ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບາຫຼີ ຕ້ອນຮັບຖ້ຽວບິນທໍາອິດ ຈາກປະເທດຈີນ ໃນຂະນະທີ່ມີການຫຼຸດຜ່ອນຂໍ້ບັງຄັບພະຍາດໂຄວິດ


ນັກທ່ອງທ່ຽວຈີນ ພາກັນເດີນທາງໄປເຖິງສະໜາມບິນສາກົນ ນູຣາ ຣາຍ (Ngurah Rai) ໃນ​ເກາະເກົາບາຫຼີ, ປະເທດອິນໂດເນເຊຍ, ​ເມື່ອວັນທີ 22 ມັງກອນ 2023.
ນັກທ່ອງທ່ຽວຈີນ ພາກັນເດີນທາງໄປເຖິງສະໜາມບິນສາກົນ ນູຣາ ຣາຍ (Ngurah Rai) ໃນ​ເກາະເກົາບາຫຼີ, ປະເທດອິນໂດເນເຊຍ, ​ເມື່ອວັນທີ 22 ມັງກອນ 2023.

ຖ້ຽວບິນ ທີ່ບິນໂດຍກົງຈາກປະເທດຈີນ ໄດ້ລົງຈອດຢູ່ທີ່ເກາະຕາກ​ອາ​ກາດບາຫຼີຂອງປະເທດອິນໂດເນເຊຍ ໃນວັນອາທິດວານນີ້, ເຊິ່ງເປັນຄັ້ງທໍາອິດ ໃນຮອບເກືອບ 3 ປີ ລຸນຫຼັງເສັ້ນທາງບິນດັ່ງກ່າວ ຕ້ອງໄດ້ຢຸດຊົ່ວຄາວ ເນື່ອງຈາກການລະບາດໃຫຍ່ຂອງພະຍາດໂຄວິດ-19, ອີງຕາມລາຍ​ງານອົງການຂ່າວ AP.

ມີຜູ້ໂດຍສານຢ່າງໜ້ອຍ 210 ຄົນ ທີ່ນັ່ງມາໃນຖ້ຽວບິນ​ຮັບເໝົາ ທີ່ດໍາເນີນງານໂດຍສາຍການບິນ ລາຍອອນ ແອ (Lion Air) ຈາກເມືອງເສິນເຈິ້ນ ແຂວງກວາງ​ຕຸ້ງ, ຕັ້ງຢູ່ທາງທິດໃຕ້ຂອງປະເທດຈີນ.

ນັກທ່ອງທ່ຽວຈີນບາງຄົນ ທີ່ເດີນທາງໄປຮອດສະ​ໜາມບິນບາຫຼີ ກ່າວວ່າ ພວກເຂົາມີຄວາມດີໃຈຫຼາຍທີ່ມີໂອກາດເດີນທາງມາທ່ຽວຕ່າງປະເທດອີກຄັ້ງ ຫຼັງຈາກທີ່ລັດຖະບານຂອງຈີນໄດ້ຍຸຕິຂໍ້ຈໍາກັດຕ່າງໆທີ່ເຂັ້ມງວດຂອງພະຍາດໂຄວິດ-19.

ແອນ ເປ (An Pei) ນັກທ່ອງທ່ຽວຈີນ ທີ່ເດີນທາງມາກັບເຮືອບິນ ກ່າວວ່າ “ຂ້ອຍຮູ້ສຶກດີໃຈ ແລະຜ່ອນຄາຍຫຼາຍ, ມັນເປັນເວລາດົນແລ້ວທີ່ພວກເຮົາບໍ່ໄດ້ເດີນທາງອອກນອກປະເທດ.”

ຖ້ຽວບິນດັ່ງກ່າວ ມີຂຶ້ນລຸນຫຼັງທີ່ລັດຖະບານຈີນ ​ໄດ້ຕັດສິນໃຈຍົກເລີກຂໍ້ຈໍາກັດຕ່າງໆກ່ຽວ​ກັບພະຍາດໂຄວິດ-19 ສໍາລັບການເດີນທາງ, ໂດຍໄດ້ປະກາດໃນວັນທີ 8 ມັງກອນແລ້ວນີ້, ເຊິ່ງບັງເອີນເປັນຊ່ວງເວລາດຽວກັນກັບການເລີ້ມຕົ້ນປີໃໝ່ຈີນ ທີ່ໄດ້ເລີ້ມ​ຂຶ້ນໃນວັນອາທິດວານນີ້.

ເສັ້ນທາງການບິນ ແຕ່ເສິນເຈິ້ນຫາບາຫຼີ ຈະດໍາເນີນງານພຽງອາທິດລະຄັ້ງ ໃນຊ່ວງການປະຕິບັດງານເລີ້ມຕົ້ນ. ອີງຕາມຖະແຫຼງການຂອງທ່ານດານັງ ແມນດາລາ ປຣີຮານໂຕໂຣ (Danang Mandala Prihantoro), ເຊິ່ງເປັນໂຄສົກຂອງສາຍການບິນລາຍອອນແອ.

ອິນໂດເນເຊຍ ວາງເປົ້າໝາຍໃສ່ນັກທ່ອງທ່ຽວຈາກຈີນ 255,000 ຄົນ ສໍາລັບປີ 2023 ນີ້, ເຊິ່ງອິນໂດເນເຊຍໄດ້ບັນທຶກໄວ້ວ່າ ໃນໄລຍະເດືອນມັງກອນ ຫາເດືອນຕຸລາ ປີ 2022 ມີນັກທ່ອງທ່ຽວຈາກຈີນພຽງແຕ່ 94,924 ເທົ່ານັ້ນ. ປົກ ກະຕິແລ້ວ ໃນແຕ່ລະປີ ຈະມີນັກທ່ອງທ່ຽວທີ່ຈາກປະເທດຈີນຫຼາຍກວ່າ 2 ລ້ານຄົນ ໃນຊ່ວງກ່ອນການລະບາດພະຍາດໂຄວິດ-19.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG