ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໖ ມິຖຸນາ ໒໐໒໓

ອິນໂດເນເຊຍ ພົບຫຼັກຖານ ການວາງແຜນ ກໍ່ການຮ້າຍ ທີ່ບາຫລີ


ຕໍາຫລວດອິນໂດເນເຊຍຟັງຄໍາສັ່ງຢູ່ໃນພິທີນຶ່ງ ຊຶ່ງເປັນສ່ວນນຶ່ງຂອງການກຽມໃສ່ພິທີລະນຶກ ເຖິງວັນຄົບຮອບ 10 ປີ ຂອງການວາງລະເບີດທີ່ຮ້າຍແຮງ ທີ່ເມືອງບາຫລີ ໃນວັນທີ 10 ຕຸລາ, 2012.
ຕໍາຫລວດອິນໂດເນເຊຍເວົ້າວ່າ ພວກເຂົາເຈົ້າໄດ້ພົບເຫັນ
“ຫລັກຖານທີ່ໜ້າເຊື່ອຖື​ໄດ້” ກ່ຽວ​ກັບ​ການວາງ​ແຜນໂຈມຕີກໍ່
ການຮ້າຍ ຕໍ່ພວກ​ແຂກ​ຜູ້​ມີ​ກຽດທີ່ຈະເຂົ້າຮ່ວມພິທີລະນຶກ
ເຖິງວັນຄົບຮອບ 10 ປີ ຂອງການວາງລະເບີດທີ່ຮ້າຍແຮງ
ທີ່ເມືອງບາຫລີ.

ທ່ານ I Ketut Untung Yoga Ana ຫົວໜ້າຕໍາຫລວດເກາະ
ບາຫລີກ່າວໃນວັນພຸດມື້ນີ້ວ່າ ​ໄດ້​ມີ​ການ​ເພີ້ມການປ້ອງກັນ
ຄວາມປອດໄພຂອງປະເທດ ຂຶ້ນສູ່​ລະດັບສູງສຸດ ກ່ອນພິທີດັ່ງ
ກ່າວຈະ​ເລີ້ມຂຶ້ນ ຢູ່ທີ່ເກາະຕາກອາກາດບາຫລີ.

ທ່ານ Yoga Ana ເວົ້າວ່າ ໄດ້ມີການ​ສົ່ງ​ເຈົ້າໜ້າ​ທີ່​ຮັກສາ
ຄວາມປອດໄພຫລາຍກວ່າ 2000 ຄົນ ​ໄປປະຕິໜ້າທີ່ຢູ່ທີ່ນັ້ນ ແລະທຸກດ່ານທີ່ຈະເຂົ້າໄປໃນເກາະບາຫລີ ລວມທັງເດີ່ນບິນ ແລະທ່າກຳ​ປັ່ນແມ່ນໄດ້ມີ​ການຄວບຄຸມຕິດຕາມຢ່າງ​ເຄັ່ງ​ຄັດ.

ນຶ່ງໃນຈໍານວນ​ແຂກ​ຜູ້​ມີ​ກຽດທີ່ຄາດວ່າຈະໄປຮ່ວມພິທີດັ່ງກ່າວ ກໍແມ່ນນາຍົກລັດຖະມົນຕີ ອັອສເຕຣເລຍ ທ່ານນາງ Julia Gillard ທີ່ກ່າວໃນວັນພຸດມື້ນີ້ວ່າ ທ່ານນາງຕັດສິນໃຈ ເດັດດ່ຽວວ່າ ຈະໄປຮ່ວມໃນພິທີດັ່ງກ່າວ ເຖິງແມ່ນວ່າຈະມີການຂົ່ມຂູ່ຂອງການກໍ່ການ ຮ້າຍກໍຕາມ.

ການໂຈມຕີໃນເດືອນຕຸລາປີ 2002 ຢູ່ບາສອງແຫ່ງໃນເກາະບາຫລີ ໄດ້ສັງຫານຊີວິດຂອງ 202 ຄົນ ລວມທັງຄົນອັອສເຕຣເລຍ 88 ຄົນ ແລະຊາວອາເມຣິກັນອີກ 7 ຄົນ.

ການໂຈມຕີດັ່ງກ່າວ ແມ່ນດໍາເນີນໂດຍກຸ່ມ Jemaah Islamiyah ຊຶ່ງ​ເປັນເຄືອຂ່າຍຂອງ ກຸ່ມກໍ່ການຮ້າຍ al-Qaida. ​ເປັນ​ທີ່​ເຊື່ອ​ກັນ​ວ່າພວກ​ກໍ່​ການລະດັບຫົວໜ້າຂອງການ​ໂຈມ​ຕີ ທຸກຄົນໄດ້ຖືກປະຫານຊີວິດ, ຖືກຕໍາຫລວດຍິງຕາຍ ຫລືບໍ່ກໍຖືກຂັງຄຸກ ໃນການປາບປາມ ກຸ່ມອິສລາມຫົວຮຸນແຮງຕ່າງໆ ທີ່ດໍາເນີນໄປ ໃນທົດສະວັດຕໍ່ມາ ລຸນຫລັງມີການໂຈມຕີ ດັ່ງກ່າວ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG