ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາບອາກາດບໍ່ດີ ໄດ້ບັງຄັບໃຫ້ເຮືອບິນ ພະລັງງານ ແສງອາທິດ ຕ້ອງລົງຈອດ ໃນຍີ່ປຸ່ນ


ເຮືອບິນ Solar Impulse 2 ບິນຄັ້ງທີ 4 ຈາກ ເມືອງ Varanasi ປະເທດ ອິນເດຍ ໄປຫາ ນະຄອນຫຼວງ Mandalay ປະເທດ ມຽນມາ ເຊິ່ງບັງຄັບໂດຍ ທ່ານ Bertrand Piccard ວັນທີ 18 ມີນາ 2015.
ເຮືອບິນ Solar Impulse 2 ບິນຄັ້ງທີ 4 ຈາກ ເມືອງ Varanasi ປະເທດ ອິນເດຍ ໄປຫາ ນະຄອນຫຼວງ Mandalay ປະເທດ ມຽນມາ ເຊິ່ງບັງຄັບໂດຍ ທ່ານ Bertrand Piccard ວັນທີ 18 ມີນາ 2015.

ສະພາບອາກາດ​ບໍ່​ດີ​ ໄດ້​ເຮັດ​ໃຫ້​ເຮື​ອບິນ​ພະລັງງານແສງ​
ອາ​ທິດຂອງ​ ສະ​ວິດ​ເຊີ​ແລ​ນບິນ​ຂຶ້ນ​ບໍ່​ໄດ້ ການບິນ​ຄັ້ງ​ນີ້ແມ່ນ
​ຄັ້ງ​ທີ່​ຍາກ​ທີ່​ສຸດ​ໃນ​ການ​ເດີນທາງ​ອ້ອມ​ໂລກ​ ຂອງ​ການບິນ​
ດັ່ງກ່າວເຊິ່ງ​ໃຊ້​ພຽງ​ແຕ່ພະລັງງາ​ນ​ແສງ​ອາທິດ​ເທົ່າ​ນັ້ນ.

​ເຮືອ​ບິນ Solar Impulse 2 ຫຼື SI2 ຈະ​ແລ່ນ​ລົງ​ໃນເມືອງ
ນາ​ໂກ​ຢາ​ ຂອງ ​ຍີ​ປຸ່ນ ​ໃນ​ວັນ​ຈັນ​ມື້​ນີ້, ເຊິ່ງເປັນ​ການ​ເລື່ອນ​
ຄວາມ​ພະຍາຍາມ​ການບິນຄັ້ງ​ສຳຄັນ ຂອງ​ເຮືອ​ບິນ​ພະລັງ
ງານ​ແສງ​ອາທິດ ​ທີ່​ຈະ​ບິນ​ຂ້າມ​ຟາກມະຫາ​ສະໝຸດ​ປາ​ຊີ​ຟິກ.

“ສະພາບ​ອາກາດ​ແມ່ນ​ຮ້າຍ​ແຮ​ງຂຶ້ນ​ເລື້ອຍໆ” ທ່ານ Bertrand Piccard, ​ເຊິ່ງ​ເປັນ​ໜຶ່ງໃນ​ບັນດາຜູ້​ປະດິດ​ສ້າງ ​ເຮືອບິນ SI2 ​ໄດ້​ຂຽນ​ຂໍ້ຄວາມ​
ລົງ​ຜ່ານ​ທາງ Twitter ​ໃນ​ວັນ​ຈັນ​ມື້​ນີ້.

​ເຮື​ອບິນ SI2 ​ໄດ້​ຖືກປະດິດຂຶ້ນ​ໂດຍນັກວິທະຍາສາດຊາວ ສະວິດເຊີແລນ ທ່ານ Bertrand Piccard ແລະ ທ່ານ Andre Borschberg ເຊິ່ງໃຊ້ເວລາໃນການສ້າງ 12 ປີ.

ເຮືອບິນ​ SI2 ​ໄດ້​ເລີ່​ມການ​ບິນ​ຂ້າມ​ມະຫາ​ສະໝຸດປາຊີ​ຟິກ​ໃນ​ວັນ​ອາທິດ​ວານ​ນີ້ ​ໂດຍ​ການບິນ​ອອກ​ຈາກ​ເດິ່ນບິນ ນານ​ກິ່ງ ທາ​ງພາກ​ຕາ​ເວັນ​ອອກ​ຂອງ​ຈີນ ມີ​ຈຸດມຸ່ງ​ໝາຍໄປ​ສູ່​ເກາະ ຮາ​ວາຍ ຂອງ​ສະຫະລັດ ອາ​ເມຣິກາ ເຊິ່ງມີໄລຍະທາງຍາວ 8,500 ກິ​ໂລ​ແມັດ​ຫ່າງ​ອອກ​ໄປ. ການ​ເດີນທາງ​ຂອງ​ມື້​ວັນ​ອາທິດວານ​ນີ້​ໄດ້​ເລີ່ມຂຶ້ນ ຫຼັງຈາກ​ທີ່​ໄດ້​ຍືດ​ການ​ເລື່ອນ​ເວລາ​ການບິນ​ອອກ ເພື່ອ​ລໍຖ້າ​ໃຫ້ສະພາ​ບອາກາດ​ເອື້ອ​ອຳນວຍ​ເພື່ອ​ບັນຫາດ້ານ​ຄວາມ​ປອດ​ໄພ.

Solar Plane
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG