ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, 20 ກໍລະກົດ 2026

ອາກາດບໍ່ດີ ເຮັດໃຫ້ການຊອກຫາ ຜູ້ເຄາະຮ້າຍ AirAsia ປະສົບ ຄວາມຫຍຸ້ງຍາກ

ເຈົ້າໜ້າທີ່ຊອກຫາ ແລະກູ້ໄພແຫ່ງຊາດ ແລະເຈົ້າໜ້າທີ່ ກອງທັບອາກາດອິນໂດເນເຊຍ ກຳລັງຂົນຊາກສົບ ຜູ້ເຄາະຮ້າຍ ອອກຈາກເຮືອບິນເຮຣີຄອບເຕີ້.
ເຈົ້າໜ້າທີ່ຊອກຫາ ແລະກູ້ໄພແຫ່ງຊາດ ແລະເຈົ້າໜ້າທີ່ ກອງທັບອາກາດອິນໂດເນເຊຍ ກຳລັງຂົນຊາກສົບ ຜູ້ເຄາະຮ້າຍ ອອກຈາກເຮືອບິນເຮຣີຄອບເຕີ້.

ບັນດາ​ເຈົ້າ​ໜ້າ​ທີ່ອິນ​ໂດ​ເນ​ເຊຍເຊື່ອ​ວ່າ ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​
ລຳໂຕຂອງເຮືອບິນ ອາຍພົ່ນໂດຍສາຍ ຂອງ​ສາຍການ​ບິນ
​AirAsia ທີ່ປະສົບອຸບັດເຫດ ຕົກ​ຢູ່​ທະ​ເລ Java ​ໃນ​ຂະນະ
​ທີ່​ການ​ຊ​ອກຫາ​ບັນດາ​ຜູ້​ເຄາະ​ຮ້າຍ ​ໄດ້​ປະສົບບັນຫາ ຍ້ອນ
​ດິນ​ຟ້າ​ອາກາດ​ບໍ່​ດີ.

ບັນດາ​ເຈົ້າ​ໜ້າ​ທີ່ ຈາກ​ອົງການ​ຊອກ​ຫາ ​ແລະ​ກູ້​ໄພ ກ່າວໃນ
​ວັນ​ພຸດ​ມື້​ນີ້​ວ່າ ຄື້ນຟອງ​ສູງ​ເຖິງ​ສາມ​ແມັດ ລົມ​ແຮງ ​ແລະ​ຝົນ
​ຕົກ​ໜັກໄດ້​ຂັດ​ຂວງ​ຄວາມ​ພະຍາ​ມຢ່າງ​ເຕັມ​ທີ່ໃນການຊອກ
​ຫາ​ທາງ​ອາກາດຢູ່​ທີ່​ບ່ອນ​ເຮືອບິນ​ຕົກ​ໃກ້​ກັບ​ເກາະ Borneo.

ການຊອກຫາ ຖ້ຽວບິນ 8501 ຂອງແອເອເຊຍ 31 ທັນວາ 2014

Royal Malaysian Navy crews retrieve a victim from AirAsia Flight 8501 during their search-and-rescue operations in Indonesia's Java Sea, Dec. 31, 2014.
1/7 Royal Malaysian Navy crews retrieve a victim from AirAsia Flight 8501 during their search-and-rescue operations in Indonesia's Java Sea, Dec. 31, 2014.
Indonesian military carry the caskets containing the bodies of two AirAsia Flight 8501 passengers recovered off the coast of Borneo, at a military base in Surabaya, Dec. 31, 2014.
2/7 Indonesian military carry the caskets containing the bodies of two AirAsia Flight 8501 passengers recovered off the coast of Borneo, at a military base in Surabaya, Dec. 31, 2014.
Indonesians hold up candles during a candle light vigil for the victims of AirAsia Flight 8501 at Surabaya, Dec. 31, 2014.
3/7 Indonesians hold up candles during a candle light vigil for the victims of AirAsia Flight 8501 at Surabaya, Dec. 31, 2014.
Royal Malaysian Navy crews retrieve the emergency evacuation tube from AirAsia Flight 8501 during their search-and-rescue operations in Indonesia's Java Sea.
4/7 Royal Malaysian Navy crews retrieve the emergency evacuation tube from AirAsia Flight 8501 during their search-and-rescue operations in Indonesia's Java Sea.
Officers of the National Search And Rescue Agency (BASARNAS) and Indonesian Air Force personnel unload a victim's body of the ill-fated AirAsia flight QZ 8501 from a helicopter  at the airport in Pangkalan Bun, Indonesia, Wednesday, Dec. 31, 2014.
5/7 Officers of the National Search And Rescue Agency (BASARNAS) and Indonesian Air Force personnel unload a victim's body of the ill-fated AirAsia flight QZ 8501 from a helicopter at the airport in Pangkalan Bun, Indonesia, Wednesday, Dec. 31, 2014.
Relatives of passengers of AirAsia Flight 8501 cry after visiting the crisis center at Juanda International Airport in Surabaya, East Java, Indonesia, Wednesday, Dec. 31, 2014.
6/7 Relatives of passengers of AirAsia Flight 8501 cry after visiting the crisis center at Juanda International Airport in Surabaya, East Java, Indonesia, Wednesday, Dec. 31, 2014.
Indonesian soldiers stand guard in a hallway at the police hospital where the bodies of the victims of AirAsia Flight 8501 are brought into for identification process, in Surabaya, East Java, Indonesia, Dec. 31, 2014.
7/7 Indonesian soldiers stand guard in a hallway at the police hospital where the bodies of the victims of AirAsia Flight 8501 are brought into for identification process, in Surabaya, East Java, Indonesia, Dec. 31, 2014.
Previous slide
Next slide

ພວກ​ເຈົ້າ​ໜ້າ​ທີ່​ ສາມາດ​ດຶງ​ເອົາ​ສີ່​ສົບ ຂຶ້ນມາຈາ​ກ​ນຳ້ ບ່ອນທີ່ຂ້ອນຂ້າງຕື້ນ ​ໃນ​ວັນ​ພຸດ​ມື້​
ນີ້ິ​ໂດຍເຮັດໃຫ້ຈຳນວນຊາກ​ສົບ​ ທີ່ກູ້ຂຶ້ນມາ​ໄດ້​ທັງ​ໝົດ ເພີ້ມຂຶ້ນເປັນເຈັດສົບ​ແລ້ວ. ສົບຈຳ
ນວນ​ນຶ່ງແມ່ນຍັງນຸ່ງ​ເຄື່ອງ​ເຕັມຮ່າງກາຍແລະ​ອີກ​ຈຳນວນ​ນຶ່ງແມ່ນ​ເກືອບເປືອຍ​ໂຕ.

​ເຈົ້າ​ໜ້າ​ທີ່​ຕຳຫລວດ ທ່ານ Bambang Hermanu ກ່າວ​ວ່າ ຊາ​ກສົບ​ຂອງ​ຊາຍໜຸ່ມຜູ້ນຶ່ງ
​ແລະ​ຜູ້ຍິງ​ຄົນນຶ່ງ ໄດ້​ຖືກ​ສົ່ງ​ໄປເມືອງ Surabaya ຂອງ​ອິນ​ໂດ​ເນ​ເຊຍ ຊຶ່ງບ່ອນ​ທີ່ເຮືອບິນ
ໄດ້​ບິນຂຶ້ນນັ້ນ.

ຜູ້​ໂດຍສານແລະພະນັກງານ 162 ຄົນ ຢູ່ເທິງ​ເຮືອບິນ ບໍ່ປາກົດວ່າມີຜູ້ໃດລອດ​ຊີວິດ
ມາໄດ້.

ຮ່ອງ​ຮອຍອັນທຳອິດຂອງ​ເຮືອບິ​ນ ​ໄດ້​ພົບ​ເຫັນ​ໃນ​ວັນ​ອັງຄານ​ວານ​ນີ້ ບໍ່​ໄກ​ປານ ໃດຈາກ​
ບ່ອນທີ່ເຮືອບິນ Airbus A320 ​ໄດ້​ຫາຍ​ສາບ​ສູນ​ໄປ ​ໃນ​ຂະນະເກີດ​ພາຍຸ ລະຫວ່າງທີ່
​ກຳລັງ​ບິນ​ຈາກ​ເມືອງ Surabaya ຂອງ​ອິນ​ໂດ​ເນ​ເຊຍ ​ໄປ​ຫາ ສິງກະ​ໂປ.

ຮູບ​ພາບ​ຈາກ​ເຄື່ອງໂຊນາ ແນະໃຫ້ເຫັນວ່າ ເປັນ​ລຳໂຕຂອງເຮືອບິນ​ນອນ​ປີ້ນ​ຢູ່​ພື້ນ​ທະ​ເລ
ໃນບໍລິເວນ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີຄວາມ​ເລິກ​ພຽງແຕ່ 30 ຫາ 50 ​ແມັດ​ເທົ່າ​ນັ້ນ.

ບັນດາ​ເຈົ້າໜ້າທີ່​ສອບ​ສວນ​ຫວັງ​ວ່າ ຈະ​ສາມາດລົງຄວາມເຫັນກ່ຽວກັບສາ​ເຫດ​ທີ່ພາໃຫ້
​ເຮືອບິນ​ຕົກ ​ເວລາ​ໃດ​ທີ່​ພວກມະນຸດ​ກົບ ພົບ​ເຫັນ ​ແລະ​ນຳ​ເອົາເຄື່ອງ ບັນທຶກສຽງ ແລະ
ຂໍ້ມູນ ຢູ່​ຫ້ອງຂັບ​ຂອງ​ນັກ​ບິນ ຂຶ້ນມາໄດ້ແລ້ວ.

ASIA MISSING PLANE VOSOT
please wait

No media source currently available

0:00 0:01:53 0:00

XS
SM
MD
LG