ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບາຫ໌ເຣນ ຕັດສິນໂທດ ປະຫານຊີວິດ ຜູ້ປະທ້ວງ


ແມ່ຍິງບາຫ໌ເຣນຄົນນຶ່ງ ຍ່າງຜ່ານກຳແພງ ທີ່ມີການຂຽນຄຳຮຽກຮ້ອງ ເປັນພາສາອາຣັບວ່າ ພະເຈົ້າຈົ່ງປ່ອຍພວກນັກໂທດຂອງເຮົາຢູ່ຂ້າງ ລຸ່ມໃບປິວທີ່ນຳໄປຕິດໄວ້ຂອງພວກຜູ້ນຳຝ່າຍຄ້ານ ທີ່ຖືກຄຸກຢູ່ໃນເວ ລານີ້ທີ່ບ້ານ Karzakaan (29 ກັນຍາ 2011)
ແມ່ຍິງບາຫ໌ເຣນຄົນນຶ່ງ ຍ່າງຜ່ານກຳແພງ ທີ່ມີການຂຽນຄຳຮຽກຮ້ອງ ເປັນພາສາອາຣັບວ່າ ພະເຈົ້າຈົ່ງປ່ອຍພວກນັກໂທດຂອງເຮົາຢູ່ຂ້າງ ລຸ່ມໃບປິວທີ່ນຳໄປຕິດໄວ້ຂອງພວກຜູ້ນຳຝ່າຍຄ້ານ ທີ່ຖືກຄຸກຢູ່ໃນເວ ລານີ້ທີ່ບ້ານ Karzakaan (29 ກັນຍາ 2011)

ສານພິເສດຂອງບາຫ໌ເຣນໄດ້ຕັດສິນໂທດປະຫານຊີວິດຜູ້ປະທ້ວງຄົນນຶ່ງ ແລະອີກຄົນນຶ່ງ​
ໃຫ້ຈຳຄຸກຕະຫຼອດຊີວິດ ຍ້ອນໄດ້ສັງຫານຕຳຫຼວດຄົນ​ນຶ່ງ.

ນອກນັ້ນແລ້ວ ໃນວັນພະຫັດມື້ນີ້ ສານດັ່ງກ່າວຍັງໄດ້ຕັດສິນໂທດຈໍາ​ຄຸກພວກເຈົ້າໜ້າທີ່
ແພດ 20 ຄົນ ທີ່ໃຫ້ການປິ່ນປົວພວກປະທ້ວງ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະ
ບານທີ່ເລີ່ມມາແຕ່ເດືອນກຸມພາຜ່ານມາ. ໂທດຈໍາ​ຄຸກເຫຼົ່ານີ້ແມ່ນໃນລະຫວ່າງ 5 ຫາ 15
ປີ.

ອົງການຂ່າວຂອງທາງການບາຫ໌ເຣນກ່າວວ່າ ພວກພະນັກງານແພດໄດ້ຖືກຕັດສິນໂທດ
ຈຳຄຸກຍ້ອນໄດ້ບຸກເຂົ້າໄປຢຶດເອົາໂຮງໝໍແຫ່ງນຶ່ງ ນຳເຜີຍແຜ່ຂ່າວລື ຍຸແຍ່ໃຫ້ເກີດຄວາມ ຄຽດຊັງຕໍ່ພວກຊົນຊັ້ນປົກຄອງບາຫ໌ເຣນແລະຮຽກຮ້ອງໃຫ້ມີການໂຄ່ນລົ້ມອຳນາດການ
ປົກຄອງ.

ການຕັດສິນທີ່ວ່ານີ້ ມີຂຶ້ນນຶ່ງມື້ ຫຼັງຈາກສານໄດ້ຕັດສິນເຫັນພ້ອມໃຫ້ຈຳຄຸກຕະຫຼອດຊີ
ວິດພວກນັກເຄື່ອນໄຫວຊາວຊີໄອທ໌ 8 ຄົນທີ່ຖືກພົບເຫັນວ່າມີຄວາມຜິດ ໃນການວາງ ແຜນໂຄ່ນລົ້ມລັດຖະບານສຽງສ່ວນນ້ອຍ ພາຍໃຕ້ການນຳພາ ຂອງພວກທີ່ນັບຖືສາສະ
ໜາອິສລາມນິກາຍຊຸນນີ່. ພວກນັກເຄື່ອນໄຫວອີກ 13 ຄົນໄດ້ຮັບໂທດແຕ່ 2 ປີຂຶ້ນໄປ
ຫາ 15 ໃນຂໍ້ຫາປຸກປັ່ນກໍ່ຄວາມບໍ່ສະຫງົບທີ່ຄ້າຍຄືກັນນີ້.

XS
SM
MD
LG