ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບາເຣນຕັດສິນຈໍາຄຸກ ພວກເຄຶ່ອນໄຫວຊາວ Shi’ite ຕະຫລອດຊີວິດ


ແຜນທີ່ປະເທດ ບາເຣນ (Bahrain)
ແຜນທີ່ປະເທດ ບາເຣນ (Bahrain)

ສານພິເສດຂອງບາເຣນ ໄດ້ຕັດສິນລົງໂທດພວກນັກເຄຶ່ອນໄຫວຊາວ Shi’ite 8 ຄົນ ໜັກ ເຖິງຈໍາຄຸກຕະຫລອດຊີວິດ ໃນຂໍ້ຫາວາງແຜນການໂຄ່ນລົ້ມລັດຖະບານທີ່ລຸນຫຼັງການປະທ້ວງ ຂອງພວກຝ່າຍຄ້ານເມື່ອຕົ້ນປີນີ້.

ມີຜູ້ຖືກດໍາເນີນຄະດີທັງໝົດ 21 ຄົນແລະຄໍາຕັດສິນຂອງສານໃນວັນພຸດມື້ນີ້ ແມ່ນໂຮມທັງ ໂທດຈໍາຄຸກຕະຫລອດຊີວິດຂອງຜູ້ນໍາການເມືອງທີ່ມີຊື່ສຽງທີ່ ນັບຖືສາສະໜາອິສລາມນິກາຍ Shi’ite ນາຍ Hassan Mushaima ແລະໂທດຈໍາຄຸກຫ້າປີສໍາລັບນາຍ Ibrahim Sharif ຜູ້ນິຍົມໃຫ້ມີການປະຕິຮູບນັ້ນ.

ປະເທດບາເຣນ ທີ່ປົກຄອງປະເທດໂດຍພວກທີ່ນັບຖືສາສະໜາອິສລາມນິ ກາຍ Sunni ໄດ້ຈັບກຸມພວກປະທ້ວງຊຶ່ງສ່ວນໃຫຍ່ແລ້ວເປັນຊາວ Shi’ite ແລະສັ່ງໃຫ້ດໍາເນີນຄະດີ ຫລາຍສິບຄົນໃນສານພິເສດ. ພວກກຸ່ມປົກປ້ອງສິດທິມະນຸດນານາຊາດ ໄດ້ຕໍາໜິຕິຕຽນ ການດໍາເນີນຄະດີດັ່ງກ່າວວ່າ ມີຈຸດປະສົງ ທາງການເມືອງຫລາຍກວ່າ.

ການກວາດລ້າງພວກປະທ້ວງຕໍ່ຕ້ານລັດຖະບານຂອງປະເທດບາເຣນ ໃນເດືອນມີນາຜ່ານ ມານີ້ ຍັງຜົນໃຫ້ມີຜູ້ເສຍຊີວິດ 24 ຄົນ.

ບາເຣນ ໄດ້ຢືນຢັດວ່າຕົນເປີດກວ້າງສໍາລັບການໂອ້ລົມສົນທະນາ ແລະປະຕິເສດລາຍງານ ທີ່ວ່າຕົນໄດ້ລ່ວງລະເມີດຕໍ່ສິດທິມະນຸດນັ້ນ.

XS
SM
MD
LG