ປະທານສະພາຈາກບັນດາປະເທດໃນເຂດທະເລ ບາລຕິກ ໄດ້ສະແດງຄວາມສາມັກຄີກັບ ຢູເຄຣນ ທ່າມກາງການຮຸກຮານຂອງ ຣັດເຊຍ ແລະກ່າວວ່າ ການສືບຕໍ່ໃຫ້ການສະໜັບສະໜຸນຂອງສະຫະລັດຕໍ່ ຢູເຄຣນ ມີຜົນທີ່ສຳຄັນຕໍ່ພາກພື້ນ ອິນໂດ-ປາຊີຟິກ.
ໃນອາທິດນີ້, ບັນດາສະມາຊິກລັດຖະສະພາຈາກ ລັດເວຍ, ລິທົວເນຍ ແລະ ແອັສໂທເນຍ ໄດ້ໄປຢ້ຽມຢາມວໍຊິງຕັນ, ດ້ວຍການເຈລະຈາກັບສະມາຊິກສະພາສະຫະລັດ, ລວມທັງປະທານສະພາຕໍ່າ ທ່ານໄມຄ໌໌ ຈອນສັນ, ແລະບັນດາເຈົ້າຫນ້າທີ່ຈາກກະຊວງການຕ່າງປະເທດ.
ທ່ານ ຈອນສັນ ກ່າວໃນສື່ສັງຄົມ X ວ່າ ທ່ານໄດ້ຫາລືກ່ຽວກັບ "ສິ່ງທ້າທາຍຕ່າງໆທີ່ຍັງຄົງເກີດຂຶ້ນຢ່າງຕໍ່ເນື່ອງ" ແລະ "ຄວາມສໍາຄັນຂອງການຂັດຂວາງໄພຂົ່ມຂູ່ ເຊັ່ນຈາກ ຈີນ, ຣັດເຊຍ, ແລະ ອີຣ່ານ" ໃນລະຫວ່າງການພົບປະຂອງທ່ານ ກັບຜູ້ນໍາສະພາຂອງປະເທດໃນຂົງເຂດທະເລບາລຕິກໃນຕົ້ນອາທິດນີ້.
ການເຈລະຈາ, ມີຂຶ້ນໃນລະຫວ່າງການອະພິປາຍ ຂອງສະພາສູງສະຫະລັດ ກ່ຽວກັບການຊ່ວຍເຫຼືອຄັ້ງໃຫມ່ໃຫ້ແກ່ ຢູເຄຣນ, ໂດຍ ຢູເຄຣນ ແມ່ນໄດ້ອາໄສການສະໜັບສະໜຸນຈາກບັນດາປະເທດພັນທະມິດຕາເວັນຕົກ ໂດຍສະເພາະ ສະຫະລັດ ເພື່ອຕໍ່ສູ້ຕ້ານການຮຸກຮານຂອງ ຣັດເຊຍ, ເຊິ່ງມາຮອດປັດຈຸບັນ ແມ່ນເປັນເວລາສອງປີແລ້ວ.
ຟໍຣັມສະແດງຄວາມຄິດເຫັນ