ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາປະ​ເທດ​ ໃນ​ເຂດ​ທະ​ເລ​ບາ​ລ​ຕິກ ປະ​ນາມ​ທ່າ​ທີ​ຂອງ​ທູດ​ຈີນ ກ່ຽວ​ກັບ​ອະ​ດີດ​ສາ​ທາ​ລະ​ນະ​ລັດ​ຂອງ​ໂຊ​ຫວຽດ


ແຟ້ມ - ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ປະ​ຈຳ​ຝ​ຣັ່ງ ທ່ານ​ຫລູ ເຊ​ຢີ ໄປ​ຮ່ວມ​ງານ Longchamp Racecourse ​ຢູ່​ປາ​ຣີ ປະ​ເທດ​ຝ​ຣັ່ງ ເມື່ອ​ວັນ​ທີ 29 ສິງ​ຫາ 2019.
ແຟ້ມ - ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ປະ​ຈຳ​ຝ​ຣັ່ງ ທ່ານ​ຫລູ ເຊ​ຢີ ໄປ​ຮ່ວມ​ງານ Longchamp Racecourse ​ຢູ່​ປາ​ຣີ ປະ​ເທດ​ຝ​ຣັ່ງ ເມື່ອ​ວັນ​ທີ 29 ສິງ​ຫາ 2019.

ສາມ​ປະ​ເທດ​ໃນ​ເຂດ​ທະ​ເລ​ບາ​ລ​ຕິກ​ ໄດ້​ປະ​ນາມ​ຢ່າງ​ແຮງ ​ຕໍ່​ການ​ໃຫ້​ຄວາມ​ເຫັນ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ກ​ທູດ​ຈີນ​ປະ​ຈຳ​ປະ​ເທດ​ຝ​ຣັ່ງ ຜູ້​ຊຶ່ງ​ໄດ້​ກ່າວ​ໃນ​ການ​ໃຫ້​ສຳ​ພາດ​ແກ່​ໂທ​ລະ​ພາບ​ຝ​ຣັ່ງ ເມື່ອ​ໄວໆ​ມານີ້​ວ່າ ອະ​ດີດ​ສາ​ທາ​ລະ​ນະ​ລັດ​ຕ່າງໆ​ຂອງ​ສະ​ຫະ​ພາບ​ໂຊ​ຫວຽດບໍ່​ແມ່ນ​ປະ​ເທດ​ເອ​ກະ​ລາດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ແອັ​ສ​ໂທ​ເນຍ ລັດ​ເວຍ ແລະ​ລີ​ທົວ​ເນຍ ​ຕ່າງ​ກໍໄດ້​ທຳ​ການ​ປະ​ກາດ​ໃນ​ຕອນ​ແລງ​ຂອງ​ຄືນ​ວັນ​ເສົາ​ທີ່​ຜ່ານ​ມາ ໂດຍ​ຖື​ວ່າ​ຄຳ​ເວົ້າ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ທ່ານ​ຫລູ ເຊ​ຢີ (Lu Shaye) ເປັນ​ສິ່ງ​ທີ່​ຮັບ​ເອົາ​ບໍ່​ໄດ້.

ນັກ​ການ​ທູດ​ຈີນ​ຄົນ​ນີ້ ໄດ້​ຖືກ​ຖາມ​ໃນ​ການ​ໃຫ້​ສຳ​ພາດ​ແກ່​ໂທ​ລະ​ພາບ​ຂ່າວ LCI ຂອງ​ຝ​ຣັ່ງ​ວ່າ ທ່ານ​ຄິດ​ວ່າ​ແຫຼມ​ໄຄ​ຣ​ເມຍ ​ເປັນ​ຂອງ​ຢູ​ເຄ​ຣນ​ຫຼື​ບໍ່. ທ່ານ​ໄດ້​ຕອບ ໂດຍປຽບ​ທຽບ​ປະ​ເທດ​ຕ່າງໆ​ຂອງ​ອະ​ດີດ​ສະ​ຫະ​ພາບ​ໂຊ​ຫວຽດ​ແລະ​ກ່າວວ່າ ບໍ່​ມີ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ປະ​ເທດ​ໃດໆ ທີ່​ໃຫ້ “​ການຢືນ​ຢັນ​ຕໍ່​ສະ​ຖາ​ນະ​ພາບ​ຂອງ​ພວກ​ເຂົາ​ເຈົ້າ​ວ່າ​ເປັນ​ປະ​ເທດ​ເອ​ກະ​ລາດ.”

HELSINKI (AP) — The three Baltic states have strongly condemned comments by China's envoy to France who appeared to say in a recent French television interview that the former Soviet republics aren't sovereign nations. The foreign ministers of Estonia, Latvia and Lithuania in separate announcements late Saturday deemed statements by Chinese Ambassador Lu Shaye as unacceptable. The diplomat was asked in a recent interview with French news channel LCI if he thought that the Crimean Peninsula belongs to Ukraine. He replied by drawing a parallel to ex-Soviet nations and said that there is no international agreement to "solidify their status as a sovereign country."

XS
SM
MD
LG