ບັນດາທີມກູ້ໄພໄດ້ດຶງເອົາຊາກສົບອອກມາຈາກຊາກຫັກພັງ
ຂອງຕຶກທີ່ພັງລົງ ໃນ Bangladesh ໃນວັນອາທິດມື້ນີ້ ຊຶ່ງເຮັດ
ໃຫ້ຈໍານວນຄົນເສຍຊີວິດໃນເຫດການດັ່ງກ່າວ ເພີ່ມຂຶ້ນເປັນ
600 ແລ້ວ ແລະກໍຄາດວ່າ ຈະມີເພີ້ມຂຶ້ນອີກ.
ເຈົ້າໜ້າທີ່ທ່ານນຶ່ງເວົ້າວ່າ ເວລານີ້ ເຂົາເຈົ້າແມ່ນອາໄສພວກ
ເຂົ້າຂອງສ່ວນໂຕ ເພື່ອພິສູດຊາກສົບ ທີ່ບິດບ້ຽວເລະເທະໝົດ
ແລ້ວນັ້ນ 11 ມື້ຫລັງຈາກຕຶກດັ່ງກ່າວ ທີ່ມີໂຮງງານຕັດຫຍິບ
ຫລາຍແຫ່ງຕັ້ງຢູ່ໃນນັ້ນ ພັງລົງທັບຫລາຍຮ້ອຍຄົນ.
ເຈົ້າຂອງຕຶກໄດ້ຖືກຈັບ ໃນຂໍ້ຫາຫລາຍກະທົງ ໂຮມທັງຄວາມເລິ່ນເລີ້ ບໍ່ເອົາຫົວຊາ ແລະການກໍ່ສ້າງທີ່ຜິດກົດໝາຍ. ຜູ້ກ່ຽວຖືກກ່າວຫາວ່າ ໄດ້ບອກພວກທີ່ເຊົ່າຕຶກເຮັດໂຮງງານນັ້ນວ່າ ຕຶກໝັ້ນຄົງປອດໄພດີ ໂດຍບໍ່ເອົາຫົວຊາຕໍ່ຄໍາສັ່ງຂອງຕໍາຫລວດ ທີ່ໃຫ້ຍ້າຍໂຮງ
ງານອອກໃນມື້ກ່ອນຕຶກພັງ ຫລັງຈາກໄດ້ມີການພົບເຫັນຮອຍແຕກແຫງໃຫຍ່ໆຢູ່ໃນຕຶກ.
ເບິ່ງວີດິໂອອີກເລື້ອງນຶ່ງ ກ່ຽວກັບຂ່າວນີ້: