ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໑ ມິຖຸນາ ໒໐໒໓

ສະພາບາຫ໌ເຣນ ຮຽກຮ້ອງ ໃຫ້ຜູ້ນໍາ ປະກາດໃຊ້ ກົດໄອຍະການເສິກ


ພວກປະທ້ວງຕໍ່ຕ້ານລັດຖະບານ ພາກັນຮ້ອງຄໍາຂວັນຕ່າງໆ ຕໍ່ພວກຕໍາຫລວດປາບການຈະລາຈົນ ທີ່ນະຄອນຫລວງ Manama, Bahrain, ວັນທີ 13 ມີນາ, 2011


ສະມາຊິກ​ສະພາ​ທີ່ສະໜັບສະໜຸນ​ລັດຖະບານກຸ່ມນຶ່ງໃນ Bahrain ​ໄດ້​ຮຽກຮ້ອງ​ໃຫ້ຜູ້​ນໍາ​ປະ​ເທດ ປະກາດ​ໃຊ້​ກົດ​ໄອ​ຍະ​ການ​ເສິກ ຫຼັງ​ຈາກ​ທີ່​ຕໍາຫຼວດ​ໄດ້​ຍິງແກ​ສນໍ້າຕາ​ໃສ່​ພວກປະ​ທ້ວງຕໍ່ຕ້ານ​ລັດຖະບານ ທີ່ໄດ້​ພາກັນ​ຕັນ​ຖະໜົນສາຍ​ສໍາຄັນໃນ​ເມື​ອງຫຼວງ​ນັ້ນ.

ອົງການ​ຂ່າວຂອງ​ລັດຖະບານ​ກ່າວ​ວ່າ ພວກສະມາຊິກ​ສະພາ​ເຫລົ່າ​ນັ້ນ ​ຕ້ອງການ​ໃຫ້ກະ​ສັດ Hamad bin Issa al-Khalifa ​ບັງຄັບ​ໃຊ້ກົດ​ໄອ​ຍະ​ການ​ເສິກ ​ເປັນ​ເວລາ 3 ​ເດືອນ ​ແລະຖິ້ມ​ໂທດ​ໃສ່ພວກ​ຂະ​ບວນການ​ຫົວ​ຮຸນ​ແຮງ​ຈັດ​ວ່າ ​ເປັນ​ຜູ້ກໍ່​ຄວາມວຸ້ນວາຍ ລົບ​ກວນຄວາມ​ປອດ​ໄພ​ ຢ່າງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ນັ້ນ.

ພວກຜູ້ແທນເຫລົ່ານີ້ຍັງ​ໄດ້​ຮຽກຮ້ອງ ​ໃຫ້ມີ​ການຫ້າມ​ອອກ
ຈາກ​ບ້ານ ​ແລະໃຫ້​ສົ່ງກໍາລັງຮັກສາຄວາມປອດໄພ ອອກປະຈໍາການໃນ​ທົ່ວ Bahrain ​ເພື່ອ
ຮັກສາ​ຄວາມ​ສະ​ຫງົບ​ແລະ​ຄວາມ​ທຸ່ນ​ທ່ຽງ​. ລັດຖະບານຍັງບໍ່ໄດ້ຕອບຕໍ່ຄໍາຮຽກຮ້ອງເຫລົ່ານີ້ ເທື່ອ.

ອົງ​ມົງກຸດ​ລາດຊະ​ກຸມມານ Salma bin al-Khalifa ​ໄດ້ກ່າວ​ໃນວັນ​ອາທິດ​ວານ​ນີ້​ວ່າ
ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່ຖືກຕ້ອງຕາມກົດໝາຍນັ້ນ ບໍ່​ຄວນ​ໄດ້ຮັບການຕອບສະໜອງ ບົນຄວາມເສຍຫາຍຂອງຄວາມ​ສະ​ຫງົບ ​ແລະ​ຄວາມ​ທຸ່ນ​ທ່ຽງ​ຂອງ​ປະ​ເທດ.




XS
SM
MD
LG