ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ກໍ​າລັງຮັກສາ​ຄວາມ​ປອດ​ໄພ Bahrain ຍິງປືນໃສ່ພວກເຄື່ອນໄຫວຝ່າຍຄ້ານ


ກຸ່ມພວກປະທ້ວງທີ່ Manama, Bahrain
ກຸ່ມພວກປະທ້ວງທີ່ Manama, Bahrain

ກອງ​ກໍ​າລັງຮັກສາ​ຄວາມ​ປອດ​ໄພຂອງ Bahrain​ ໄດ້ຍິງ
ປືນໃສ່ພວກນັກເຄື່ອນໄຫວຝ່າຍຄ້ານ ໃນພິທີສົ່ງສະການ
ຊາຍຜູ້ນຶ່ງ ທີ່ຖືກຂ້າຕາຍໃນການກວາດ​ລ້າງການປະທ້ວງ
ທີ່ຮຽກຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບ​ໃນ​ມື້ວານ​ນີ້ ແລະໄດ້​ເຮັດ
ໃຫ້ອີກຄົນນຶ່ງ​ເສຍ​ຊີວິດ.

ພວກທີ່ເຫັນເຫດການກ່າວວ່າ ນັກເຄື່ອນໄຫວຜູ້ທີ່ 2 ​ແມ່ນ
ເສຍ​ຊີວິດໃນວັນອັງຄານມື້ນີ້ ​ເວລາ​ທີ່ພວກຕໍາຫຼວດເຄື່ອນ
ກໍາລັງ​ເຂົ້າ​ໄປ ເພື່ອບັງຄັບ​ໃຫ້ພວກຝຸງ​ຊົນສະຫຼາຍຕົວ ​ຊຶ່ງ​
ພວກ​ເຂົາ​ເຈົ້າ​ໄດ້​ໄປ​ເຕົ້າ​ໂຮມ ຢູ່ຂ້າງນອກໂຮງພະຍາບານ
ແຫ່ງ​ນຶ່ງໃນນະຄອນຫຼວງ Manama ​ເພື່ອ​ຮ່ວ​ມ​ໃນ​ພິທີສົ່ງສະການນັ້ນ.


ຊາຍຜູ້ທໍາອິດ ໄດ້​ເສຍ​ຊີວິດໃນວັນຈັນວານນີ້ ໃນ​ເວລາທີ່ກອງກໍາລັງຮັກສາຄວາມປອດໄພ
ເຂົ້າ​ບຸກໝູ່ບ້ານຊາວ Shi’ite ໃນທົ່ວປະ​ເທດເກາະ​ແຫ່ງ​ນັ້ນ ​ເທື່ອ​ທັບ​ມ້າງການ​ໂຮມ​ຊຸມ
ນຸມຂອງ​ພວກ​ເຄື່ອນ​ໄຫວຕໍ່ຕ້ານລັດຖະບານຫລາຍ​ຮ້ອຍ​ຄົນ ທີ່ໄດ້ຮັບແຮງດົນບັນດານໃຈ
ຈາກການລຸກຮື້ຂຶ້ນໃນອີຈິບ ແລະ Tunisia. ມີ​ຢ່າງ​ນ້ອຍ 20 ຄົນໄດ້​ຮັບ​ບາດ​ເຈັບ.


ພວກ​ກຸ່ມ​ຝ່າຍ​ຄ້ານ​ໄດ້​ໃຊ້​ສື່ສັງຄົມທາງອິນ​ເຕີແນັດນັ້ນ ທໍາການ​ປຸກ​ລະ​ດົມ ແລະປະກາດ​
ໃຫ້​ວັນ​ຈັນ​ວານນີ້ເປັນ “ວັນ​ແຫ່ງຄວາມໂກດ​ແຄ້ນ” ເພື່ອ​ປະ​ທ້ວງຕໍ່​ອັນ​ທີ່​ພວກ​ເຂົາ​ເຈົ້າ​ເຫັນ
ວ່າ ການຂາດ​ເຂີນການປະຕິຮູບໄປສູ່ປະຊາທິປະ​ໄຕ ໂດຍພວກປົກຄອງປະເທດທີ່ເປັນຊົນ
ກຸ່ມນ້ອຍຊາວ Sunni ນັ້ນ.

XS
SM
MD
LG