ພວກທີ່ເຫັນເຫດການເກີດຂຶ້ນໃນນະຄອນຫລວງ Mana-
ma ຂອງບາຫ໌ເຣນກ່າວວ່າ ກໍາລັງຮັກສາຄວາມປອດໄພ
ໄດ້ສັງຫານພວກປະທ້ວງ 2 ຄົນຫຼັງຈາກທໍາການບຸກເຂົ້າ
ໄປຄ້າຍຂອງພວກປະທ້ວງນິຍົມປະຊາທິປະໄຕທີ່ຈັດຕຸລັດ
ໃຫຍ່ແຫ່ງນຶ່ງໃນນະຄອນຫລວງນັ້ນ.
ພວກກໍາລັງຮັກສາຄວາມປອດໄພໄດ້ຍິງແກສນໍ້າຕາໃນວັນ
ພຸດມື້ນີ້ເພື່ອຂັບໄລ່ພວກປະທ້ວງທີ່ພາກັນພັກແຮມຢູ່ໃນຈັດ
ຕຸລັດ Pearl ນັ້ນ.
ຕາໜ່າງຂ່າວ CNN ລາຍງານໃຫ້ຮູ້ວ່າ ໄດ້ຍິນສຽງປືນດັງຂຶ້ນໃນ ລະຫວ່າງການປະທະກັນນັ້ນ ຊຶ່ງໄດ້ເຮັດໃຫ້ຜູ້ຄົນໄດ້ຮັບບາດເຈັບຫລາຍຄົນ.
ການປະທະກັນໃນວັນພຸດມື້ນີ້ ມີຂຶ້ນໃນເວລາ 1 ມື້ຫລັງຈາກໄດ້ມີການສູ້ລົບກັນຕາມຖະໜົນຫົນທາງລະຫວ່າງຕໍາຫລວດກັບພວກນັກເຄື່ອນໄຫວນິຍົມປະຊາທິປະໄຕ ຊຶ່ງໄດ້ເຮັດໃຫ້ຜູ້ຄົນເສຍຊີວິດໄປຢ່າງນ້ອຍ 2 ຄົນແລະບາດ ເຈັບຕື່ມອີກຫລາຍຮ້ອຍຄົນ.
ລັດຖະບານໄດ້ປະກາດໃຊ້ກົດພາວະສຸກເສິນເພື່ອພະຍາຍາມຢຸດເຊົາການລຸກຮືຂຶ້ນຕໍ່ຕ້ານລັດຖະບານນີ້.
ໂທລະພາຍແຫ່ງຊາດບາຫ໌ເຣນ ກ່າວໃນວັນອັງຄານວານນີ້ວ່າ ກະສັດ Hamad bin Isa al-Khalifa ໄດ້ສັ່ງໃຫ້ຜູ້ບັນຊາການກອງທັບແຫ່ງຊາດເອົາມາດຕະການທີ່ເໝາະສົມເພື່ອປົກປັກຮັກສາປະເທດຊາດໄວ້ບໍ່ໃຫ້ພວກປະທ້ວງເຂົ້າຢຶດ ທີ່ພະອົງຊົງກ່າວຫາວ່າ ສ້າງຄວາມຢ້ານກົວໃຫ້ແກ່ປະຊາຊົນນັ້ນ.
ໃນວັນຈັນຜ່ານມານີ້ ກະສັດບາຫ໌ເຣນໄດ້ຊົງອະນຸຍາດໃຫ້ພວກທະຫານຊາອດີອາຣາເບຍປະມານ 1 ພັນຄົນແລະຕໍາຫລວດຈາກສະຫະຣັດອາ ຣັບ Emirates ເຂົ້າໄປປົກປ້ອງພວກຕຶກອາຄານແລະຫ້ອງການຕ່າງໆຂອງລັດຖະບານ.
ພວກປະທ້ວງຫລາຍພັນຄົນພາກັນເດີນຂະບວນໄປຍັງສະຖານທູດ ຊາອຸດີອາຣາເບຍໃນກຸງ Manama ໂດຍເອີ້ນການມີໜ້າຂອງພວກກໍາລັງຕ່າງປະເທດເຫລົ່ານີ້ວ່າ ເປັນການເຂົ້າຍຶດຄອງປະເທດນັ້ນ.