ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເບ​ລ ກອບ​ກູ້​ຄະ​ແນນ ຈາວ​ກັນ 1 ປະ​ຕູ​ຕໍ່ 1 ໃນ​ການ​ແຂ່ງ​ຂັນເຕະ​ບານ​ໂລກ ​ຂ​ອງ ​ທີມ​ເວ​ລ​ສ໌ ກັບ ສ​ຫລ

ກາ​ແຣັດ ເບ​ລ ຈາກ​ທີມ​ເວ​ລ​ສ໌ ສະ​ແດງ​ທ່າ​ທາງ ໃນ​ລະ​ຫວ່າງ​ການ​ແຂ່ງ​ຂັນ​ເຕະ​ລານ​ໂລກ ສາຍ B ລະ​ຫວ່າງ​ສະ​ຫະ​ລັດ ແລະ​ເວ​ລ​ສ໌ ທີ່ສະ​ໜາມ​ກິ​ລາ ​ອາ​ໝັດ ບິນ ອາ​ລີ ຢູ່​ນະ​ຄອນ​ໂດ​ຮາ ປະ​ເທດ​ກາ​ຕ້າ ເມື່ອ​ວັນ​ທີ 21 ພະ​ຈິກ 2022.

ກາ​ແຣັດ ເບ​ລ ໄດ້​ເຮັດ​ຄະ​ແນນ​ໃນ​ການ​ຍິງ​ປະ​ຕູ​ລູກ​ໂທດໃນ​ນາ​ທີ ທີ 82 ຂອງ​ການ​ແຂ່ງ​ຂັນ ເຮັດ​ໃຫ້​ຄະ​ແນນ​ຂອງ​ທີມ​ເວ​ລ​ສ໌ ຈາວ​ກັນ 1 ຕໍ່​ 1 ກັບ​ຄະ​ແນນ​ທີ່ ​ທິມ ເວຍ ສາ​ມາດ​ຍິງ​ປະ​ຕູໃນ​ເຄິ່ງ​ທຳ​ອິດ ໃນ​ວັນ​ຈັນ​ວານນີ້ ໃນ​ການ​ກັບ​ຄືນ​ໄປ​ຮ່ວມ​ແຂ່ງ​ຂັນ​ເຕະ​ບານ​ໂລກ​ ຂອງ​ປະ​ເທດ​ທັງ​ສອງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ເວຍ ແມ່ນ​ລູກ​ຊາຍ​ຂອງ​ອະ​ດີດ​ນັກ​ຫຼິ້ນ​ປະ​ຈຳ​ປີຂອງ​ອົງ​ການ FIFA ​ແລະ​ເວ​ລາ ນີ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ໄລ​ບີ​ເຣຍ ທ່ານ​ຈອ​ຣ​ຈ໌ ເວຍ ໄດ້​ເຮັດ​ຄະ​ແນນຫຼັງ​ຈາກມີ​ການ​ສົ່ງ​ບານ​ໃຫ້​ ຈາກ​ຄ​ຣິ​ສ​ຕຽນ ພູ​ລິ​ຊິກ ໃນ​ນາ​ທີ​ ທີ 36.

ໃນ​ການ​ກັບ​ຄືນ​ໄປ​ສູ່​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ​ອີກ ຫຼັງ​ຈາກ​ໄດ້​ຫາຍ​ໜ້າ​ໄປ​ໃນ​ປີ 2018 ສະ​ຫະ​ລັດ​ປາ​ກົດ​ວ່າ​ພວມ​ກ້າວ​ໄປ​ສູ່​ການ​ໄດ້​ຮັບ​ໄຊ​ຊະ​ນະ. ແຕ່ວອກ​ເກີ ຊິມ​ເມີ​ແມນ ໄດ້​ເຮັດ​ໃຫ້ ​ເບ​ລ ​ລົ້ມ ຈາກ​ຂ້າງ​ຫຼັງ ແລະ​ກຳ​ມະ​ການ ອັບ​ດູ​ລ​ຣາ​ມານ ອາ​ລ-ຈັ​ສ​ຊິມ ຈາກ​ປະ​ເທດ​ກາ​ຕ້າ ​ຈຶ່ງ​ຊີ້​ໄປ​ໃສ່​ຈຸດ​ທີ່​ລົ້ມ.

​ບູ​ກາ​ໂຢ ຊາ​ກາ (ກາງ) ຈາກ​ທີມ​ອັງ​ກິດ ສະ​ຫຼອງ​ຫຼັງ​ຈາກ​ຍິງ​ປະ​ຕູ​ທີ 4 ໃຫ້​ແກ່​ທີມ ໃນ​ລະ​ຫວ່າງ​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ ສາຍ B ລະ​ຫວ່າງ​ອັງ​ກິດ​ກັບ​ອີ​ຣ່ານ ທີ່​ສະ​ໜາມ​ກິ​ລາ​ຄາ​ລີ​ຟາ​ສາ​ກົນ ຢູ່​ໂດ​ຮາ ປະ​ເທດ​ກາ​ຕ້າ ເມື່ອ​ວັນ​ທີ 21 ພະ​ຈິກ 2022.

ເບ​ລ​ ໄດ້​ເຕະ​ລູກ​ທູດ​ໄປ​ທາງ​ຂ້າງ​ຊ້າຍ​ຂອງ​ຜູ້​ຮັກ​ສາ​ປະ​ຕູ ແມັ​ດ ເທີນ​ເນີ ເພື່ອ​ບໍ່​ໃຫ້​ຍື້​ໄປ​ເຖິງ ຊຶ່ງ​ເປັນ​ການ​ເຮັດ​ປະ​ຕູ​ຄັ້ງ​ທີ 41 ຂອງ​ລາວ​ໃນ​ການ​ປາ​ກົດ​ໂຕ​ຢູ່​ເທິງ​ເວ​ທີ​ລະ​ຫວ່າງ​ປະ​ເທດ ແລະ​ເຮັດ​ໃຫ້​ຄະ​ແນນ​ໃຫ້​ແກ່​ທີມ​ເວ​ລ​ສ໌ໃນ​ການ​ແຂ່ງເຕະ​ບານ​ໂລກ​ເທື່ອ​ທຳ​ອິດ ນັບ​ແຕ່​ປີ 1958 ເປັນ​ຕົ້ນ​ມາ.

ການ​ແຂ່ງ​ຂັນ​ໃນ​ຄັ້ງ​ຕໍ່​ໄປ​ຂອງ​ສະ​ຫະ​ລັດ​ແມ່ນ​ການ​ແຂ່ງ​ຂ​ຂັນ​ທີ່​ສຳ​ຄັນ​ເປັນ​ພິ​ເສດ​ກັບ​ທີມ​ອັງ​ກິດໃນ​ມື້​ວັນ​ສຸກ ຊຶ່ງ​ເປັນ​ມື້​ດຽວ​ກັນ​ກັບທີມ​ຂອງ​ເວ​ລ​ສ໌ຈະ​ສູ້​ກັບ​ອີຣ່ານ.

ສ່ວນບູ​ກາ​ໂຢ ຊາ​ກາ ແລະ​ມາ​ກັ​ສ ຣາ​ສ​ຟອດ ໄດ້​ປ່ອຍ​ໃຫ້​ການ​ເສຍ​ໄຊ​ໃນ​ການ​ແຂ່ງ​ຂັນ​ຊິງ​ແຊ້ມ​ຢູ​ໂຣບ​ໄວ້​ຢູ່​ຂ້າງ​ຫຼັງ​ພວກ​ເຂົາ ໂດຍ​ສົມ​ທົບ​ກຳ​ລັງ​ກັນ​ເຮັດ​ຄະ​ແນນ​ໃຫ້​ແກ່​ທີ​ມ​ອັງ​ກິດ​ຊະ​ນະ​ອີ​ຣ່ານ 6 ປະ​ຕູ​ຕໍ່ 2 ໃນ​ວັນ​ຈັນ​ວານນີ້ ຢູ່​ທີ່​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ.

ໃນ​ເວ​ລາ​ຕໍ່​ມາ​ຂອງມື້​ວັນ​ຈັນ ໂຄ​ດີ ກັກ​ໂປ ແລະ​ນັກ​ເຕະ​ແທນ ເດ​ວີ ຄ​ລາ​ສ​ເຊນ ກໍ​ໄດ້​ເຮັດ​ຄະ​ແນນ​ໃນ​ຕອນ​ທ້າຍໆ​ຂອງ​ການ​ແຂ່ງ​ຂັນ ເຮັດ​ໃຫ້​ທີມ​ເນ​ເທີ​ແລນ​ຊະ​ນະ​ທີມ​ເຊ​ເນ​ການ 2 ປະ​ຕູ ຕໍ່ 0.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG