ບັນດານັກແຂ່ງລົດທີ່ຈະປະກອບສ່ວນໃນການແຂ່ງຂັນ Formula One Grand Prix ກໍາລັງກຽມພ້ອມທີ່ຈະລົງສະໜາມ ເຖິງແມ່ນໄດ້ມີການປະທ້ວງຢ່າງຮຸນແຮງ ເພື່ອປະນາມເຫດການດັ່ງກ່າວວ່າເປັນການຟຸມເຟືອຍຢ່າງໃຫຍ່ໂຕ ໂດຍຄອບຄົວທີ່ຄອງອໍານາດ ທີ່ໄດ້ທັບມ້າງການປະທ້ວງລະດູບານໃໝ່ຂອງອາຫຣັບໃນປະເທດໃນປີແລ້ວນີ້.
ມີຄວັນສີດໍາພຸ່ງຂຶ້ນມາຈາກຕີນລົດທີ່ຖືກພວກປະທ້ວງຈູດເຜົາໃນເຂດນຶ່ງ ຢູ່ໃກ້ໆກັບນະຄອນຫລວງ ມານາມາ ທີ່ໄດ້ເຫັນການປະທ້ວງຢ່າງໃຫຍ່ຂອງມະຫາຊົນໃນໄລຍະຫລາຍໆມື້ກ່ອນຮອດວັນແຂ່ງຂັນ Grand Prix ໃນວັນອາທິດມື້ນີ້.
ເບິ່ງວີດີໂອການປະທ້ວງໃນອາທິດແລ້ວນີ້ ທີ່ບາຫ໌ເຣນ:
ຍັງມີການຮັກສາຄວາມປອດໄພຢ່າງເຄ່ງຄັດຢູ່ອ້ອມແອ້ມໝູ່ບ້ານຕ່າງໆຂອງພວກນັບຖືນິກາຍ Shi’ite ໃນການຄາດດະເນວ່າຈະມີການປະທ້ວງຢ່າງໃຫຍ່ ທີ່ຮຽກໃຫ້ມີຂຶ້ນໂດຍພວກຝ່າຍຄ້ານຂະບວນການວັນທີ 14 ກຸມພາ ທີ່ໄດ້ປະຕິຍານວ່າຈະຈັດການປະທ້ວງສະແດງຄວາມໂກດແຄ້ນຂຶ້ນເປັນເວລາສາມມື້ໃຫ້ພໍດີກັບການແຂ່ງຂັນ Grand Prix ນັ້ນ.
ກະສັດ Hamad bin Isa al-Khalifa ຊົງກ່າວວ່າ ພະອົງຈະສະເດັດໄປຊົມການແຂ່ງຂັນ ແຕ່ກໍໄດ້ເນ້ນຢໍ້າຄວາມໜັ້ນໝາຍສ່ວນຕົວຂອງພະອົງຕໍ່ການປະຕິຮູບແລະສ້າງຄວາມປອງດອງກັນນັ້ນ.
ແຕ່ການປະທ້ວງທີ່ນໍາພາໂດຍພວກນັບຖືນິກາຍ Shi’ite ເພື່ອຮຽກ ຮ້ອງເອົາລັດຖະບານທີ່ປະຊາຊົນເລືອກຕັ້ງເອົາ ແລະສິດທິເທົ່າທຽມກັນໄດ້ເພີ່ມທະວີຂຶ້ນ ຫລັງຈາກພວກປົກຄອງປະເທດທີ່ນັບຖືນິກາຍຊຸນນີ ໃນປະເທດທີ່ປະຊາຊົນສ່ວນຫລາຍຖືນິກາຍ Shi’ite ນັ້ນ ຢືນຢັດໃຫ້ຈັດການແຂ່ງລົດ Grand Prix ດໍາເນີນໄປຕາມແຜນນັ້ນ.