ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມວຸ້ນວາຍ ໃນ Bahrain


ເຫດການບໍ່ສະຫງົບບັ້ນນຶ່ງ ໃນ Bahrain.
ເຫດການບໍ່ສະຫງົບບັ້ນນຶ່ງ ໃນ Bahrain.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ຕຳຫຼວດ​ປາບຈະລາຈົນໃນ​ເຂດ​ທີ່ຄຸ້ມ​ຄອງ​ໂດຍ​ພວກ
Sunni ໃນປະເທດ Bahrain ໄດ້ຍິງລະເບີດນໍ້າຕາ ແລະລະເບີດມືທີ່ເຮັດໃຫ້ມຶນງົງ
ໃນການປະທະກັນກັບພວກສະໜັບສະໜູນ ຝ່າຍຄ້ານຊາວ Shi’ite ຈໍານວນຫຼາຍ
ຮ້ອຍຄົນໃນວັນອາທິດວານນີ້ ໃນພິທີສົ່ງສະການຂອງຜູ້ປະທ້ວງທີ່ເປັນເດັກນ້ອຍ ອາຍຸ
15 ປີ ທີ່ຖືກສັງຫານໃນມື້ນຶ່ງກ່ອນໜ້ານັ້ນ.

ໄດ້ມີຜູ້ຄົນຈຳນວນຫລາຍພັນຄົນທີ່ໂຫ່ຮ້ອງຄຳຂັວນ ບາງພວກກໍຖືທຸງ Barain ພາກັນ
ໄປໂຮມຊຸມນຸມ ຢູ່ເກາະ Sitra ທາງທິດໃຕ້ຂອງເມືອງ Manama ເພື່ອໄວ້ອາໄລແກ່ເດັກໜຸ່ມ
ທີ່ເສຍຊີວິດຄົນນັ້ນ.


ແຕ່ທາງການໄດ້ຕັ້ງຄຳຖາມໃນເວລາຕໍ່ມາກ່ຽວກັບສະຖານະການ ແລະເວົ້າວ່າ ​ຈະມີການ
ດຳເນີນງານສືບສວນ ສອບສວນເຖິງການຕາຍດັ່ງກ່າວ.

ກອງກຳລັງຮັກສາຄວາມປອດໄພ ໄດ້ປະເຊີນກັບພວກປະທ້ວງຕະຫຼອດເວລາສ່ວນໃຫຍ່
ຂອງປີ 2011 ໃນການປະທະກັນຢ່າງຕໍ່ເນຶ່ອງນັ້ນ.

XS
SM
MD
LG