ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ຕໍາຫຼວດເຂົ້າທັບມ້າງ ການປະທ້ວງ ຢູ່ Bahrain


ທຸງຊາດ Bahrain ປິວສະບັດ ຢູ່ບ່ອນໂຮມຊຸມນຸມປະທ້ວງ ຕໍ່ຕ້ານລັດຖະບານ ທີ່ຈະຕຸລັດ Pearl ໃນນະຄອນຫຼວງ Manama ກ່ອນຕຳຫຼວດບຸກເຂົ້າໄປຂັບໄລ່ (16 ກຸມພາ 2011).
ທຸງຊາດ Bahrain ປິວສະບັດ ຢູ່ບ່ອນໂຮມຊຸມນຸມປະທ້ວງ ຕໍ່ຕ້ານລັດຖະບານ ທີ່ຈະຕຸລັດ Pearl ໃນນະຄອນຫຼວງ Manama ກ່ອນຕຳຫຼວດບຸກເຂົ້າໄປຂັບໄລ່ (16 ກຸມພາ 2011).

ຕຳຫຼວດປາບຈະລາຈົນຂອງ Bahrain ໄດ້ພາກັນບຸກເຂົ້າ
ໄປໃນບໍລິເວນຈະຕຸລັດໃຫຍ່ ທີ່ນະຄອນຫຼວງ Manama
ໃນຕອນເຊົ້າຂອງວັນພະຫັດມື້ນີ້ ເພື່ອຂັບໄລ່ພວກປະທ້ວງ
ຈຳນວນຫຼາຍພັນຄົນທີ່ຕັ້ງຄ້າຍຂຶ້ນຢູ່ທີ່ນັ້ນ ເພື່ອທວງໃຫ້ມີ
ການປ່ຽນແປງທາງດ້ານການເມືອງ ໃນຂອບເຂດທີ່ກວ້າງ
ຂວາງສຳລັບປະເທດເກາະດອນແຫ່ງນີ້. ພວກທີ່ເຫັນເຫດ
ການກ່າວວ່າ ມີຜູ້ເສຍຊີວິດຢ່າງນ້ອຍ 4 ຄົນ.

ກຳລັງຮັກສາຄວາມສະຫງົບ ຂອງ Bahrain ໄດ້ເຄື່ອນ
ເຂົ້າໄປໃນບໍລິເວນຈະຕຸລັດ Pearl ໃນຕອນເຊົ້າມືດມື້ນີ້
ພ້ອມກັບຍິງລະເບີດນໍ້າຕາ ລະເບີດມືສຽງດັງແລະລູກປືນຢາງເພື່ອຂັບໄລ່ພວກປະທ້ວງ
ຊຶ່ງສ່ວນໃຫຍ່ແລ້ວ ເປັນພວກທີ່ນັບຖືສາສະໜາອິດສະລາມນິກາຍຊີໄອທ໌ ຮວມທັງແມ່
ຍິງແລະເດັກນ້ອຍ ທີ່​ໄດ້ພາກັນເຂົ້າໄປຢຶດເອົາບໍລິເວນຈະຕຸລັດດັ່ງກ່າວ ມາແຕ່ມື້ວັນອັງ
ຄານ. ມີຫຼາຍໆຄົນໄດ້ຮັບບາດເຈັບແລະຖືກສົ່ງໄປຮັບການພະຍາບານທີ່ໂຮງໝໍໃນເຂດ
ທ້ອງຖິ່ນ.

ມີກຳລັງລາດຕະເວນປະກອບອາວຸດ ແລະລົດຖັງ ຢູ່ຕາມຖະໜົນຫົນທາງສາຍຕ່າງໆໃນ
ຕອນເຊົ້າຂອງວັນພະຫັດມື້ນີ້ ຂະນະທີ່ພວກຕຳຫຼວດທຳການມ້າງຕູບຜາຕັ້ງ ທີ່ພວກປະ
ທ້ວງປະໄວ້ ແລະບໍລິເວນຈະຕຸລັດເກືອບວ່າຫວ່າງເປົ່າ ນອກຈາກຜູ້ຄົນຈຳນວນນຶ່ງທີ່ຖືກ
ຕຳຫຼວດສອບຖາມ.

ກຳລັງຮັກສາຄວາມສະຫງົບບໍ່ໄດ້​ເຮັດ​ຫຍັງໃນວັນພຸດວານນີ້ຂະນະທີ່ພວກປະທ້ວງຫຼາຍ
ສິບພັນຄົນໄປຮວມ​ໂຕ​ກັນ​ເພື່ອ​ທໍາການໂຮມຊຸມນຸມ​ ຊຶ່ງເຮັດໃຫ້ການປະທ້ວງຮຽກຮ້ອງ
ເອົາປະຊາທິປະໄຕມີການຂະຫຍາຍໂຕຢ່າງໃຫຍ່. ຕົກມາໃນຕອນກາງຄືນ ຝູງຊົນທີ່ມ່ວນ
ຊື່ນດີອົກດີໃຈ ໃນບໍລິເວນຈະຕຸລັດ Pearl ໄດ້ເພີ້ມຈຳນວນຂຶ້ນຢ່າງຫຼວງຫຼາຍ ລຸນຫຼັງທີ່
ໄດ້ມີການປະທ້ວງຢ່າງສັນຕິມາຕະຫຼອດມື້. ກ່ອນ​ໜ້າ​ນັ້ນ ພວກປະທ້ວງຫຼາຍຮ້ອຍຄົນ
ໄດ້ໄປຮ່ວມຂະບວນແຫ່ເພື່ອໄວ້ອາໄລໃຫ້ພວກປະທ້ວງ 2 ຄົນທີ່ເສຍຊີວິດ ນັບແຕ່ມື້ວັນ
ຈັນເປັນຕົ້ນມາ.

XS
SM
MD
LG