ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າຕຳຫຼວດ ກ່າວວ່າ ເມືອງ Baltimore ຢູ່ໃນສະພາບ ທຸ່ນທ່ຽງແລ້ວ


Small Skirmishes Flare in Baltimore as Police Enforce Curfew
please wait

No media source currently available

0:00 0:01:43 0:00

ຜູ້ບັນຊາການ​ຕຳຫລວດ​ເມືອງ Baltimore ກ່າວ​ວ່າ ​ເມືອງທີ່ຕັ້ງ
ຢູ່ໃນພາກ​ຕາ​ເວັນ​ອອກ​ຂອງສະຫະລັດແຫ່ງນີ້ ມີຄວາມທຸ່ນທຽງ
​ໃນ​ຂະນະ​ທີ່​ບັນດາ​ເຈົ້າ​ໜ້າທີ່​ບັງຄັບໃຊ້ການ​ຫ້ອມອອກ​ນອກ
ບ້ານ​ເຮືອນໃນ​ຍາມ​ກາງຄືນຫລັງ​ຈາກ ​ທີ່​ໄດ້​ເກີດຄວາມວຸ້ນວາຍ
ຢ່າງຮ້າຍ​ແຮງໃນຄືນວັນຈັນ ຍ້ອນ​ການ​ເສຍ​ຊີວິດ​ຂອງ​ຊາຍ​ໜຸ່ມ
​ຜີວ​ດຳ​ຄົນ​ນຶ່ງ ​ໃນລະຫວ່າງ​ການ​ຈັບ​ກຸມຂອງ​ຕຳຫລວດ​ເມື່ອ​ຕົ້ນ​
ເດືອນເມສາ ນີ້.

ຕຳຫລວດ ທີ່ຢູ່ໃນຊຸດປາບຈະລາຈົນ ​ໄດ້​ປະ​ເຊີນ​ໜ້າກັບ​ພວກ
​ປະ​ທ້ວງ​ນ້ອຍໆ​ກຸ່ນ​ນຶ່ງທີ່​ຍັງພາກັນ​ຢູ່​ຕາມ​ຖະໜົນ​ຫົນທາງ​ໂດຍ
ທ້າ​ທາຍ​ຕໍ່ຄຳ​ປະກາດ​ຫ້າມ​ອອກ​ນອກ​ເຮືອນທີ່ເ​ລີ້​ມ​ມີຜົນບັງຄັບ
ໃຊ້​ແຕ່ 10 ​ໂມງ​ແລງ ຕາມ​ເວລາ​ທ້ອງ​ຖິ່ນ​ໃນວັນ​ອັງຄານ​ວານ​ນີ້. ຝູງ​ຊົນພາກັນ​ເຕົ້າ​ໂຮມ
ກັນ​ຢູ່ ທາງ​ແຍກແຫ່ງນຶ່ງ ​ຢູ່ພາກ​ຕາ​ເວັນ​ຕົກ​ຂອງ​ເມືອງ Baltimore ບ່ອນ​ທີ່​ການຈະລາ
ຈົນຮ້າ​ຍ​ແຮງ​ທີ່​ສຸດເກີດ​ຂື້ນໃນແລງວັນຈັນ.

Baltimore Struggles to Recover After Riots
please wait

No media source currently available

0:00 0:02:51 0:00



ເວລາຕຳຫຼວດສັ່ງໃຫ້ຝູງຊົນແຍກຍ້າຍກັນນັ້ນບາງຄົນໄດ້ຕອບໂຕ້ດ້ວຍການ​ແກວ່ງ​ແກ້ວ
ເຂົ້າໃສ່​ແລະ​ເຍາະ​ເຍີ້​ຍຕຳຫຼວດ. ​ແຕ່ວ່າ ປະມານນຶ່ງ​ຊົ່ວ​ໂມງ​ ຫລັງຈາກຄຳສັ່ງ​ຫ້າມ​ອອກ​ນອກ​ເຮືອນ ມີຜົນບັງຄັບໃຊ້ແລ້ວ ພວກ​ປະ​ທ້ວງສ່ວນ​ໃຫຍ່ ​ກໍໄດ້​ແຍກຍ້າຍກັນ ໜີອອກ​
ຈາກ​ເຂ​ດດັ່ງກ່າວ.

ລາຍງານຂ່າວໂທລະ​ພາບ ສະ​ແດງ​ໃຫ້​ເຫັນວ່າ ກອງທະຫານພິທັກ​ຊາດ ກຳລັງ​ລາດຕະ​
ເວນຢູ່​ຕາມ​ຖະໜົນ​ຫົນທາງ ດ້ວຍ​ລົດ​ທະຫານ​ ໃນ​ຂະນະ​ທີ່ການ​ຫ້າມ​ອອກ​ນອກ​ເຮືອນ​
ເລີ້ມ​ມີຜົນ​ບັງຄັບໃຊ້.

​ຊາວ​ເມືອງ​ Baltimore ທຸກ​ຊົນຊາດຊົນເຜົ່າ ​ໃນ​ວັນ​ອັງຄານວານ​ນີ້ ​ໄດ້​ພາກັນ​ອອກ​ມາ
​ທຳ​ຄວາມ​ສະອາດ ​ເກັບ​ຂີ້​ເຫຍື້ອ ​ແລະ​ຮ້ອງໄຫ້ເສຍໃຈໃນການ​ເຜົາ​ຮ້ານ​ຄ້າ​ຕ່າງໆ ​ແລະ
​ລັກ​ເອົາ​ສິ່ງ​ຂອງ​ຈາກ​ຮ້ານ​ສັບພະ​ສິນຄ້າທີ່​ຮວມທັງ​ຕະຫຼາດ​ໃຫຍ່ຊູເປີ້ມາກເກັດແລະ​ຮ້ານ
​ຄ້າ​ທີ່​ມີ​ຊື່​ສຽງ ທີ່​ເປັນ​ບ່ອນ​ບໍ​ລິ​ການສຳຄັນ​ສຳຫລັບຄຸ້ມທີ່ທຸກ​ຍາກຂອງ​ເມືອງດັ່ງກ່າວ.

​ໃນ​ຂະນະ​ທີ່​ຕາ​ເວັນ​ຕົກ​ດິນ​ ໃນ​ວັນ​ອັງຄານ​ວານ​ນີ້ ຖະໜົນ​ຫົນທາງ​ເຕັມ​ໄປ​ດ້ວຍ​ພວກ​ກໍ່
​ຄວາມ​ວຸ້ນວາຍ​ເມື່ອ 24 ຊົ່ວ​ໂມງ​ກ່ອນ​ນັ້ນບັດ​ນີ້​ໄດ້​ເຕັ​ມ​ໄປ​ດ້ວຍ​ສຽງ​ດົນຕີ ​ເຕັ້ນ​ລຳແລະ
​ຜູ້​ຄົນ​ກອດ​ຫອ​ມກັນ.

​ເຈົ້າຄອງກຳແພງ​ເມືອງ Baltimore ທ່ານ​ນາງ Stephanie Rawlings-Blake ​ໄດ້​ໃຊ້​
ເວລາ​ສ່ວນ​ໃຫຍ່ໃນມື້ວານນີ້ ຢ້ຽມຢາມ​ບັນດາ​ຄຸ້ມບ້ານ​ຈຳນວນ​ນຶ່ງ. ທ່ານ​ນາງກ່າວ​ວ່າ
ທ່ານ​ໄດ້​ເຫັນ​ວ່າ ​ເມືອງ Baltimore ​ເປັນ​ຢ່າງ​ໃດ​ກັນ​ແທ້ ປະຊາຊົນ​ພາກັນ​ກູ້​ເອົາ​ຄືນມາ
​ແລະ​ປົວແປງ​ເມືອງດັ່ງກ່າວ​ຄືນໃໝ່

XS
SM
MD
LG