ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ​ຝ່າຍ​ຄ້ານ ຂອງປະ​ເທດ ບາ​ເຣນ ຖືກ​ຕັດ​ສິນ ​ຂັງ​ຄຸກ ​ຕະຫຼອດ​ຊີ​ວິດ


ພວກ​ປະ​ທ້ວງ​ຖື​ຮູບ​ຂອງ​ທ່ານ ຊີກ ອາ​ລີ ຊາ​ລ​ມານ, ຜູ້​ນຳ​ຝ່າຍ​ຄ້ານ​ທີ່​ສຳ​ຄັນ ແລະ ເລ​ຂາ​ທິ​ການ​ໃຫຍ່​ ຂອງ​ສັງ​ຄົມ​ອິ​ສ​ລາມ ອາ​ລ-ເວ​ຟາກ, ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເດີ​ນ​ຂະ​ບວນ ຂໍ​ໃຫ້​ປ່ອຍ​ຕົວ​ທ່ານໃນ​ບ້ານ ຈີ​ດັ​ຟ, ພາກ​ຕາ​ເວັນ​ຕົກ​ ຂອງ​ນະ​ຄອນຫຼວງ ມາ​ນາ​ມາ, ປະ​ເທດ ບາ​ເຣນ. 16 ມິ​ຖຸ​ນາ, 2015.
ພວກ​ປະ​ທ້ວງ​ຖື​ຮູບ​ຂອງ​ທ່ານ ຊີກ ອາ​ລີ ຊາ​ລ​ມານ, ຜູ້​ນຳ​ຝ່າຍ​ຄ້ານ​ທີ່​ສຳ​ຄັນ ແລະ ເລ​ຂາ​ທິ​ການ​ໃຫຍ່​ ຂອງ​ສັງ​ຄົມ​ອິ​ສ​ລາມ ອາ​ລ-ເວ​ຟາກ, ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເດີ​ນ​ຂະ​ບວນ ຂໍ​ໃຫ້​ປ່ອຍ​ຕົວ​ທ່ານໃນ​ບ້ານ ຈີ​ດັ​ຟ, ພາກ​ຕາ​ເວັນ​ຕົກ​ ຂອງ​ນະ​ຄອນຫຼວງ ມາ​ນາ​ມາ, ປະ​ເທດ ບາ​ເຣນ. 16 ມິ​ຖຸ​ນາ, 2015.

ສານ​ອຸ​ທອນ​ຂອງ​ປະ​ເທດ ບາ​ເຣນ ໄດ້​ຕັດ​ສິນຂັງ​ຄຸກ​ຕະຫຼອດ​ຊີ​ວິດ​ ສະ​ມາ​ຊິກ​ອາ​ວຸ​ໂສ​
ຝ່າຍຄ້ານສາມຄົນໃນວັນອາທິດມື້ນີ້.

ທ່ານ ຊີກ ອາ​ລີ ຊາ​ລ​ມານ ແລະ ຜູ້​ຊາຍ​ອີກ​ສອງ​ຄົນ, ທັງ​ໝົດ​ແມ່ນ​ສະ​ມາ​ຊິກ​ຂອງ​ການ
ເຄື່ອນໄຫວ ອາລ-ເວຟາກ (Al-Wefaq) ທີ່ຕອນນີ້ ຖືກປະກາດວ່າເປັນອາຊະຍາກອນ
ນັ້ນ ໄດ້ຖືກຕັດສິນພົ້ນໂທດ ໂດຍສານອາຍາ ກ່ຽວກັບ ຂໍ້ກ່າວຫາ ສຳລັບການສອດ
ແນມໃຫ້ປະເທດ ກາຕ້າ.

ທ່ານ ຊາ​ລ​ມານ, ຜູ້​ນຳ​ຂອງ​ກຸ່ມ​ອາ​ຊະ​ຍາ​ກອນ​ນັ້ນ, ປັດ​ຈຸ​ບັນ​ນີ້ ໄດ້​ຖືກ​ຂັງ​ຄຸກ​ໃນ​ຂໍ້​ກ່າວ​
ຫາຕ່າງຫາກ.

ຜູ້​ຊາຍ​ອີກ​ສອງ​ຄົນ ​ໄດ້​ຖືກຕັດ​ສິນ​ໂດຍບໍ່​ໄດ້​ຂຶ້ນ​ສານ.

ກຸ່ມ​ສິດ​ທິ​ມະ​ນຸດ ນິ​ລະ​ໂທ​ດ​ກຳ ສາ​ກົນ ໄດ້​ເອີ້ນ​ການ​ຕັດ​ສິນ​ຂັງ​ຄຸກ​ຕະຫຼອດ​ຊີ​ວິດ​ວ່າ
“ເປັນການດູມິ່ນລະບົບຕຸລາການ.”

ຜູ້​ອຳ​ນວຍ​ການ​ອົງ​ການ​ນິ​ລະ​ໂທດ​ກຳ ເຂດ​ຕາ​ເວັນ​ອອກ​ກາງ ແລະ ອາ​ຟ​ຣິ​ກາ​ເໜືອ ທ່ານ
ເຮບາ ໂມຣາເຢັຟ ໄດ້ກ່າວວ່າ “ຄຳຕັດສິນນີ້, ໄດ້ສະແດງໃຫ້ເຫັນຄວາມພະຍາຍາມທີ່
ໂຫດຫ້ຽມ ແລະ ຜິດກົດໝາຍຂອງອຳນາດການປົກຄອງຂອງ ບາເຣນ ຕໍ່ການປິດປາກ
ທຸກໆຮູບແບບຂອງການຕໍ່ຕ້ານ. ທ່ານ ຊີກ ອາລີ ຊາລມານ ແມ່ນນັກໂທດທາງການ
ເມືອງ ຜູ້ທີ່ຖືກຄວບຄຸມຕົວ ຍ້ອນການເຄື່ອນໄຫວຢ່າງສັນຕິເພື່ອສິດທິເສລີພາບຂອງ
ການປາກເວົ້າສະແດງອອກ.”

ປະ​ເທດ ບາ​ເຣນ, ຊາ​ອຸ​ດີ ອາ​ຣາ​ເບຍ ແລະ ສະ​ຫະ​ລັດ ອາ​ຣັບ ເອ​ມີ​ເຣັ​ດ​ສ໌ ທັງ​ໝົດ​ໄດ້​
ຕັດຂາດສາຍພົວພັນກັບປະເທດ ກາຕ້າ, ໂດຍກ່າວຫາວ່າເຂົາເຈົ້າມີສາຍພົວພັນກັບ
ປະເທດ ອີຣ່ານ ແລະ ກຸ່ມອິສລາມຫົວຮຸນແຮງ.

ການ​ຕັດ​ສິນ​ຂອງວັນ​ອາ​ທິ​ວານນີ້​ສາ​ມາດ​ຂໍ​ອຸ​ທອນ​ໄດ້.

ກະ​ສັດ ຮາ​ມັດ ຂອງ ບາ​ເຣນ ໄດ້​ຮຽກ​ຈັດ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ໃນ​ທ້າຍ​ເດືອນ
ນີ້. ບັນດາສະມາຊິກຂອງພັກຝ່າຍຄ້ານຜິດກົດໝາຍໄດ້ຖືກຫ້າມຈາກການແຂ່ງຂັນເອົາ
ຕຳແໜ່ງໃນລັດຖະບານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG