ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍາດພີ່ນ້ອງຂອງ ຜູ້ໂດຍສານຊາວຈີນ ເທິງເຮືອບິນ ມາເລເຊຍ ພາກັນປະທ້ວງ (ສະໄລດ໌/ວີດີໂອ)


China Malaysia Families Protest video
please wait

No media source currently available

0:00 0:02:15 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ບັນດາພີ່ນ້ອງ​ທີ່​ໂມ​ໂຫ ​ຂອງພວກຜູ້​ໂດຍສານ​ໃນ​ເຮືອບິນ​
ມາ​ເລ​ເຊຍ​ທີ່​ຫາຍ​ສາບ​ສູນ​ນັ້ນ ​ໄດ້​ພາກັນ​ໄປປະ​ທ້ວງ​ຢູ່​ຕໍ່ໜ້າ​
ສະຖານທູດ​ມາ​ເລ​ເຊຍ ຢູ່​ນະຄອນຫລງປັກ​ກິ່ງ​ ​ໃນ​ວັນ​ອັງ
ຄານ​ມື້​ນີ້ ຂະນະ​ທີ່​ການສືບ​ຕໍ່​ຊອກ​ຄົ້ນ​ຫາເຮືອບິນ​ໄດ້​ຖືກ​
ໂຈະ​ໄວ້ ຍ້ອນ​ອາກາດ​ບໍ່​ດີ.

ຊາວ​ຈີນ​ປະມານ 100 ຄົນ ທີ່​ເປັນ​ສະມາຊິກ​ຄອບຄົວ​ຂອງ
​ຜູ້​ໂດຍສານ ພາກັນ​ຖື​ປ້າຍ​ປະ​ທ້ວງ ​ແລະ​ທວງ​ເອົາ​ຄວາມ​ຈິງກ່ຽວ​ກັບ​ເຮືອບິນ​ທີ່​ຫາຍ​ໄປ​ ທີ່​ບັດ​ນີ້​ເຈົ້າໜ້າ​ທີ່​ມາ​ເລ​ເຊຍ​ໄດ້​ລົງ​ຄວາມ​ເຫັນ​ວ່າ ​ໄດ້​ຕົກລົງ​ໃນ​ເຂດ​ຫ່າງ​ໄກ​ຂອງ​ພາກ​ໃຕ້​ມະຫາ​ສະມຸຸດອິນ​ເດຍ​ແລ້ວ​ນັ້ນ.

ພວກປະທ້ວງບາງຄົນ ຮ້ອງດ່າ ເຈົ້າໜ້າທີ່ລັດຖະບານມາເລເຊຍ ວ່າ “ຂີ້ຕົວະ” ແລະເປັນ
“ຄາດຕະກອນ.” ຈຳນວນ​ນຶ່ງ​ໄດ້​ປະ​ທະ​ກັນ​ກັບ​ຕຳຫລວດ ທີ່​ຂັດຂວາງ​ເຂົາ​ເຈົ້າ ບໍ່ໃຫ້​ເຂົ້າ​
ໄປ​ຫາ​ພວກ​ນັກ​ຂ່າວ ທີ່​ຖືກ​ກັນ​ໃຫ້​ຢູ່​ຫ່າງ​ໄກ​ ຈາກ​ເຂົາ​ເຈົ້າ.


ສອງສ່ວນສາມ ຂອງຜູ້ໂດຍສານກັບພວກຈຸບິນ ຈຳນວນທັງໝົດ 239 ຄົນ ເທິງຖ້ຽວບິນ
MH370 ຂອງສາຍການບິນມາເລເຊຍ ທີ່ຫາຍໄປນັ້ນ ແມ່ນເປັນຊາວຈີນ ຊຶ່ງຍາດພີ່ ນ້ອງ
ຫລາຍໆຄົນເວົ້າວ່າ ເຂົາເຈົ້າຈະບໍ່ເຊື່ອການລົງຄວາມເຫັນ ຂອງລັດຖະບານມາເລເຊຍ
ທີ່ວ່າ ເຮືອບິນໄດ້ຕົກລົງໃນເຂດຫ່າງໄກ ຢູ່ພາກໃຕ້ມະຫາສະມຸດອິນເດຍນັ້ນ ຈົນກ່ວາ ຈະເຫັນຫລັກຖານ.
ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້
XS
SM
MD
LG