ຈຸດເພັ່ງເລັງໃນເກາະ ບາຮາມາສ ຈະແມ່ນການກູ້ໄພ ແລະ ການຟື້ນຟູສະພາບການ
ຕ່າງໆໃນວັນພຸດມື້ນີ້ ຫຼັງຈາກແກນຫຼັກຂອງພາຍຸເຮີຣິເຄນ ໂດຣຽນ ໄດ້ເຄື່ອນຂຶ້ນໄປ
ທິດເໜືອໃນທີ່ສຸດ ລຸນຫຼັງໄດ້ເຮັດໃຫ້ໝູ່ບ້ານຕ່າງໆຖືກນ້ຳຖ້ວມ, ພັດເອົາຫຼັງຄາອອກ
ຈາກຕຶກຕ່າງໆ ແລະ ເຮັດໃຫ້ປະຊາຊົນຫຼາຍພັນຄົນຕ້ອງການໆຊ່ວຍເຫຼືອ.
ນາຍົກລັດຖະມົນຕີ ທ່ານ ຮູເບີດ ມິນນິສ ໄດ້ກ່າວວ່າ ມີການຢືນຢັນຜູ້ເສຍຊີວິດ 7 ຄົນ
ຈາກພາຍຸດັ່ງກ່າວ, ແຕ່ຕົວເລກທີ່ວ່ານັ້ນຄາດວ່າຈະເພີ່ມຂຶ້ນອີກ. ທ່ານໄດ້ສັນຍາວ່າ,
“ຈະບໍ່ມີການຊ່ວຍເຫຼືອ ຫຼື ແຫຼ່ງຊັບພະຍາກອນໃດໆຖືກຍັບຢັ້ງໄວ້” ໃນການຕອບຮັບ
ມືກັບໄພພິບັດ.
ສູນກາງພາຍຸເຮີຣິເຄນແຫ່ງຊາດ ສະຫະລັດ ໄດ້ກ່າວວ່າ ນ້ຳທີ່ຖ້ວມໃນເກາະ ແກຣນ
ບາຮາມາ ແລະ ອາບາໂກ ໜ້າຈະເລີ່ມຫຼຸດລົງຢ່າງຊ້າໆ.
ຄວາມພະຍາມຊ່ວຍເຫຼືອແມ່ນໄດ້ຖືກຂັດຂວາງ ຍ້ອນພາຍຸທີ່ພັດຍາວນານ ໃນຂະນະ
ທີ່ມັນປົກຄຸມເກາະດັ່ງກ່າວ ແລະ ໄດ້ພັດທະລົ່ມບໍລິເວນດັ່ງກ່າວດ້ວຍລົມ ແລະ ຝົນທີ່
ແຮງ, ເຮັດໃຫ້ທາງແລ່ນຂອງເຮືອບິນຢູ່ສະໜາມບິນ ແກຣນ ບາຮາມາ ຈົມຢູ່ໃຕ້ນ້ຳ.
ອົງການກາແດງໄດ້ກ່າວວ່າ ພາຍຸ ໂດຣຽນ ໄດ້ສ້າງຄວາມເສຍຫາຍຢ່າງຮຸນແຮງ ຫຼື ໄດ້
ທຳລາຍເຮືອນຢູ່ເກາະ ແກຣນ ບາຮາມາ ແລະ ອາບາໂກ ເກືອບເຄິ່ງນຶ່ງ ແລະ ວ່າປະ
ຊາຊົນ 62,000 ຄົນມີຄວາມຕ້ອງການນ້ຳທີ່ສະອາດ. ອົງການສະຫະປະຊາຊາດໄດ້
ກ່າວວ່າ ປະຊາຊົນປະມານ 60,000 ຄົນຕ້ອງການອາຫານຫຼັງຈາກພາຍຸດັ່ງກ່າວ.
ພາຍຸໂດຣຽນ ແມ່ນໄດ້ອ່ອນກຳລັງລົງແລ້ວ ແຕ່ຍັງເປັນໄພຂົ່ມຂູ່ຕໍ່ພື້ນທີ່ຕາເວັນອອກ
ສຽງໃຕ້ຂອງ ສະຫະລັດ.
ສູນກາງພາຍຸເຮີຣິເຄນແຫ່ງຊາດ ໄດ້ກ່າວໃນຕອນເຊົ້າວັນພຸດມື້ນີ້ວ່າ ພາຍຸດັ່ງກ່າວຍັງ
ນຳພາລົມທີ່ມີຄວາມແຮງ 175 ກິໂລແມັດຕໍ່ຊົ່ວໂມງ ແລະ ຈະເຄື່ອນທີ່ “ຢ່າງອັນຕະ
ລາຍເຂົ້າໃກ້” ຊາຍຝັ່ງຂອງລັດ ຟລໍຣິດາ ແລະ ລັດ ຈໍເຈຍ ໃນລະຫວ່າງກາງເວັນ ແລະ
ຮອດຕອນຄ່ຳຂອງວັນພຸດມື້ນີ້. ລັດ ຄາໂຣໄລນາໃຕ້ ແລະ ຄາໂຣໄລນາເໜືອ ແມ່ນຈະ
ຢູ່ພາຍໃຕ້ໄພຂົ່ມຂູ່ຂອງມັນສຳລັບວັນພະຫັດ ແລະ ວັນສຸກ.
ເຖິງແມ່ນຈຸດໃຈກາງຂອງພາຍຸ ໂດຣຽນ ຈະບໍ່ໄດ້ເຄື່ອນຂຶ້ນຝັ່ງຂອງລັດທີ່ວ່ານັ້ນກໍຕາມ,
ມັນຍັງຈະນຳເອົາຝົນທີ່ຕົກໜັກມານຳ, ລົມທີ່ພັດແຮງທີ່ຈະຂະຫຍາຍອອກໄປໄກຈາກ
ຈຸດໃຈກາງ ແລະ ມີຄື້ນທະເລສູງຫາເຂດຊາຍຝັ່ງ.