ຫ້າມຂອງລັດຖະບານ ບໍ່ໃຫ້ໜັງສືພິມຂອງຊາວກາໂຕລິກ
ສະບັບນຶ່ງ ໃຊ້ຄໍາວ່າ “Allah” ເວລາເອິ່ຍເຖິງ “ພະເຈົ້າ” ນັ້ນ.
ການຕັດສິນດ້ວຍຄະແນນສຽງເຫັນພ້ອມກັນຢ່າງເປັນເອກະ
ສັນ
ໃນວັນຈັນມື້ນີ້ ໂດຍຜູ້ພິພາກສາສານຊາວມຸສລິມ 3 ທ່ານ
ແມ່ນເປັນການຕ່າວປິ້ນຄໍາຕັດສິນຂອງສານຊັ້ນຕໍ່າແຫ່ງນຶ່ງ
ເມື່ອປີ 2009 ທີ່ອະນຸຍາດໃຫ້ໜັງສືພິມພາສາມາເລ
“The Herald” ໃຊ້ຄໍາ “Allah” ໄດ້ນັ້ນ.
ລັດຖະບານມາເລເຊຍ ໄດ້ອຸທອນຕໍ່ຄໍາຕັດສິນດັ່ງກ່າວ ໂດຍອ້າງວ່າຄໍາ “Allah” ນັ້ນ
ຄວນຈະຖືກໃຊ້ ໂດຍສະເພາະແຕ່ຊາວມຸສລິມເທົ່ານັ້ນ.
ສານອຸທອນໄດ້ອອກຄໍາຕັດສິນ ໃນວັນຈັນມື້ນີ້ວ່າ ຄໍາວ່າ “Allah” ນັ້ນບໍ່ແມ່ນສ່ວນນຶ່ງ
ຂອງສາສະໜາຄຣິສ ແລະການໃຊ້ຄໍາດັ່ງກ່າວ ໝາຍເຖິງ ພະເຈົ້ານັ້ນ ແມ່ນຈະສ້າງ
ຄວາມສັບສົນ.