ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຈົ້າຄອງກຳແພງນະຄອນ Baltimore ຍົກເລີກ ການຫ້າມສັນຈອນໄປມາ ໃນຍາມມື້ຄືນ


ທ່ານ​ນາງ Stephanie Rawlings-Blake ​ເຈົ້າ​ຄອງ​ກຳ​ແພງ​
ນະ​ຄອນ Baltimore ​ໄດ້​ລົບ​ລ້າງ​ການຫ້າມສັນຈອນ​ໄປມາຍາມ
​ກາງຄືນ​ໃນ​ທົ່ວໂຕ​ເມືອງ​ແລ້ວ ​ໃນ​ວັນ​ອາທິດ​ວານ​ນີ້ ຂະນະ​ທີ່
​ພວກ​ປະ​ທ້ວງ​ພາ​ກັບ​ໂຮມ​ຊຸມນຸມ​ກັນ ຕໍ່ຕ້ານ​ການ​ໃຊ້​ຄວາມ​ຮຸນ
​ແຮງ​ຂອງ​ຕຳຫຼວດ ​ອີກມື້​ນຶ່ງ ​ຢູ່​ຂ້າງນອກ​ໂຮງການ​ເມືອງນັ້ນ.

ນະຄອນ Baltimore ​ໄດ້​ຕົກ​ຢູ່​ໃນ​ສະພາບ​ສັບ​ສົນ​ວຸ້ນວາຍ
ຫຼັງ​ຈາກ​ ພິທີ​ສົ່ງສະການ​ທ້າວ Freddie Gray ຄົນ​ອະ​ເມຣິກັນ
​ເຊື້ອສາຍ​ອາ​ຟຣິກາ ທີ່ເສຍ​ຊີວິດ​ໄປ​ໃນ​ເດືອນ​ແລ້ວ​ນີ້ ໃນ​ລະ
ຫວ່າງ​ທີ່​ຖືກຕຳຫຼວດ ຄວບ​ຄຸມ​ຕົວ​ໄປ.

ທ່ານ​ນາງ Rawlings-Blake ກ່າວ​ວ່າ ທ່ານ​ນາງ​ບໍ່​ຢາກ​ໃຫ້ມີ ​ການ​ຫ້າມສັນຈອນ​ໃນ​ຍາມ​ກາງຄືນ​ ດົນ​ກ່ວາ​ທີ່​ຈຳ​ເປັນ ຊຶ່ງ​ທ່ານ​ນາງ​ກ່າວ ​ ວ່າ "ບູລິ​ມະ​ສິດ​ນ້ຳ​ເບີ​ໜຶ່ງ​ຂອງ​ທ່ານ​ນາງ​
ໃນການ​ຫ້າມ​ສັນຈອນ​ໄປ​ມານັ້ນ ​ກໍແມ່ນ​ເພື່ອ​ຮັບປະ​ກັບ​ຄວາມ​ສະຫງົບ ຄວາມ​ປອດ​ໄພ ສຸຂະພາບແລະ ​ສະ​ວັດ​ດີກາ​ນຂອງ​ພົນລະ​ເມືອງ Baltimore.”

ສະຫະ​ພັນ​ອິດ​ສະລະ​ພາບ​ພົນລະ​ເຮືອນ​ອະ​ເມຣິກັນ ​ແລະ​ພວກ​ເຈົ້າ​ຂອງ​ທຸລະ​ກິດ ​ໂດຍສະ
​ເພາະ​ພວກ​ຮ້ານ​ອາ​ຫານ ​ໄດ້​ຕຳ​ໜິຕິຕຽນ​ການ​ຫ້າມ​ຜູ້​ຄົນ​ສັນຈອນໃນ​ຍາມ​ກາງຄືນ​ນັ້ນ.

ບໍ່​ດົນຫຼັງ​ຈາກ​ເຈົ້າ​ຄອງກຳ​ແພງ​ເມືອງ​ ປະກາດ​ຍົກ​ເລີກ​ການ​ຫ້າມ​ຜູ້​ຄົນ​ສັນຈອນ​ໃນ​ຍາມ​ກາງຄືນແລ້ວ ທ່ານ Larry Hogan ຜູ້​ວ່າການ​ລັດ Maryland ກ່າວ​ວ່າ ​ພວກ​ທະຫານ
​ແລະ​ຕຳຫຼວດ​ປະມານ 4 ພັນ​ຄົນ​ທີ່ມາ​ຈາກ​ລັດ​ອື່ນໆ ​ໄດ້​ເລີ້ມ​ອອກ​ຈາກ Baltimore ​ໄປ​
ແລ້ວ. ທ່ານ Hogan ກ່າວ​ວ່າ ພາວະ​ສຸກ​ເສີນ​ໃນ​ເມືອງ Baltimore ຈະ​ບໍ່​ຖືກ​ຍົກ​ເລີກ ຈົນ​ກວ່າ​ພວກ​ທະຫານ​ທັງ​ໝົດ​ໄດ້​ອອກ​ຈາກ​ຕົວ​ເມືອງ​ໄປ.

ພວກເດີນ​ຂະ​ບວນປະ​ທ້ວງ ​ໄດ້​ສວຍ​ໂອກາດ​ເອົາ​ມື້​ທີ່​ດິນ​ຟ້າ​ອາກາດດີ​ຂອງ​ລະດູບານ​ໃໝ່ ​ໂຮມ​ຊຸ​ມນຸມກັນ​ຢ່າງ​ສັນຕິ​ຢູ່​ຂ້າງ​ນອກ​ໂຮງການ​ເມືອງ​ໃນ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ຫຼາຍຄົນໄດ້​
ໄຫວ້​ວອນ​ເພື່ອ​ສັນຕິພາບ.

ພວກ​ຮ້ານ​ຄ້າຢູ່ສູນ​ການ​ຄ້າ​ໃນ​ຄຸ້ມ ທີ່​ໄດ້​ຖືກ​ລັກຂະໂມ​ຍສິນຄ້າ​ໄປ​ໃນ​ລະຫວ່າງ​ເກີດການ
​ຈະລາຈົນ​ຂຶ້ນ​ໃນ​ວັນ​ຈັນ​ຜ່ານ​ມາ​ນັ້ນ ​ໄດ້​ໄຂ​ຄືນ​ເປັນ​ເທື່ອ​ທຳ​ອິດ​ໃນ​ວັນ​ອາທິດ​ວານ​ນີ້ ອຳ
ນວຍ​ໂອກາດ​ໃຫ້​ພວກ​ຊາວ​ເມືອງໄດ້​ຕ້ອງການ​ຊື້​ເຂົ້າປາ​ອາຫານ​ແລະ​ສິນຄ້າ ທີ່​ເຂົາເຈົ້າ
​ຕ້ອງການເປັນ​ທີ່​ສຸດ​ນັ້ນ.

US Baltimore Rally
please wait
Embed

No media source currently available

0:00 0:01:39 0:00

XS
SM
MD
LG