ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ຕົກລົງຕໍ່ເວລາ ຂໍ້ຕົກລົງສົ່ງອອກເມັດພືດ ຂອງຢູເຄຣນ ໃນໄລຍະສັ້ນເທົ່ານັ້ນ  


ແຟ້ມພາບ - ພາບທີ່ໄດ້ຖືກຖ່າຍ ແລະເປີດເຜີຍໂດຍ ຫ້ອງການຂ່າວ ກະຊວງປ້ອງກັນປະເທດຂອງເທີກີ ໃນວັນທີ 1 ສິງຫາ 2022, ສະແດງໃຫ້ເຫັນກຳປັ່ນຕິດທຸງຂອງປະເທດ ຊີແອຣາ ເລອອນ ຊື່ວ່າ Razoni, ບັນທຸກສິນຄ້າ ໝາກສາລີ 26,000 ແມັດກ້ອນ, ກຳລັງຈະເດີນທາງອອກໄປຈາກທ່າເຮືອໂດເດສາ ຂອງຢູເຄຣນ ສູ່ທະເລດຳ.
ແຟ້ມພາບ - ພາບທີ່ໄດ້ຖືກຖ່າຍ ແລະເປີດເຜີຍໂດຍ ຫ້ອງການຂ່າວ ກະຊວງປ້ອງກັນປະເທດຂອງເທີກີ ໃນວັນທີ 1 ສິງຫາ 2022, ສະແດງໃຫ້ເຫັນກຳປັ່ນຕິດທຸງຂອງປະເທດ ຊີແອຣາ ເລອອນ ຊື່ວ່າ Razoni, ບັນທຸກສິນຄ້າ ໝາກສາລີ 26,000 ແມັດກ້ອນ, ກຳລັງຈະເດີນທາງອອກໄປຈາກທ່າເຮືອໂດເດສາ ຂອງຢູເຄຣນ ສູ່ທະເລດຳ.

ຣັດເຊຍ ໄດ້ກ່າວໃນວັນຈັນວານນີ້ ວ່າ ຕົນພ້ອມແລ້ວທີ່ຈະອະນຸຍາດຕໍ່ເວລາຂໍ້ຕົກລົງໃຫ້ຢູເຄຣນ ສົ່ງອອກເມັດພືດ ທີ່ໄດ້ຊ່ອຍເຮັດ​ໃຫ້ລາຄາອາຫານຂອງໂລກຫລຸດລົງ ແຕ່ໃຫ້ເວລາພຽງ 60 ວັນເທົ່ານັ້ນ.

ຄະນະຜູ້ແທນຂອງຣັດເຊຍ ຢູ່ທີ່ການເຈລະຈາກັບບັນດາເຈົ້າໜ້າທີ່ອະວຸໂສຂອງສະຫະປະຊາຊາດ ໄດ້ອະທິບາຍເຖິງການສົນທະນາກັນ ໃນວັນຈັນວານນີ້ ຄືວ່າ “ກົງໄປກົງມາແລະຮອບດ້ານ” ແຕ່ໄດ້ກ່າວວ່າ ຣັດເຊຍຕ້ອງການເຫັນ “ຄວາມກ້າວໜ້າທີ່ເປັນຮູບປະທຳ” ໃນຂໍ້ຕົກລົງຄຽງຄູ່ກັນໄປກັບການສົ່ງອອກຂອງຣັດເຊຍ ກ່ອນທີ່ຂໍ້ຕົກລົງເມັດພືດຂອງຢູເຄຣນ ຈະມີການຕໍ່ອາຍຸອີກເທື່ອນຶ່ງ.

ໂຄງການລິເລີ້ມເມັດພືດທະເລດຳ ອະນຸຍາດໃຫ້ຢູເຄຣນ ຊຶ່ງເປັນນຶ່ງໃນຜູ້ຜະລິດເມັດພືດຊັ້ນນຳຂອງໂລກ ຂົນສົ່ງອາຫານ ແລະປຸຍ ດ້ວຍກຳປັ່ນ ຈາກສາມທ່າເຮືອຂອງຢູເຄຣນ ໄດ້ຢ່າງປອດໄພ.

ຂໍ້ຕົກລົງເມັດພືດດັ່ງກ່າວ ໄດ້ຖືກໄກ່ເກ່ຍໂດຍອົງການສະຫະປະຊາຊາດ ແລະເທີກີ ເມື່ອເດືອນກໍລະກົດທີ່ຜ່ານມາ ເພື່ອຊ່ອຍຫລຸດຜ່ອນວິກິດການ ດ້ານອາຫານຂອງໂລກ ແລະ ໄດ້ຕໍ່ເວລາອອກໄປ 120 ວັນ ໃນເດືອນພະຈິກ. ການຕໍ່ເວລານັ້ນ ແມ່ນມີກຳນົດທີ່ຈະໝົດອາຍຸ ໃນວັນເສົາຈະມາເຖິງນີ້.

ຄະນະຜູ້ແທນຂອງຣັດເຊຍ ຢູ່ທີ່ການເຈລະຈາ ໃນນະຄອນເຈນີວາ ໄດ້ກ່າວໃນຖະແຫລງການ ເມື່ອວັນຈັນວານນີ້ ວ່າ “ໃນຂະນະທີ່ການສົ່ງອອກສິນຄ້າຕ່າງໆດ້ານພານິດຂອງຢູເຄຣນ ແມ່ນໄດ້ຖືກດຳເນີນໄປຢູ່ເລື້ອຍນັ້ນ ໂດຍນຳເອົາຜົນກຳໄລມາໃຫ້ກີຢິບຫຼາຍສົມຄວນ ແລະຂໍ້ຈຳກັດຕ່າງໆຕໍ່ພວກຜູ້ສົ່ງອອກດ້ານກະສິກຳຂອງຣັດເຊຍ ແມ່ນຍັງມີຢູ່.”

ຄະນະຜູ້ແທນ ໄດ້ກ່າວອີກວ່າ “ມາດຕະການລົງໂທດທັງຫຼາຍ ຍົກເວັ້ນສຳລັບອາຫານ ແລະປຸຍ ທີ່ໄດ້ປະກາດໂດຍ ວໍຊິງຕັນ, ບຣັສເຊີລສ໌ ແລະ ລອນດອນ ໃນທີ່ສຸດແລ້ວ ກໍຄວນບໍ່ຖືກປະຕິບັດ.”

ຣັດເຊຍ ໄດ້ດີ້ນຮົນເພື່ອສົ່ງອອກເມັດພືດ ແລະປຸຍ ເນື່ອງຈາກຫຼາຍປັດໄຈ ທີ່ລວມມີ ຂໍ້ຈຳກັດດ້ານການທະນາຄານ ທີ່ວາງອອກໂດຍບັນດາປະເທດຕາ ເວັນຕົກ ແລະຄ່າປະກັນໄພທີ່ສູງ.

ລັດຖະມົນຕີພື້ນຖານໂຄງລ່າງຂອງຢູເຄຣນ ທ່ານໂອເລັກແຊນເດີ ຄູບຣາຄອບ ໄດ້ກ່າວວ່າ ການຕັດສິນໃຈທີ່ຈະຕໍ່ເວລາໂຄງການລິເລີ້ມເມັດພືດທະເລດຳຂອງ ຣັດເຊຍ ອອກໄປເປັນເວລາພຽງແຕ່ 60 ວັນນັ້ນ ແມ່ນຂັດກັບຂໍ້ຕົກລົງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG