ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ ບາ​ຮາ​ມາ​ສ: ຈະ​ບໍ່​ມີ​ການ​ກີດ​ກັ້ນ ຄວາມພະ​ຍາ​ຍາມ ໃນ​ການ​ຊ່ວຍ​ເຫຼືອ ຫຼັງ​ພາ​ຍຸ ເຮີ​ຣິ​ເຄນ ໂດ​ຣຽນ


ຄວາມ​ເສຍ​ຫາຍ​ຫຼັງ​ຈາກ​ພາ​ຍຸ​ເຮີ​ຣິ​ເຄນ ໂດ​ຣຍນ ໃນ​ເມືອງ ມາ​ຊ ຮາ​ເບີ, ເກາະ ອາ​ບາ​ໂກ, ບາ​ຮາ​ມາ​ສ. 4 ກັນ​ຍາ, 2019.
ຄວາມ​ເສຍ​ຫາຍ​ຫຼັງ​ຈາກ​ພາ​ຍຸ​ເຮີ​ຣິ​ເຄນ ໂດ​ຣຍນ ໃນ​ເມືອງ ມາ​ຊ ຮາ​ເບີ, ເກາະ ອາ​ບາ​ໂກ, ບາ​ຮາ​ມາ​ສ. 4 ກັນ​ຍາ, 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ ບາ​ຮາ​ມາ​ສ ທ່ານ ຮູ​ເບີດ ມິນ​ນິ​ສ ໄດ້​ສັນ​ຍາ​ວ່າ​ຈະ​ເຮັດ​ທຸກ​ຢ່າງ​ທີ່
ຈຳເປັນ ເພື່ອດຳເນີນການກູ້ໄພ ແລະ ຟື້ນຟູຫຼັງຈາກພາຍຸເຮີຣິເຄນ ໂດຣຽນ ໄດ້ທຳ
ລາຍປະເທດໝູ່ເກາະໃນທະເລ ຄາຣີບຽນ ນັ້ນ.

ວັນ​ພະ​ຫັດ​ມື້ນີ້ເບິ່ງ​ຄື​ວ່າ​ຈະ​ມີ​ຂ່າວ​ທີ່​ເປັນ​ຕາ​ຢ້ານ​ເພີ່ມ​ເຕີມ ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ໄດ້​
ເຫັນສະພາບທີ່ຊັດເຈນກວ່າເກົ່າ ໃນສິ່ງທີ່ພາຍຸໄດ້ປະຖິ້ມໄວ້ ຫຼັງຈາກໄດ້ພັດທະລົ່ມຢູ່
ເກາະ ແກຣນ ບາຮາມາ ແລະ ອາບາໂກ ດົນເກືອບສອງມື້ ພ້ອມກັບຝົນທີ່ເຮັດໃຫ້ນ້ຳ
ຖ້ວມ ແລະ ນ້ຳຂຶ້ນຈາກພາຍຸ, ພ້ອມກັບລົມທີ່ມີຄວາມແຮງສູງເຖິງ 195 ກິໂລແມັດຕໍ່
ຊົ່ວໂມງ.

ທ່ານ ມິນ​ນິ​ສ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ພຸ​ດ​ວານນີ້​ວ່າ ຈຳ​ນວນ​ຜູ້​
ເສຍຊີວິດທີ່ໄດ້ຮັບການຢືນຢັນແມ່ນ 20 ຄົນຢູ່ເກາະ ອາບາໂກ ແລະ ວ່າບັນດາເຈົ້າ
ໜ້າທີ່ຄາດວ່າ ຈຳນວນດັ່ງກ່າວຈະເພີ່ມຂຶ້ນອີກ.

ທ່ານ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ “ໃນ​ຖາ​ນະ​ເປັນ​ນາ​ຍົກ​
ລັດຖະມົນຕີ, ຂ້າພະເຈົ້າຂໍຮັບປະກັນບັນດາທ່ານວ່າ ຈະບໍ່ມີການປະຕິບັດການໃດໆ
ຖືກກີດກັ້ນ ໃນການຊ່ວຍເຫຼືອຜູ້ທີ່ຍັງຢູ່ໃນອັນຕະລາຍ, ໃຫ້ອາຫານຜູ້ທີ່ອຶດຫິວ ແລະ
ໃຫ້ທີ່ພັກອາໄສຊົ່ວຄາວ ສຳລັບຜູ້ທີ່ບໍ່ມີບ່ອນຢູ່. ການຕອບສະໜອງຂອງພວກເຮົາຈະ
ເປັນກາງເວັນ ແລະ ກາງຄືນ, ມື້ຕໍ່ມື້, ອາທິດຕໍ່ອາທິດ, ເດືອນຕໍ່ເດືອນ ຈົນກວ່າຊີວິດ
ຂອງປະຊາຊົນຂອງພວກເຮົາຈະກັບຄືນສູ່ປົກກະຕິໃນລະດັບໃດນຶ່ງ.”

ໃນ​ການ​ກ່າວ​ເຖິງ​ລະ​ດັບ​ຂອງ​ສິ່ງ​ທ້າ​ທາຍ​ທີ່ ບາ​ຮາ​ມາ​ສ ຈະ​ປະ​ເຊີນ​ນັ້ນ, ທ່ານ ມິນ​ນິ​ສ
ໄດ້ເອີ້ນມັນວ່າ “ເປັນນຶ່ງໃນວິກິດການລະດັບຊາດທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງ
ປະເທດຂອງພວກເຮົາ.”

ໝູ່​ບ້ານ​ທັງ​ໝົດ​ແມ່ນ​ໄດ້​ຫາຍ​ໄປ​ໝົດ ແລະ ຫາດຊາຍ​ຕ່າງໆ​ທີ່​ເຕັມ​ໄປ​ດ້ວຍ​ນັກ​ທ່ອງ
ທ່ຽວແມ່ນຖືກປົກຄຸມດ້ວຍຊິ້ນສ່ວນຕ່າງໆຂອງຕຶກອາຄານ, ລົດທີ່ຖືກທຳລາຍ, ແລະ
ຊາກສົບຂອງປະຊາຊົນ.

ສະ​ມາ​ຊິ​ກ​ສະ​ພາ​ຂອງ ບາ​ຮາມ​າ​ສ ທ່ານ ອີ​ຣາມ ລູ​ວິ​ສ ໄດ້​ກ່າ​ວວ່າ “ຕອນນີ້​ມັນ​ມີຫຼາຍ​
ຢ່າງທີ່ລະບຸບໍ່ໄດ້, ພວກເຮົາຕ້ອງການຄວາມຊ່ວຍເຫຼືອ.”

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່​ຍາມ​ຊາຍ​ຝັ່ງ ແລະ ກຸ່ມ
ນັກກວດຄົ້ນເຂດຕົວເມືອງ ແລະ ບັນດານັກກູ້ໄພໄປຊ່ວຍເຫຼືອ. ກອງທັບເຮືອ ອັງກິດ,
ອົງການກາແດງ ແລະ ອົງການສະຫະປະຊາຊາດ ກໍກຳລັງຮີບນຳເອົາອາຫານ, ຢາ
ແລະ ການຊ່ວຍເຫຼືອທຸກຊະນິດທີ່ເຂົາເຈົ້າອາດຕ້ອງການໄປໃຫ້.

ທຳ​ນຽບ​ຂາວ ກ່າວ​ວ່າ ທ່ານ ທ​ຣຳ ໄດ້​ລົມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມິນ​ນິ​ສ ໃນ​ວັນ​ພຸດ​
ວານນີ້, ແລະ ໄດ້ຮັບປະກັນທ່ານວ່າ ສະຫະລັດ ຈະສະໜອງ “ການຊ່ວຍເຫຼືອທີ່ເໝາະ
ສົມທຸກຢ່າງໃຫ້,” ແລະ ສະແດງຄວາມເສົ້າສະຫຼົດໃຈຂອງປະຊາຊົນ ອາເມຣິກັນ ເຖິງ
ປະຊາຊົນ ບາຮາມາສ ສຳລັບຄວາມເສຍຫາຍ ແລະ ການສູນເສຍຊີວິດ.

ອ່ານ​ຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG