ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະຊາຊົນ Baltimore ນັບຖືຄຳປະກາດ ຫ້າມຄົນສັນຈອນ ໄປມາ ໃນຍາມກາງຄືນ


ພວກປະທ້ວງ ພາກັນຮ້ອງໂຮ ຄຳຂວັນ ວັນທີ 29 ເມສາ 2015 ທີ່ນະຄອນນີວຢອກ.
ພວກປະທ້ວງ ພາກັນຮ້ອງໂຮ ຄຳຂວັນ ວັນທີ 29 ເມສາ 2015 ທີ່ນະຄອນນີວຢອກ.

ອີກ​ມື້ໜຶ່ງ​ຂອງ​ການ​ປະ​ທ້ວງ​ທີ່​ເມືອງ Baltimore ກ່ຽວ​ກັບ​ການ
​ເສຍ​ຊີວິດ​ຂອງ​ຊາຍ​ໜຸ່ມ​ຜິວ​ດຳ​ຄົນ​ໜຶ່ງ ທີ່​ໄດ້​ເສຍ​ຊີວິດ​ໄປໃນ​
ເວລາ​ຢູ່​ໃນ​ການ​ຄວບ​ຄຸມ​ຂອງ​ຕຳຫຼວດ ​ໄດ້​ຍຸດຕິ​ລົງ​ຢ່າງ​ຫງຽບ
​ສະຫງົບ ​ໃນ​ຄືນ​ວັນ​ພຸດ​ຜ່ານ​ມາ​ນີ້ ​ໃນ​ຂະນະ​ທີ່​ພວກ​ຊາວ​ເມືອງ​
ພາກັນ​ເຄົາລົບ​ນັບຖື​ການ​ຫ້າມ​ຜູ້​ຄົນ​ສັນຈອນ​ໄປມາ​ໃນ​ຍາມ​ກາງ​
ຄືນ ທີ່​ໄດ້​ປະກາດ​ໃຊ້​ມາ​ຫຼັງ​ຈາກ ເກີດ​ຄວາມ​ວຸ້ນວາຍ​ໃນ​ຕົ້ນ​ສັບ
ປະດາ​ນີ້.

ບັນດາ​ຜູ້ນຳ​ປະຊາ​ຄົມ ຮວມທັງ​ຜູ້​ແທນປະຈຳ​ສະພາ​ຕໍ່າ​ ສະ​ຫະ
ລັດ ທ່ານ Elijah Cummings ຊຶ່ງ​ເປັນ​ຜູ້​ແທນ​ຈາກ​ເຂດ​ເລືອກ​
ຕັ້ງ​ທີ່​ຮວມທັງ​ເຂດ ເມືອງ Baltimore ​ໄດ້​ໄປ​ຮ່ວມ​ເພື່ອ​ຊັກ​ຊວນ​
ໃຫ້​ພວກ​ປະ​ທ້ວງ​ກັບ​ຄືນ​ໄປ​ຍັງ​ບ້ານເຮືອນ​ຂອງ​ພວກ​ເຂົາ​ເຈົ້າ​ກ່ອນ 10:00 ​ໂມງ​ແລງ ຊຶ່ງ​ເປັນ​ເວລາ​ທີ່​ການ​ຫ້າມ​ສັນຈອນ​ໄປມາ​ມີ​ຜົນ​ບັງຄັບ​ໃຊ້. ຫຼາຍ​ຊົ່ວ​ໂມງ​ກ່ອນ​ໜ້າ​ນັ້ນ ພວກ
​ປະ​ທ້ວງ​ຫຼາຍ​ກວ່າ 1 ພັນ​ຄົນ​ໄດ້​ພາກັນ​ຍ່າງ​ຜ່ານໃຈກາງ ນະຄອນ Baltimoreຈາກ​ສະ
ຖານີ​ລົດ​ໄຟ​ໃຫຍ່​ຂອງ​ເມື​ອງ ​ໄປ​ຫາ​ໂຮງການ​ເມືອງ​ ​ແລະ​ກັບ​ຄືນ​ມາ​ອີກ. ຫົວໜ້າ​ຕຳຫຼວດ​ເມືອງ Baltimore ບັນ​ລະ​ຍາຍ​ການ​ປະ​ທ້ວງ​ວ່າ “ດຳ​ເນີນ​ໄປຢ່າງ​ສະຫງົບ​ງຽບ​ທີ່​ສຸດ.”

ການ​ດຳ​ເນີນ​ຊີວິດ​ກຳລັງ​ຄ່ອຍໆ​ກັບ​ຄືນ​ສູ່ສະພາບ​ປົກກະຕິ​ໃນ​ເມືອງ Baltimore ຊຶ່ງ​ໄດ້​ມີການປະກາດໃຊ້​ພາວະ​ສຸກ​ເສີນ​ມາ​ຕັ້ງ​ແຕ່ວັນຈັນ​ສັບປະດາ​ນີ້ ​ເວລາ​ພວກ​ປະ​ທ້ວງ​ພາ
ກັນ​ເອົາ​ໄຟ​ຈູດ​ເຜົາຮ້ານ​ຄ້າ​ແລະ​ຍານພາຫະນະ​ຕ່າງໆ ​ແລະ​ລັກຂະ​ໂມ​ຍສິ່ງ​ຂອງ​ທີ່​ສູນ​ການ​ຄ້າ​ແຫ່ງ​ໜຶ່ງ ຫຼັງຈາກ​ເສັດ​ພິທີ​ສົ່ງສະການ​ທ້າວ Freddie Gray ​ໄວ 25 ປີ​ນັ້ນ​ແລ້ວ. ພວກ​
ໃຊ້​ພາຫະນະ​ມວນ​ຊົນ​ພາກັນ​ຂຶ້ນ​ລົດ​ບັສ ​ແລະ​ລົດ​ໄຟ​ໃຕ້​ດິນ​ເຕັມ​ຄັນ​ຄືນ​ໃນວັນພຸດ​ວານ​ນີ້ ​ແລະ​ພວກ​ໂຮງຮຽນ​ຫຼວງກໍ​ໄດ້​ເປີດ​ຄືນ ​ແລະ​ວົງ​ດົນຕີ Symphony Baltimore ​ກໍໄດ້​ສະ​ແດງດົນຕີ concert ​ ​ກາງ​ແຈ້ງ​ໃຫ້​ຄົນ​ຊົມ​ຟີ.

ການ​ເດີນ​ຂະ​ບວນ​ໃຫ້ການ​ສະໜັບສະໜຸນ​ການ​ເດີນ​ຂະ​ບວນປະ​ທ້ວງ​ທີ່ ນະຄອນ Balti
more ​ໄດ້​ມີ​ຂຶ້ນ​ໃນ​ນະຄອນຫຼວງ​ວໍ​ຊິງ​ຕັນ​ດີ​ຊີ ນະຄອນ​ບອສຕັນ ​ແລະ​ໃນ​ນະຄອນ​ນີວຢອກ ບ່ອນ​ທີ່​ຕຳຫຼວດ​ໄດ້​ຈັບ​ກຸມ​ພວກ​ປະທ້ວງ​ຫຼາຍ​ກວ່າ 60 ຄົນ ຫຼັງ​ຈາກ​ພວກ​ປະ​ທ້ວງ​ເລີ້ມ​ກີ​ດກັນຖະ​ໜົນ ສາຍ​ຕ່າງໆ​ທີ່​ຈະຕຸ​ລັດ Manhattan’s Union. ການເດີນ​ຂະ​ບວນປະ​ທ້ວງ​ຕ່າງໆໄດ້​ມີ​ຂຶ້ນ​ເຊັ່ນ​ກັນ​ທີ່​ເມືອງ Ferguson ລັດ Missouri ບ່ອນ​ທີ່​ການ​ປະ​ທ້ວງ​ຄ້າ​ຍກັນ​ນີ້ ​ເກີດ​ຂຶ້ນ​ໃນ​ປີ​ແລ້ວ​ ຫຼັງ​ຈາກ​ຕຳຫຼວດ​ຍິງ​ທ້າວ Michael Brown ​ໄວ 18 ປີ​ຕາຍ ຊຶ່ງ​ຜູ້ກ່ຽວ​ເປັນ​ຄົນ​ຜິວ​ດຳ ​ແລະ​ບໍ່​ມີ​ອາວຸດ​ຕິດ​ໂຕ ທີ່​ຖືກ​ຍິງ​ຕາຍ​ເວລາ​ປະ​ເຊີນ​ໜ້າ​ກັບ​ຕຳຫຼວດ​ຜິວ​ຂາວ Darren Wilson ນັ້ນ.

US Baltimore
please wait
Embed

No media source currently available

0:00 0:03:08 0:00

XS
SM
MD
LG