ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະໜາມ​ບິນ​ ນາໆ​ຊາດ​ ຢູ່ບາຫຼີ ເປີດບໍລິການ ຄືນແລ້ວ ຂະນະທີ່ພູໄຟ ຍັງສົ່ງຄວັນອອກມາຢູ່


ລາວາ ທີ່ຢູ່ຂ້າງໃນຂອງພູໄຟອາກັງ ໄດ້ສະທ້ອນແສງ ຂະນະທີ່ສົ່ງຄວັນຂຶ້ນສູ່ທ້ອງຟ້າ, ໃນເຂດອາເມັດ, ກາຣັງກະເສີມ ຣີເຈນຊີ ໃນເກາະບາຫລີ, ອິນໂດເນເຊຍ, 30 ພະຈິກ 2017.
ລາວາ ທີ່ຢູ່ຂ້າງໃນຂອງພູໄຟອາກັງ ໄດ້ສະທ້ອນແສງ ຂະນະທີ່ສົ່ງຄວັນຂຶ້ນສູ່ທ້ອງຟ້າ, ໃນເຂດອາເມັດ, ກາຣັງກະເສີມ ຣີເຈນຊີ ໃນເກາະບາຫລີ, ອິນໂດເນເຊຍ, 30 ພະຈິກ 2017.

ສອງ​ມື້ ຫຼັງ​ຈາກທີ່​ທ້ອງ​ຟ້າ ​ໃນ​ເກາະບາຫລີ ​ສະຖານ​ທີ່​ຕາກ​ອາກາດຂອງ​ອິນ​ເນ​ເຊຍ ​
ໄດ້​ປົກ​ຄຸມ​ດ້ວຍ​ຄວັນ​ສີດຳຂະໜາດໃຫຍ່ ​ຈາກຂີ້​ເຖົ່າຂອງພູ​ໄຟ, ຊຶ່ງສະໜາມ​ບິນ​ນາໆ​
ຊາດ​ຂອງ​ເກາະດັ່ງກ່າວ ​ໄດ້ເປິດ​ໃຫ້​ບໍລິການຄືນ​ແລ້ວ ໃນວັນ​ພຸດ​ວານ​ນີ້.

ສະໜາມ​ບິນແຫ່ງນີ້ ​ໄດ້ຖືກ​ປິດ​ລົງ ນັບ​ຕັ້ງ​ແຕ່​ວັນ​ຈັນ​ ​ເປັນ​ຕົ້ນ​ມາ ເວລາ​ພູ​ໄຟ ອາ​ກັງ ​ທີ່ຕັ້ງຢູ່ໃກ້ຄຽງ ໄດ້ສົ່ງ​ຂີ້​ເຖົ່າ​ຈຳນວນ​ຫຼວງ​ຫຼາຍ​ ຂຶ້ນສູ່ທ້ອງຟ້າ ​ສູງ​ເຖິງ 7 ພັນ 6 ຮ້ອຍແມັດ.
ມີຖ້ຽວ​ບິນ​ຫຼາຍ​ກວ່າ 400 ຖ້ຽວ ທັງ​ເຂົ້າ​ແລະ​ອອກ​ຈາກເກາະບາຫ​ລີ ​ໄດ້​ຖືກ​ຍົກ​ເລີກ ​
ໃນ​ຕອນ​ນັ້ນ, ​ແລະ​ມີ​ນັກ​ທ່ອງ​ທ່ຽວຕ່າງປະ​ເທດ ​ຫຼາຍ​ສິບ​ພັນ​ຄົນ ​ໄດ້ຕົກ​ຄ້າງ​ຢູ່ຕາມ​
ສະຖານ​ທີ່​ທ່ອງທ່ຽວຕ່າງໆ.

ຊາວສວນນຳພາຝູງເປັດເຂົ້າຄອກ ໃນຂະນະທີ່ ພູເຂົາໄຟອັງກາ ທີ່ສົ່ງຄວັນດຳຂີ້ເຖົ່າຂຶ້ນສູງທ້ອງຟ້າ, ໃນເຂດກາຣັງກາເສມ ຣີເຈນຊີທີ່ຖືກສັ່ງຍ້າຍ ມນເກາະບາລີ, ອິນໂດເນຍເຊຍ, 30 ພະຈິກ 2017.
ຊາວສວນນຳພາຝູງເປັດເຂົ້າຄອກ ໃນຂະນະທີ່ ພູເຂົາໄຟອັງກາ ທີ່ສົ່ງຄວັນດຳຂີ້ເຖົ່າຂຶ້ນສູງທ້ອງຟ້າ, ໃນເຂດກາຣັງກາເສມ ຣີເຈນຊີທີ່ຖືກສັ່ງຍ້າຍ ມນເກາະບາລີ, ອິນໂດເນຍເຊຍ, 30 ພະຈິກ 2017.

ໃນ​ທີ່​ສຸດ ຂີ້ເຖົ່າພູ​ໄພກໍໄດ້ປ່ຽນທິດທາງ ​ໃນ​ເຊົ້າ​ວັນ​ພຸດ​ວານ​ນີ້ ​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ການບິນ
ຕັດສິນ​ໃຈ ເປີດ​ໃຫ້​ບໍລິການ​ຢ່າງເປັນ​ປົກກະຕິ​ແລ້ວ.

ເຈົ້າ​ໜ້າ​ທີ່ ທີ່​ກຳກັບ​ເລື່ອງການ​ຍົກຍ້າຍ​ຜູ້​ຄົນ​ໃນເກາະບາຫ​ລີ ​ໄດ້​ສັ່ງ​ໃຫ້ຍົກ​ຍ້າຍ 100 ພັນ​ຄົນ
ທີ່​ອາ​ໄສ​ຢູ່ໃນ​ບໍລິ​ເວນ 10 ກິ​ໂລ​ແມັດ ຂ​ອງ​ພູ​ໄຟອາ​ກັງ ຍ້ອນ​ມີຄວາມ​ຢ້ານ​ກົວ​ວ່າ ການລະ​ເບີດ​ຂອງພູ​ໄຟ ຈະ​ເກີດ​ຂຶ້ນ​ໄດ້​ ໃນ​ທຸກ​ຂະນະ​.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG