ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາອຸດີອາຣາເບຍ ສົ່ງກໍາລັງ ເຂົ້າໄປໃນບາຫ໌ເຣນ


ພວກກໍາລັງພາຍໃຕ້ການນໍາພາຂອງທະຫານຊາອຸດີອາຣາເບຍ ຂ້າມເຂົ້າໄປໃນບາຫ໌ເຣນ ວັນທີ 14 ມີນາ 2011
ພວກກໍາລັງພາຍໃຕ້ການນໍາພາຂອງທະຫານຊາອຸດີອາຣາເບຍ ຂ້າມເຂົ້າໄປໃນບາຫ໌ເຣນ ວັນທີ 14 ມີນາ 2011

ກໍາລັງ​ທະຫານ​ພາຍ​ໃຕ້​ການ​ນໍາພາ​ຂອງ Saudi Arabia
ໄດ້​ເຂົ້າ​ໄປ​ໃນ Bahrain ຊຶ່ງ​ເປັນຣາຊະ​ອານາຈັກນຶ່ງ​ນ້ອຍໆ
ໃນ​ອ່າວເປີເຊຍໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ​ໃຫ້ການ​ສະໜັບສະ
ໜຸນ​ລັດຖະບານ​ຊົນ​ກຸ່ມ​ນ້ອຍ​ນິກາຍຊຸນ​ນີ ລຸນ​ຫລັງ​ເກີດ​
ການ​ປະ​ທ້ວງ​ມາ​ເປັນ​ເວລາ​ຫລາຍ​ສັບປະດາ​ໂດຍ​ສະມາຊິກ
ຂອງ​ພວກທີ່ນັບຖື​ສາສະໜາອິສລາມນິກາຍ Shi’ite ຊົນ​ກຸ່ມ​ໃຫຍ່​ຂອງ​ປະ​ເທດ​ນັ້ນ.

ພວກ​ທະຫານ Saudi Arabia ປະມານ 1 ພັນ​ຄົນ​ພ້ອມ​ທັງ​ພວກ​ຕໍາຫລວດ​ປະ​ມານ 500 ຄົນ​ຈາກ​ສະຫະລັດ​ອາຣັບ Emiratesໄດ້​ຂ້າມທາງ​ຜ່ານ​ທີ່​ເຊື່ອມ​ໂຍງ Saudi Arabia ​ແລະ Bahrain ເພື່ອຕອບ​ສະໜອງ​ຕໍ່ຄໍາ​ຮຽກຮ້ອງ​ຂໍ​ການ​ຊ່ອຍ​ເຫລືອ​ຈາ​ກກະສັດ Bahrain ​ເພື່ອ​ຍາມຮັກສາ​ພວກ​ຕຶກ​ໂຮງການ​ຕ່າງໆ​ຂອງ​ລັດຖະບານ​ໄວ້.

ການ​ສົ່ງກຳລັງດັ່ງກ່າວ​ນີ້​ໄດ້​ຖືກ​ປະນາມ​ຢ່າງ​ໄວ​ໂດຍ​ພວກ​ຝ່າຍ​ຄ້ານ​ນິກາຍ Shi’ite ວ່າ​ເປັນ​ການ​ເຂົ້າ​ຄອບ​ຄອງ​ນັ້ນ. ການ​ແຊກ​ແຊງ​ທີ່ວ່ານີ້ມີ​ຂຶ້ນ​ 1 ມື້ ຫລັງ​ຈາກ​ພວກ​ປະ​ທ້ວງ​ຕັນທາງ
ເຂົ້າ​ຫາ​ເຂດການ​ເງິນ​ຂອງ Bahrain ດ້ວຍ​ເຄື່ອງ​ກີດຂວາງຕ່າງໆທີ່​ຍັງ​ມີ​ຢູ່​ຕໍ່​ມາ​ຮອດ​ວັນ​ຈັນ​ວານ​ນີ້.

XS
SM
MD
LG