ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ລັດ​ຖະ​ບານ​ທ່ານທ​ຣຳຫາ​ລື​ກັນ ເລື້ອງ​ການ​ໃຫ້​ສະ​ຖາ​ພາບ​ການ​ປົກ​ປ້ອງຊົ່ວ​ຄາວ​ ແກ່ຄົນມາ​ຈາກ​ ເກາະ​ບາ​ຮາ​ມັ​ສ


ພວກ​ຫລົບ​ໄພ​ເຮີ​ຣິ​ເຄນ​ພາ​ກັນຫິ້ວ​ເຄື່ອງໄປ​ຫາ​ເຮືອ​ແພ ທີ່​ຈະ​ອອກ​ເດີນ​ທາງ​ໄປ​ຍັງ Nassau ຫລັງ​ຈາກ​ມີ​ເຮີ​ຣິ​ເຄນ Dorian ຢູ່​ທ່າ​ເຮືອ Marsh Harbor, ຂອງບາ​ຮາມ​ັ​ສ ໃນ​ວັນ​ທີ 8 ກັນ​ຍາ, 2019
ພວກ​ຫລົບ​ໄພ​ເຮີ​ຣິ​ເຄນ​ພາ​ກັນຫິ້ວ​ເຄື່ອງໄປ​ຫາ​ເຮືອ​ແພ ທີ່​ຈະ​ອອກ​ເດີນ​ທາງ​ໄປ​ຍັງ Nassau ຫລັງ​ຈາກ​ມີ​ເຮີ​ຣິ​ເຄນ Dorian ຢູ່​ທ່າ​ເຮືອ Marsh Harbor, ຂອງບາ​ຮາມ​ັ​ສ ໃນ​ວັນ​ທີ 8 ກັນ​ຍາ, 2019

ທ່ານ ດໍ​ໂນ​ລ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ເວົ້າ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ ກຳ​ລັງປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ໃຫ້​ສະ​ຖາ​ພາບ​ການ​ປົກ​ປ້ອງຊົ່ວ​ຄາວ​ ແກ່ພວກ​ທີ່​ມາ​ຈາກ​ເກາະ​ບາ​ຮາ​ມັ​ສ ທີ່​ຖືກກະ​ທົບໂດຍເຮີ​ຣິ​ເຄນ, ຊຶ່ງ​ເປັນ​ການ​ອະ​ນຸ​ຍາດ​ ໃຫ້​ອາ​ໄສ​ຢູ່​ໃນ​ສະ​ຫະ​ລັດ​ເປັນ​ໄລ​ຍະ​ສັ້ນນັ້ນ.

ທ່ານ ທ​ຣຳ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ຢູ່​ທີ່​ທຳ​ນຽບ​ຂາວ​ໃນ​ວັນ​ຈັນ​ວານນີ້ວ່າ "ພວກ​ເຮົາ​ກຳ​ລັງ​ລົມ​ກັບ​ຫລາຍ​ຄົນ​ຢູ່" ກ່ຽວ​ກັບ​ບັນ​ຫານີ້, ແຕ່​ທ່ານ​ກໍ​ເວົ້າ​ວ່າ ສະ​ຫະ​ລັດ ຈະ​ຕ້ອງຮັບ​ປະ​ກັນ​ວ່າ ພວກ​ຄົນ​ເຂົ້າ​ເມືອງ​ທີ່​ມາ​ຈາກ​ມາ​ຮາ​ມັ​ສ ຕ້ອງ​ມີ​ເອ​ກະ​ສານ​ຢ່າງ​ຖືກ​ຕ້ອງ.

ທ່ານ​ກ່າວ​ວ່າ "ພວກ​ເຮົາ​ຕ້ອງ​ໄດ້​ລະ​ມັດ​ລະ​ວັງ ...ຂ້າ​ພະ​ເຈົ້າ​ບໍ່​ຢາກ​ອະ​ນຸ​ຍາດ​ໃຫ້​ຄົນ​ທີ່ບໍ່​ສົມ​ຄວນ​ຢູ່​ໃນ​ມາ​ຮາ​ມັ​ສ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ, ຊຶ່ງ​ໃນ​ນັ້ນ​ລວມ​ມີ​ພວກ​ທີ່ບໍ່​ດີ​ຫລາຍ, ພວກ​ສະ​ມາ​ຊິກ​ຂອງ​ແກັ່ງ​ທີ່ບໍ່​ດີ​ຫລາຍ​ຈຳ​ນວນ​ນຶ່ງ.”

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ​ທັງ​ຫລາຍ​ຈາກ​ລັດຟ​ລໍ​ຣິ​ດາ​ ໄດ້​ຂໍ​ໃຫ້ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເອົາ​ສະ​ຖາ​ນະ​ພາບ​ທີ່ໃນ​ເມື່ອ​ກ່ອນ​ໄດ້​ຊ່ວຍ​ຄົນ​ທີ່​ມາ​ຈາກ​ເຮ​ຕິ, ແອ​ລ​ຊາ​ລ​ວາ ດໍ, ແລະ​ຮອນ​ດູ​ຣັ​ສ ​ທີ່​ທ່ານ​ທ​ຣຳ​ພະ​ຍາ​ຍາມ​ທີ່​ຈະ​ຍຸ​ຕິນັ້ນ​ ໃຫ້​ແກ່​ພວກ​ທີ່​ເປັນ​ຄົນ​ອາ​ໄສ​ຢູ່​ໃນເກາະ​ມາ​ຮາ​ ມັ​ສ.

ທ່ານ ມາກ ມໍ​ແກນ (Mark Morgan), ວ່າ​ການ​ກຳ​ມາ​ທິ​ການ​ຂອງກົມ​ພາ​ສີ ແລະ​ປ້ອງ​ກັນ​ຊາຍ​ແດນ​ຂອງ​ສະ​ຫະ​ລັດກ່າວ​ຕໍ່​ພວກ​ນັກ​ຂ່າວ​ ທີ່​ທຳ​ນຽບ​ຂາວວ່າ ສະ​ຫະ​ລັດ​ກຳ​ລັງ​ເລັ່ງ​ຂັ້ນ​ຕອນ​ດຳ​ເນີນ​ງານ​ດ້ານ​ຄົນ​ເຂົ້າ​ເມືອງໃຫ້​ແກ່​ຄົນ​ທີ່ອ​າໄສ​ຢູ່​ໃນ​ມາ​ຮາ​ມັ​ສ. ແຕ່ ​ທ່ານ​ກໍ​ເວົ້າວ່າບັນ​ດາ​ເຈົ້າ​ໜ້າ​ທີ່ກວດຄົນ​ເຂົ້າ​ເມືອງ​ຍັງ​ຈະ​ຕ້ອງ​ໄດ້​ພິ​ຈາ​ລະ​ນາ​ເບິ່ງວ່າ​ ມີ​ຄົນ​ທີ່​ອາດ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ ຫລືບໍ່.

ເມື່ອ​ຖືກ​ຖາມ​ກ່ຽວ​ກັບ​ເຫດ​ການ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ອາ​ທິດ​ຜ່ານ​ມາ ທີ່​ມີ​ຄົນ​ທີ່​ລອດ​ຊີ​ວິດມາ​ໄດ້ ຫລາຍ​ຮ້ອຍ​ຄົນບໍ່ໄດ້​ຮັບອະ​ນຸ​ຍາດ​ ໃຫ້​ຂຶ້ນ​ເຮືອ​ຂ້າມ​ຟາກ ​ໃນ​ເກາະ​ມາ​ຮາ​ມັ​ສ ຍ້ອນບໍ່​ມີວີ​ຊາ​ເຂົ້າ​ມາ​ໃນ​ສະ​ຫະ​ລັດນັ້ນ, ທ່ານ​ມໍ​ແກນ (Morgan) ເວົ້າ​ວ່າ ສະ​ພາບ​ການ​ດັ່ງ​ກ່າວ ແມ່ນ​ຜິດ​ພາດ ແລະເປັນ​ຜົນ​ເນື່ອງ​ມາ​ຈາກ "ຄວາມ​ສັບ​ສົນ."

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG