ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະຊາຊົນຍັງສືບຕໍ່ປະທ້ວງ ໃນ Bahrain


ນັກໂທດທາງການເມືອງທີ່ຖືກປ່ອຍ ຊຶ່ງສະແດງອອກເຖິງການຍິນຍອມຂອງຜູ້ນໍາ
Bahrain ຕໍ່ພັກຝ່າຍຄ້ານ.
ນັກໂທດທາງການເມືອງທີ່ຖືກປ່ອຍ ຊຶ່ງສະແດງອອກເຖິງການຍິນຍອມຂອງຜູ້ນໍາ Bahrain ຕໍ່ພັກຝ່າຍຄ້ານ.

ພວກປະທ້ວງຕໍ່ຕ້ານລັດຖະບານ ຈໍານວນຫຼາຍກວ່າ 1
ແສນຄົນ ໄດ້ພາກັນລົງສູ່ ຖະໜົນປະທ້ວງ ​ໃນ​ວັນ​ອັງຄານ
ວານ​ນີ້ ​ເດີນ​ຂະ​ບວນໃນນະຄອນຫຼວງ Manana ຂອງ
ປະເທດ Bahrain ​ໃນ​ການສະແດງພະລັງ​ຢ່າງ​ຂະໜານ​
ໃຫຍ່ ຕໍ່ຕ້ານລະບອບລາຊາທິປະ​ໄຕທີ່​ກໍາລັງປະສົບ​ກັບ
ບັນຫາ​ໜັກ​ຢູ່​ນັ້ນ ເຖິງ​ແມ່ນ​ວ່າກະສັດຂອງ Bahrain
ໄດ້ປ່ອຍພວກນັກໂທດທາງການເມືອງຈໍານວນຫຼາຍສິບຄົນ
ໃນ​ການອ່ອນຂໍ້ຫຼືຍິນຍອມຕໍ່ພວກຝ່າຍຄ້ານ ອີກ​ຄັ້ງ​ນຶ່ງ.


ພວກຈັດຕັ້ງການຊຸມນຸມດັ່ງກ່າວ ໄດ້ເອີ້ນການຮວມຊຸມນຸມໃນວັນອັງຄານນີ້ວ່າເປັນການ
ປະທ້ວງເພື່ອປະຊາທິປະໄຕຄັ້ງໃຫຍ່ສຸດທີ່ເຄີຍເຫັນມາ ໃນປະ​ເທດເກາະນ້ອຍໆ ທີ່​ຕັ້ງ
ຢູ່​ໃນ​ເຂດອ່າວເປີເຊຍ ທີ່ມີປະຊາກອນພຽງແຕ່ 5 ​ແສນເທົ່ານັ້ນ.


ພວກຜູ້ຊາຍ, ແມ່ຍິງແລະພວກເດັກນ້ອຍຫລາຍພັນຄົນທີ່​ແກ່ວ​ງທຸງຊາ​ດ​ໄ​ປມາ ຊຶ່ງສ່ວນ
ໃຫຍ່ເປັນພວກຊົນກຸ່ມ​ໃຫຍ່ຍ ຊາວ Shi’ite ນັ້ນ ໄດ້ຍຶດນະຄອນຫຼວງ Manama ໝົດມື້ ແລະໄດ້ເດີນຂະບວນວົນວຽນ ອ້ອມຮອບເຂດການເງິນແລະຫ້າງສັບພະສິນຄ້າຂອງ
Bahrain ເພື່ອຮຽກຮ້ອງໃຫ້ລົ້ມເລີກລັດຖະບານ ​ໃນ​ການ​ເດີນ​ຂະ​ບວນທີ່ສະແດງອອກ
ເຖິງຄວາມເປັນ​ເອກະ​ພາບ​ແຫ່ງ​ຊາດ.

XS
SM
MD
LG