ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພູເຂົາໄຟ ໃນເກາະ ບາຫຼີ ສ້າງໄພຂົ່ມຂູ່ ແຕ່ຍັງມີຄວາມປອດໄພຢູ່


ພາບການພຸ້ງຂຶ້ນຂອງພູເຂົາໄຟ ອາກຸງ, ເມືອງ ຄາຮັງກາເຊັມ, ເກາະ ບາຫຼີ, ອິນໂດເນເຊຍ. 26 ພະຈິກ, 2017.
ພາບການພຸ້ງຂຶ້ນຂອງພູເຂົາໄຟ ອາກຸງ, ເມືອງ ຄາຮັງກາເຊັມ, ເກາະ ບາຫຼີ, ອິນໂດເນເຊຍ. 26 ພະຈິກ, 2017.

ຖ້ຽວບິນສາກົນທີ່ເດີນໄປ ແລະ ຈາກເກາະ ບາຫຼີ ປະເທດ ອິນໂດເນເຊຍ ໄດ້ຖືກຍົກ
ເລີກຫຼັງຈາກພູເຂົາໄຟ ອາກຸງ ໄດ້ເລີ່ມປ່ອຍຄວັນ ແລະ ຂີ່ເຖົ່າຂຶ້ນທ້ອງຟ້າຫຼາຍຮ້ອຍ
ແມັດໃນວັນເສົາວານນີ້, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່.

ມັນແມ່ນຄັ້ງທີສອງໃນຮອບບໍ່ເຖິງ 1 ສັບປະດາທີ່ພູເຂົາໄຟ ອາກຸງ ໄດ້ປະທຸຂຶ້ນ, ສົ່ງຂີ້
ເຖົ່າສີດຳຂຶ້ນເທິງຟ້າຢ່າງໜ້ອຍ 1,500 ແມັດ.

ເຖິງແມ່ນວ່າສະໜາມບິນຍັງຄົງເປີດຢູ່ກໍຕາມ, ແຕ່ປະຊາຊົນຫຼາຍພັນຄົນກໍໄດ້ເລີ່ມໜີ
ອອກຈາກເກາະດັ່ງກ່າວແລ້ວ.

ອົງການບັນເທົາໄພພິບັດຂອງ ອິນໂດເນເຊຍ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ
“ການທ່ອງທ່ຽວໃນເກາະ ບາຫຼີ ຍັງມີຄວາມປອດໄພຢູ່, ນອກຈາກເຂດອັນຕະລາຍຢູ່
ອ້ອມພູເຂົາໄຟ ອາກຸງ.”

ນັກພູເຂົາໄຟວິທະຍາ ອາວຸໂສ ທ່ານ ເກເດ ສວນຕີກາ ໄດ້ຂໍໃຫ້ປະຊາຊົນທີ່ອາໄສຢູ່
ໃນຊຸມຊົນທ້ອງຖິ່ນໃຫ້ສະຫງົບສະຕິອາລົມ, ແຕ່ປະຊາຊົນປະມານ 25,000 ໄດ້ອົບ
ພະຍົບອອກຈາກເຈີ້ຍພູ ໄປຫາບ່ອນລີ້ໄພແລ້ວ.

ທ່ານ ສວນຕີກາ ໄດ້ກ່າວຕໍ່ອົງການຂ່າວ AFP ວ່າ “ພວກເຮົາຈະສືບຕໍ່ພິຈາລະນາການ
ປະທຸກຄືແນວນີ້ໃນຂະໜາດທີ່ຄ້າຍຄືກັນ, ແຕ່ພວກເຮົາບໍ່ສາມາດຄາດເດົາໄດ້ວ່າພູເຂົາ
ໄຟ ອາກຸງ ຈະປະທຸຂຶ້ນແທ້ເມື່ອໃດ.”

ເຈົ້າໜ້າທີ່ໄດ້ກ່າວວ່າ ການເຄື່ອນໄຫວຄັ້ງຫຼ້າສຸດໄດ້ກໍ່ໃຫ້ເກີດຄວັນຂີ້ເຖົ່າທີ່ໃຫຍ່ກວ່າ
ການລະເບີດໃນຄັ້ງທຳອິດ ເມື່ອວັນອາຄານທີ່ຜ່ານມາ.

ຫຼັງຈາກຄັ້ງທີສອງ, ປະເທດ ສິງກະໂປ ໄດ້ປັບປຸງຂໍ້ມູນແນະນຳການທ່ອງທ່ຽວຂອງເຂົາ
ເຈົ້າສຳລັບເກາະດັ່ງກ່າວ, ໂດຍກ່າວເນັ້ນວ່າ ຄວັນຂີ້ເຖົ່າອາດ “ລົບກວນການເດີນທາງ
ທາງອາກາດຢ່າງຮຸນແຮງ.”

ໂຄສົກກະຊວງການທ່ອງທ່ຽວຂອງ ອິນໂດເນເຊຍ ທ່ານ ເຈ, ເອ ບາຣາຕາ ໄດ້ກ່າວວ່າ
ຖ້ຽວບິນເຂົ້າ ແລະ ອອກຂອງເກາະ ບາຫຼີ ຍັງຄົງ “ປົກກະຕິ” ຄືເກົ່າ.

ທ່ານໄດ້ກ່າວວ່າ “ຍຸດທະວິທີໃນການເຄື່ອນໄຫວແມ່ນໄດ້ຖືກໃຊ້ສຳລັບການບິນອອກ
ແລະ ບິນເຂົ້າ. ມັນບໍ່ໄດ້ສົ່ງຜົນອັນຕະລາຍໃດໆຕໍ່ຖ້ຽວບິນທັງຫຼາຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG