ້ອງການ​ເປັນ​ທີ່​ສຸດ​ນັ້ນ.

​ໃນ​ລາຍ​ງານ​ສະບັບ​ໃໝ່ ທີ່ນຳສະເໜີ​ ຕໍ່​ສະພາ​ຄວາມ​ໝັ້ນຄົງ
ທ່ານ​ພັນ​ກີ​ມູນກ່າວ​ວ່າ ທັງ​ຝ່າຍ​ລັດຖະບານ​ຊີ​ເຣຍ​ແລະ​ພວກ​
ນັກ​ລົບ​ຝ່າຍ​ຕໍ່ຕ້ານບໍ່​ໄດ້​ອະນຸມັດ​ໃຫ້ການ​ຊ່ອຍ​ເຫຼືອ​ດ້ານ​ມະ
ນຸດສະທຳ​ເຂົ້າ​ໄປຕາມ​ທີ່​ໄດ້​ຮຽກຮ້ອງ​ໄປ​ໃນ​ຮ່າງ​ຍັດຕິ​ສະພາ
​ຄວາມ​ໝັ້ນຄົງ​ສະບັບ​ນຶ່ງ ທີ່​ໄດ້​ຮັບ​ອະນຸມັດ​ໄປ​ໃນ​ເດືອນ​ກຸມ​ພາ​ຜ່ານ​ມາ​ໃນ​ປີ​ນີ້.

ທ່ານ​ພັນ​ກີມູນກ່າວ​ວ່າ ທັງ​ສອງ​ຝ່າຍ​ທີ່​ພວມທຳ​ສົງຄາມ​ກັນ​ຈະ​ຕ້ອງ​ຍົກ​ເລີກ​ການປິດລ້ອມ ພວກ​ຂົງ​ເຂດ ​ທີ່​ປະຊາຊົນ​ອາ​ໄສ​ຢູ່​ນັ້ນ ​ໂດຍ​ເອີ້ນ​ວ່າ ເປັນເລື່ອງທີ່ “ອັບອາຍ​ຂາຍໜ້າ” ທີ່​ວ່າ​ ພວກ​ປະຊາຊົນ​ຖືກ​ບັງຄັບ​ໃຫ້​ຢູ່​ພາຍ​ໃຕ້ສະພາບ​ການ​ເຫຼົ່ານັ້ນ.

ພວກ​ຫົວໜ້າອົງການ​ຊ່ອຍ​ເຫຼືອ​ດ້ານ​ມະນຸດສະທຳ​ຕ່າງໆ​ຂອງ​ສະຫະປະຊາ​ຊາດ ​ໄດ້​ອອກ​ ຖະ​ແຫຼ​ງການ​ຮ່ວມ​ສະບັບ​ນຶ່ງ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ທັງ​ສອງ​ຝ່າຍ​ກຳລັງ​ກີດ​ກັນ​ການ​ສົ່ງ​ການ​ຊ່ອຍ​ເຫລືອ​ດັ່ງກ່າວ ​ເຂົ້າ​ໄປ​ຍັງ​ຊີ​ເຣຍ ບ່ອນ​ທີ່​ສະຖານະ​ການ​ດ້ານ​ມະນຸດສະທຳ​ ກຳລັງ​ຊຸດ​
ໂຊ​ມລົງ​ໃນແຕ່​ລະ​ມື້​ນີ້. ພວກ​ຫົວໜ້າ​ເຫຼົ່າ​ນີ້ ຮຽກຮ້ອງ​ໃຫ້​ພວກ​ຝາຍ​ຕໍ່ຕ້ານ ​ແລະ​ກຳລັງ​ຂອງ ລັດຖະບານ​ຊີ​ເຣຍຮັບປະກັນ​ວ່າທຸກໆ​ຄົນ​ທີ່​ຕ້ອງການ​ຄວາມ​ຊ່ອຍ​ເຫຼືອ​ສາມາດ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ນີ້​ໄດ້ ​ແລະ​ໃຫ້​ຢຸດ​ເຊົາ​ຖິ້ມ​ລະ​ເບີດແລະ​ການ​ຍິງ​ປືນ​ໃຫຍ່​ໃສ່​ພວກ​ພົນລະ​ເຮືອນ​ນັ້ນ.
XS
SM
MD
LG